ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຊາຊົນໃຫ້ຄວາມຮ່ວມມື ບໍ່ນຳລົດມາຈອດຈຸດທີ່ເຈົ້າໜ້າທີ່ບໍ່ອະນຸຍາດ

Oct 6, 2024

​ທ່ານ ພັນຕີ ຫຼຽນໄຊ ມຸງຄຸນຄຳ ຫົວໜ້າກອງໂຄສະນາ ແລະ ສຶກສາອົບຮົມ ໄດ້ໃຫ້ສຳພາດໃນວັນທີ 5 ຕຸລາ 2024 ວ່າ: ຂ້າພະເຈົ້າໄດ້ຮັບໜ້າທີ່ເຮັດວຽກງານປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ໂດຍໄດ້ນຳເອົາກຳລັງລົງແຕ່ຈຸດວົງວຽນ 450 ປີ ຈົນຮອດໄຟອຳນາດໂພນສະອາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງໄດ້ນຳໃຊ້ກຳລັງຢູ່ຈຸດດັ່ງກ່າວ 6 ສະຫາຍເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ ເພື່ອບໍ່ໃຫ້ລົດຈອດຢູ່ແຄມທາງ ຖ້າລົດພໍ່ແມ່ປະຊາຊົນທີ່ມີຈຸດປະສົງຈະເດີນທາງມາບໍລິສັດ ຫ້າງຮ້ານ ແລະ ສະຖານທີ່ຕ່າງໆທີ່ຕັ້ງຢູ່ຈຸດດັ່ງກ່າວແມ່ນຕ້ອງໄດ້ຊອກຫາສະຖານທີ່ຈອດບ່ອນທີ່ເໝາະສົມ ແຕ່ຈະບໍ່ອະນຸຍາດໃຫ້ຈອດຕາມແຄມທາງຢ່າງເດັດຂາດ ເພາະຈະໄດ້ສະຫງວນເສັ້ນທາງດັ່ງກ່າວໄວ້ໃຫ້ແຂກທີ່ຈະເດີນທາງເຂົ້າຮ່ວມປະຊຸມ ມີຄວາມສະດວກໃນການເດີນທາງ ແລະ ມີຄວາມປອດໄພ ເຊິ່ງເຈົ້າໜ້າທີ່ຂອງພວກເຮົາໄດ້ລົງມາປະຈຳຢູ່ຈຸດດັ່ງກ່າວ ເລີ່ມມາແຕ່ມື້ວັນທີ 3 ຕຸລາ 2024 ແລະ ຈະປະຈຳການຈົນຮອດວັນທີ 13 ຕຸລາ 2024ຕາມແຜນການຂອງຂັ້ນເທິງວາງໄວ້.
​ໃນແຕ່ລະວັນທີ່ມາປະຈຳການຢູ່ຈຸດດັ່ງກ່າວແມ່ນໄດ້ນຳໃຊ້ເຄື່ອງສຽງລົດມ້າຂາວ ແລະ ລົດສະຫຼາມ ທັງໄດ້ເຂົ້າພົວພັນກັບຫ້ອງການບ້ານເພື່ອນຳໃຊ້ເຄື່ອງສຽງຂອງຫ້ອງການບ້ານ ເພື່ອເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈວ່າຈຸດທີ່ຂ້າພະເຈົ້າຮັບຜິດຊອບນີ້ ແມ່ນຈະບໍ່ອະນຸຍາດໃຫ້ມີລົດຈອດຢ່າງເຂັ້ມງວດໂດຍໄດ້ສຶກສາອົບຮົມໄປຄຽງຄູ່ກັນ ເຊິ່ງກ່ອນຈະລົງປະຈຳການກໍໄດ້ລົງເຮັດບົດບັນທຶກນຳຫ້ອງການບ້ານ ແລະ ຫ້າງຮ້ານ ຜູ້ປະກອບການເພື່ອໃຫ້ຄວາມຮ່ວມມື.
​ຜ່ານການລົງປະຈຳການຢູ່ຈຸດຂອບເຂດຄວາມຮັບຜິດຊອບໃນສອງມື້ຜ່ານມາ ປະຊາຊົນແມ່ນໃຫ້ຄວາມຮ່ວມມືດີ ແລະ ກໍລະນີຖ້າພົບເຫັນຜູ້ຝ່າຝືນກໍຈະໄດ້ສຶກສາອົບຮົມ ຖ້າມີກໍລະນີຮ້າຍແຮງໄປກວ່ານີ້ກໍຈະປະຕິບັດຕາມລະບຽບກົດໝາຍ.
ທີ່ມາ: ວຽງຈັນໃໝ່