ຊາວບ້ານເຜົ່າສຳພັນເມືອງປະທຸມພອນ ແຂວງຈຳປາສັກ ສາ ມັກຄີອອກແຮງງານ ແລະ ເງິນຄອບຄົວລະ 1 ລ້ານກີບສ້າງທາງເບຕົງພາຍໃນບ້ານ.
ນັບແຕ່ວັນທີ 25 ພະຈິກ ເຖິງວັນວັນທີ 20 ທັນວາ 2024 ຍັງໄດ້ສືບຕໍ່ສາມັກຄີກັນກໍ່ສ້າງ ຢ່າງເປັນຂະບວນຟົດຟື້ນ ແລະ ຫ້າວຫັນ ໂດຍການນໍາພາຂອງຄະນະພັກ,ອົງການປົກຄອງບ້ານ.
ທ່ານ ວັນນາ ດາລາແສງ ເລຂາໜ່ວຍພັກ ນາຍບ້ານໆ ເຜົ່າສຳພັນ ໃຫ້ສຳພາດວ່າ ທາງເບຕົງພາຍໃນບ້ານທີ່ກໍ່ສ້າງສຳເລັດແລ້ວມີ 3 ຈຸດຄື: ຈຸດທີ 1 ເລີ່ມແຕ່ທາງເລກທີ 13 ໃຕ້ ເຂົ້າມາຫາບ້ານເບື້ອງຄຸ້ມໃຕ້ຈຳນວນໄລຍະທາງ 409 ແມັດ,ກ້ວາງ 4 ແມັດ, ຈຸດທີ 2 ເລີ່ມແຕ່ໜ້າທາງ 13 ໃຕ້ ເຂົ້າໄປຫາໜ້າໂຮງຮຽນປະຖົມ. ຈຸດທີ 3 ເລີ່ມແຕ່ໜ້າທາງ ເລກທີ 13 ເຂົ້າໄປໃນບ້ານ ຄຸ້ມເໜືອ ຈົນສຸດຊອຍ ແລະ ຕັດໄປຫາໜ້າໂຮງຮຽນປະຖົມ ລວມ ໄລຍະທາງ ( ລວມຈຸດທີ 2 ແລະ ຈຸດທີ 3 ) ຈຳນວນ 500 ກວ່າແມັດ,ກ້ວາງ 4 ແມັດ.ສ່ວນຈຸດທີ 4 ທີ່ສືບຕໍ່ກໍ່ສ້າງຢ່າງເປັນຂະບວນຟົດຟື້ນໃນປະຈຸບັນ ແມ່ນທາງຮ່ອມຢູ່ຄຸ້ມໃຕ້ ເຊິ່ງແຍກຈາກທາງເບຕົງຈຸດທີ 1 ຜ່ານເຮືອນປະຊາຊົນລົງໄປຫາທາງດິນແດງເສັ້ນລຽບແຄມຫ້ວຍຕວຍ ໄລຍະທາງ 90 ກວ່າແມັດ,ກ້ວາງ 4 ແມັດ.
ສຳລັບທຶນຮອນໃນການກໍ່ສ້າງແມ່ນທຶນຂອງປະຊາຊົນພາຍໃນບ້ານເອງອອກໃສ່ກັນຄອບຄົວລະ 1 ລ້ານກີບ ສົມທົບກັບການປະກອບສ່ວນຂອງຜູ້ປະກອບການທຸລະກິດ,( ປູກມັນຕົ້ນ) ພາຍໃນບ້ານລວມເປັນເງິນ ທັງໝົດ 400 ກ່ວາລ້ານກີບ.ສ່ວນແຮງງານ ແລະ ວິຊາການອອກແບບກໍ່ສ້າງແມ່ນປະຊາຊົນເອງ ຊຶ່ງໄດ້ຜັດປ່ຽນກັນເຮັດໃນແຕ່ລະວັນ ເຊີ່ງຕາມແຜນຄາດຄະເນການກໍ່ສ້າງ ຈຸດທີ 4 ( ຈຸດສຸດທ້າຍ ) ທີ່ຍັງກໍ່ສ້າງໃນປະຈຸບັນ ແມ່ນຈະໃຫ້ສໍາເລັດ 100% ພາຍໃນ 4 ວັນ.
ຂ່າວ,ພາບ:ເກດສະໜາ. ແກ້ວສຸວັນນະແສງ





