ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຊາຊົນຢູ່ແຂວງຄໍາມ່ວນ ເກືອບ 7% ຂອງຄອບຄົວທັງໝົດຍັງບໍ່ໄດ້ຊົມໃຊ້ໄຟຟ້າ

Feb 20, 2025

ປະຊາຊົນຢູ່ແຂວງຄໍາມ່ວນ ເກືອບ 7% ຂອງຄອບຄົວທັງໝົດຍັງບໍ່ໄດ້ຊົມໃຊ້ໄຟຟ້າ
ທ່ານ ພອນໄຊ ລັດຊະນີກອນ, ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງຄຳມ່ວນ ໃຫ້ຮູ້ໃນໂອກາດທີ່ ທ່ານ ຈັນທະບູນ ສຸກອາລຸນ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ ໃນວັນທີ 19 ກຸມພາ 2025 ວ່າ: ປັດຈຸບັນທົ່ວແຂວງມີ 10 ຕົວເມືອງ ໄດ້ນໍາໃຊ້ໄຟຟ້າແລ້ວ 100% ຈໍານວນບ້ານທັງໝົດ 570 ບ້ານ, ໄດ້ຊົມໃຊ້ໄຟ້າແລ້ວ 554 ບ້ານ ເທົ່າກັບ 97,19% ຈໍານວນຄອບຄົວທັງໝົດມີ 84.388 ຄອບຄົວ, ໄດ້ຊົມໃຊ້ໄຟຟ້າແລ້ວ 83.066 ຄອບ ຄົວ, ເທົ່າກັບ 93,98%.
ສະຖານີພາກແຮງດັນສູງ 115 KV ພາຍໃນແຂວງຄໍາມ່ວນ ມີຢູ່ 7 ສະຖານີ (ເອ ກະຊົນ 3 ສະຖານີ); ມີແຫຼ່ງຜະລິດພະລັງງານ 3 ແຫ່ງຄື: ເຂື່ອນໄຟຟ້ານໍ້າເທີນຫີນບູນ ມີກຳລັງການຕິດຕັ້ງຂະໜາດ 440 ເມັກກາວັດ (ລວມທັງເຂື່ອນ ນໍ້າຍ້ວງ 500 ເມັກກາວັດ) ກໍາລັງການຜະລິດສະເລ່ຍ 2,691 ຈິກກາວັດ/ປີ. ໃນນີ້, ລັດຖະບານລາວ ຖືຮຸ້ນ 60% ໂດຍແມ່ນບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ເປັນຜູ້ຕາງໜ້າລັດຖະ ບານ; ເຂື່ອນໄຟຟ້ານໍ້າເທີນ2 ມີກຳລັງການການຕິດຕັ້ງ ຂະໜາດ 1,075 ເມັກກາວັດ. ກໍາລັງງານການ ຜະລິດສະເລ່ຍ 6,000 ຈິກກາວັດໂມງ/ປີ; ເຂື່ອນໄຟຟ້ານໍ້າຫີນບູນຕອນລຸ່ມ (ບໍລິສັດ ພະລັງງານ ຣາຊິຕໍາ) ມີກຳລັງການຕິດຕັ້ງ ຂະໜາດ 15 ເມັກກາວັດ. ກໍາລັງການຜະລິດສະເລ່ຍ 79 ຈິກກາ ວັດໂມງ/ປີ.
ນອກຈາກນີ້, ຍັງມີເຂື່ອນໄຟຟ້າທີ່ກໍາລັງກໍ່ສ້າງ ແລະ ກໍາລັງດໍາເນີນການສຶກສາ-ສໍາຫຼວດຄວາມເປັນໄປໄດ້ຂອງໂຄງການຕື່ມອີກ.
ທ່ານ ພອນໄຊ ລັດຊະນີກອນ ຍັງໃຫ້ຮູ້ກ່ຽວກັບການລົງທຶນໃນຂະແໜງການບໍ່ແຮ່ ຢູ່ແຂວງຄໍາມ່ວນ ວ່າ: ມາຮອດປັດຈຸບັນ ມີການລົງທຶນທັງໝົດ: 102 ບໍລິສັດ (ມີ 113 ກິດຈະການ).
ຂໍ້ມູນ: ຄຳແສງ ແກ້ວປະເສີດ