ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຊາຊົນຫລວງນໍ້າທາ ເລັ່ງອະນາໄມເຮືອນຊານພາຍຫລັງນໍ້າບົກແຫ້ງ

Sep 17, 2024

ສະພາບນໍ້າຖ້ວມ ເຮືອນຂອງປະຊາຊົນຈໍານວນຫລາຍຫລັງຄາເຮືອນຢູ່ເມືອງຫລວງນໍ້າທາ ເເຂວງຫລວງນໍ້າທາ ໃນລະຫວ່າງວັນທີ 9 ຫາ11 ກັນຍາ 2024 ໄດ້ບົກເເຫ້ງ ເເລະ ກັບຄືນສູ່ສະພາບປົກກະຕິເເລ້ວ. ປັດຈຸບັນປະຊາຊົນຫລາຍບ້ານກໍາລັງເອົາໃຈໃສ່ເຮັດອານາໄມເຮືອນຊານ, ເກັບມ້ຽນສີ່ງເສດເຫລືອຕ່າງໆ ລວມເຖີງສີດລ້າງຕາມຖະຫນົນຫົນທາງບ່ອນທີ່ມີດີນຕົມທັບຖົມຢູ່ ເພື່ອໃຫ້ມີຄວາມສະອາດຈົບງາມ ເເລະ ກັບເຂົ້າໄປຢູ່ອາໃສໄດ້.
ປັດຈຸບັນ ອົງການປົກຄອງເເຂວງຫລວງນໍ້າທາຍັງບໍ່ສາມາດປະເມີນຄວາມເສຍ ຫາຍໄດ້ເທື່ອເນື່ອງຈາກວ່າສະພາບນໍ້າຫາກໍ່ເລີ່ມບົກເເຫ້ງ,ບາງບ່ອນບໍ່ສາມາດເຂົ້າ ເຖິງໄດ້ເທື່ອ,ຊັບສີນປະຊາຊົນ,ເນື້ອທີ່ເຮັດການຜະລິດມີຈໍານວນຫລາຍ ຕ້ອງລໍຖ້າການເກັບກໍາຂໍ້ມູນຢ່າງລະອຽດກ່ອນ,ມີເເຕ່ພຽງສາມາດເກັບກໍາຂໍ້ມູນເບື້ອງຕົ້ນກ່ຽວ ກັບບັນດາຄອບຄົວ ເເລະ ບ້ານທີ່ໄດ້ຮັບຜົນກະທົບໄດ້ເທົ່ານັ້ນ ເຊີ່ງມີຈໍານວນ 37 ບ້ານ, ປະຊາຊົນ 4.159ຄົນໃນນີ້ມີປະຊາຊົນ18ບ້ານໄດ້ຮັບຜົນກະທົບຫນັກ ເເລະມີຖະຫນົນບາງເສັ້ນເພ່ເພພ້ອມທັງມີດີນເຈື່ອນທັບຖົມ ປັດຈຸບັນເເມ່ສາມາດເເກ້ໄຂໄດ້ເເລ້ວ ເເລະ ຮອດຕອນເຊົ້າວັນທີ15ກັນຍາ2024 ສາມາດສະຫລຸບຢອດເງີນທີ່ຫລາຍພາກພາກສ່ວນນໍາມາມອບໃຫ້ອົງການປົກຄອງເເຂວງເພື່ອນໍາໄປຊ່ວຍເຫືລອຜູ້ປະ ສົບໄພມີຫລາຍກວ່າ4ຕື້500ຮ້ອຍກີບໃນນີ້ມີທັງເງີນສົດເເລະໃນບັນຊີທະນາຄານເຊີ່ງຈະນໍາໄປໃຊ້ໃນກໍລະນີເເກ້ໄຂເຫດການສຸກເສີນ,ສະເພາະຫນ້າ ເເລະ ຍາວນານ.
ສ່ວນລວມຍອດມູນຄ່າເຄື່ອງຊ່ວຍເຫລືອທີ່ເປັນວັດຖຸສີ່ງຂອງຕ່າງໆທີ່ຫລາຍພາກສ່ວນນໍາມາມອບໃຫ້ມາຮອດວັນທີ14ກັນຍາເເມ່ນມີຫລາຍກວ່າ2ຕື້300ລ້ານກີບ ເຊີ່ງການບໍລິຫານຈັດການດ້ານຕ່າງໆນັ້ນອົງການປົກຄອງເເຂວງດໍາເນີນໄປດ້ວຍຄວາມໂປ່ງໃສ,ຍຸຕິທໍາ,ສາມາດກວດສອບໄດ້.
ຂ່າວ: ເດດອາລຸນ ແກ້ວວິໄລ