ເນື່ອງຈາກລົມພາຍຸ ຢາກິ ທີ່ພັດເຂົ້າພາກເໜືອປະເທດຫວຽດນາມ ແຕ່ວັນທີ 7 ກັນຍາ 2024 ເປັນຕົ້ນມາ ເຮັດໃຫ້ລົມພາຍຸດັ່ງກ່າວ ພັດຜ່ານພາກເໜືອຂອງລາວ, ຊຶ່ງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບ ຈາກລົມພະຍຸຢາກິ ເຮັດໃຫ້ເກີດມີຝົນຕົກໜັກ ຕິດຕໍ່ກັນເປັນເວລາຫລາຍວັນ ນັບແຕ່ວັນທີ 8 ກັນຍາ ເປັນຕົ້ນມາ ເຮັດໃຫ້ມີນໍ້າຖ້ວມຂັງ ແລະ ນໍ້າຂອງ ມີລະດັບນໍ້າເພີ່ມ ຂຶ້ນຕໍ່ເນື່ອງ.
ມາຮອດວັນທີ 10 ກັນຍາ 2024 ແມ່ນໍ້າຂອງມີປະລິມານນ້ຳເພີ່ມຂຶ້ນສູງ ໄຫລລົ້ນຝັ່ງເຂົ້າຖ້ວມບ້ານເຮືອນພໍ່ແມ່ປະຊາຊົນ, ເສັ້ນທາງ, ໂຮງຮຽນ, ສັດລ້ຽງ ແລະ ຜົນ ລະປູກ ໃນເຂດບ້ານມອມ, ບ້ານຫ້ວຍເຜິ້ງ, ບ້ານພຽງງາມ, ບ້ານໃຫຍ່ຕົ້ນເຜິ້ງ-ດອນເຜິ້ງຄຳ ແລະ ບ້ານດອນສະຫວັນ ໄດ້ຮັບຄວາມເສຍຫາຍຢ່າງຫລວງຫລາຍ.
ຕໍ່ກັບສະພາບດັ່ງກ່າວ, ການນຳເມືອງ ກໍຄືພາກສ່ວນທີ່ກ່ຽວຂ້ອງ ໄດ້ສົມທົບກັບອົງການປົກຄອງບ້ານທີ່ຖືກຜົນກະທົບ ລະດົມກຳລັງແຮງພ້ອມກັນສາມັກຄີ ແກ້ໄຂຂຸດຮ່ອງລະບາຍນ້ຳອອກຈາກເຂດພື້ນທີ່ຕ່ຳ ຊຶ່ງມີນ້ຳຖ້ວມຂັງເປັນຈຳນວນຫລາຍ. ພ້ອມດຽວກັນ, ອ້າຍນ້ອງທະຫານໄດ້ສຸມກຳລັງເຂົ້າຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານມອມ ທີ່ຖືກຜົນກະທົບ ໂດຍໄດ້ຍົກຍ້າຍເອົາຄົນ, ເຄື່ອງໃຊ້ຕ່າງໆ, ສັດລ້ຽງ ແລະ ພາຫະນະໄປໄວ້ບ່ອນສູງທີ່ມີຄວາມປອດໄພ.
ໃນສະພາບຕໍ່ໜ້ານີ້ ອາດຈະມີຝົນຕົກຢ່າງຕໍ່ເນື່ອງ ສະນັ້ນ, ຈຶ່ງແຈ້ງເຕືອນ ມາຍັງພໍ່ແມ່ປະຊາຊົນທີ່ອາໄສໃນເຂດພື້ນທີ່ຕໍ່າ ແລະ ລຽບຕາມແຄມນ້ຳຂອງ ໃຫ້ມີສະຕິເຝົ້າລະວັງ ຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ຕິດຕາມລະດັບນໍ້າ ທີ່ອາດ ຈະສູງຂຶ້ນ ເຖິ່ງຂີດອັນຕະລາຍ ເພື່ອປ້ອງກັນຄວາມເສຍຫາຍ ແລະ ຮັບມືກັບໄພພິ ບັດທີ່ອາດຈະເກີດຂຶ້ນໃຫ້ທັນເວລາ ພ້ອມກັນຕິດຕາມຂ່າວ ການປ່ຽນແປງຂອງສະ ພາບດິນຟ້າອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ, ຈາກວິທະຍຸ, ລະບົບໂທລະໂຄ່ງ ແລະ ສື່ສັງຄົມອອນລາຍຕ່າງໆ ທີ່ເປັນທາງການ ແລະ ໜ້າເຊື່ອຖື ພ້ອມທັງເກັບມ້ຽນເຄື່ອງຂອງທີ່ມີຄ່າ, ສັດລ້ຽງ ໄປບ່ອນທີ່ສູງ ເພື່ອຮັບປະກັນຄວາມປອດໄພທັງຊີວິດ ແລະ ຊັບສິນ.
ຂ່າວ: ສົມຄິດ






