ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຊາຊົນ 1.760 ຄອບຄົວ ຈະໄດ້ຮັບຜົນປະໂຫຍດຈາກອ່າງເກັບນໍ້າຊົນລະປະທານ ຫ້ວຍວັງເຫ

Feb 4, 2025

ວັນທີ 4 ມັງກອນ 2025, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈໍາປາສັກ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ການຈັດຕັ້ງປະຕິບັດໂຄງການຊົນລະປະ ທານ ອ່າງເກັບນ້ຳຫ້ວຍວັງເຫ.
ທ່ານ ໄກສອນ ຈັນທະສອນ ບໍລິສັດ ສາມັກຄີໄຊ ກໍ່ສ້າງ ໃນນາມບໍລິສັດທີ່ສືບຕໍ່ຈັດຕັ້ງປະຕິບັດໂຄງການ ໄດ້ລາຍງານກ່ຽວກັບໂຄງການໂດຍຫຍໍ້ ເຊິ່ງການຈັດຕັ້ງປະຕິບັດໂຄງການຊົນລະປະທານອ່າງເກັບນໍ້າຫ້ວຍວັງເຫ ປັດຈຸບັນ ເປັນໄລຍະທີ 2 ສືບຕໍ່ກໍ່ສ້າງລະບົບຫົວງານທີ່ຍັງເຫຼືອໃຫ້ສໍາເລັດ ແລະ ກໍ່ສ້າງຄອງເໝືອງຈໍານວນໜຶ່ງ ມີມູນຄ່າລວມ 130 ຕື້ກີບ ແລະ ຈະຂຸ້ນຂ້ຽວຈັດຕັ້ງປະຕິບັດໃຫ້ສໍາເລັດ ເພື່ອສືບຕໍາໄລຍະທີ 3 ໂດຍສູມໃສ່ກໍ່ສ້າງລະບົບຄອງເໝືອງທີ່ຍັງເຫຼືອໃຫ້ສໍາເລັດທັງໝົດ ເຊິ່ງມີມູນຄ່າຕາມການປະເມີນໃນເບື້ອງຕົ້ນແມ່ນ 137 ຕື້ກີບ.
ປະຈຸບັນ ອ່າງເກັບນໍ້າຊົນລະປະທານ ຫ້ວຍວັງເຫ ມີຄວາມພ້ອມ 100% ທີ່ຈະປິດປະຕູນໍ້າ ເພື່ອເກັບກັກນໍ້າ ໄວ້ຮັບໃຊ້ໃຫ້ແກ່ການຜະລິດຂອງປະຊາຊົນ ຕາມຈຸດປະສົງເປົ້າໝາຍຂອງໂຄງການທີ່ວາງໄວ້ ເພື່ອສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດຂອງປະຊາຊົນ ຈໍານວນ 2.500 ເຮັກຕາ (ໃນລະດູຝົນ) ແລະ 1.500 ເຮັກຕາ (ໃນລະດູແລ້ງ), ຄາດວ່າຈະມີປະຊາຊົນ 1.760 ຄອບຄົວ ໄດ້ຮັບຜົນປະໂຫຍດ. ສໍາລັບແຜນພັດທະນາໜ້າອ່າງ ໃນຕໍ່ໜ້າບໍລິສັດ ຈະລ້ຽງປາເປັນສິນຄ້າ ແລະ ພັດທະນາດ້ານການທ່ອງທ່ຽວ. ນອກນີ້, ຍັງມີເງື່ອນໄຂເໝາະສົມໃນການນໍາໃຊ້ເປັນບ່ອນຕິດຕັ້ງແຜງໂຊລາ ເພື່ອຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນຕື່ມອີກ.
ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ຊີ້ນໍາໃຫ້ເອົາໃຈໃສ່ກ່ຽວກັບການກະກຽມຄວາມພ້ອມໃນການຕອບສະໜອງນໍ້າແກ່ການຜະລິດຂອງປະຊາຊົນ, ເອົາ ໃຈໃສ່ການຊົດເຊີຍເນື້ອທີ່ດິນຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການ. ນອກນີ້ ໃຫ້ເອົາໃຈໃສ່ມາດຕະຖານຄວາມປອດໄພຂອງອ່າງເກັບນໍ້າ ຕ້ອງຕິດຕາມກວດກາຢ່າງເປັນປົກກະຕິ ແລ້ວເຄື່ອນໄຫວໂຄສະນາເຜີຍແຜ່ໃຫ້ຄະນະພັກ-ອົງການປົກ ຄອງບ້ານ ແລະ ພໍ່ແມ່ປະຊາຊົນບັນດາບ້ານ ທີ່ນອນໃນພື້ນທີ່ຂອງໂຄງການໃຫ້ຮັບຮູ້ເຂົ້າໃຈກ່ຽວກັບຈຸດປະສົງ ແລະ ເປົ້າໝາຍຂອງໂຄງການ ເພື່ອມີຄວາມໝັ້ນໃຈໃນການທໍາມາຫາກິນ ກໍຄືການພັດທະນາຊີວິດການເປັນຢູ່ ໃຫ້ນັບມື້ດີຂຶ້ນເລື້ອຍໆ.
ສໍາລັບໂຄງການຊົນລະປະທານ ອ່າງເກັບນ້ຳຫ້ວຍວັງເຫ ມີຄວາມສາມາດເກັບກັກນໍ້າໄດ້ ທັງໝົດ 47 ລ້ານແມັດກ້ອນ, ໃນນີ້ ນໍ້າທີ່ສາມາດນໍາໃຊ້ເຮັດການຜະລິດໄດ້ປະມານ 37 ລ້ານແມັດກ້ອນ ແລະ ນໍ້າທີ່ເຫຼືອໄວ້ໃນອ່າງປະມານ 10 ລ້ານແມັດກ້ອນ; ປະລິມານນໍ້າດັ່ງກ່າວນີ້ ຈະກາຍເປັນປັດໄຈການຜະລິດໜຶ່ງທີ່ສຳຄັນປະກອບສ່ວນເຂົ້າໃນການຜະລິດສະບຽງອາຫານ, ການຜະລິດກະສິກຳເປັນສີນຄ້າຂອງແຂວງຈຳປາສັກ ເວົ້າລວມ, ເວົ້າສະເພາະ ກໍແມ່ນຂອງປະຊາຊົນຊາວເມືອງໂພນທອງໃນເຂດໂຄງການ.
Cr: ທູນທອງໃຈ