ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຊາຊົນ 13 ບ້ານ ພາຍໃນເມືອງໂພນໄຊ ໄດ້ຮັບການເຊື່ອມສານດ້ານໂພສະນາການ

Feb 26, 2025

ປະຊາຊົນ 13 ບ້ານ ພາຍໃນເມືອງໂພນໄຊ ໄດ້ຮັບການເຊື່ອມສານດ້ານໂພສະນາການ
ວັນທີ 25 ກຸມພາ 2025, ທີ່ຫ້ອງປະຊຸມພະແນກສາທາລະ ນະສຸກ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການເຊື່ອມສານດ້ານໂພສະນາການ ໃນປີ 2024 ຢູ່ 13 ບ້ານພາຍໃນເມືອງໂພນໄຊ ແຂວງຫລວງພະບາງ ໂດຍການສະໜັບສະໜູນຈາກ ອົງການສຸພະນິມິດສາກົນ, ປະເທດອົດສຕາລີ, ມີ ທ່ານ ຄຳສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະ ນະສຸກແຂວງຫລວງພະບາງ ແລະ ທ່ານ ວີຣັດ ອາເບເຊເກຣາ ຜູ້ອຳນວຍການຝ່າຍປະຕິບັດງານ ວຽກງານອົງການສຸພະນິມິດ ເປັນປະທານ.
ສຳລັບກິດຈະກຳທີ່ຈັດຕັ້ງປະຕິບັດ ລວມມີ 4 ກິດຈະກຳ ຄື: ສົ່ງເສີມ ແລະປັບປຸງວຽກງານສຸຂະພາບແລະ ພຊະນາການ ຂອງແມ່ ແລະເດັກ, ສະໜັບສະໜູນ ແລະສົ່ງເສີມ ວຽກງານກະສິກຳ ເພື່ອປັບປຸງຊີວິດການເປັນຢູ່ຂອງຊຸມຊົນ, ສະໜອງ-ປັບປຸງ ລະ ບົບນໍ້າສະອາດ ວຽກງານສຸຂະອະນາໄມ-ສຸຂະພິບານຂອງຄອບ ຄົວ ແລະຊຸມຊົນ, ສ້າງຄວາມເຂັ້ມແຂງ ໃນດ້ານການປະສານງານຂອງຫລາຍຂະແໜງການ ເພື່ອສະໜັບສະໜູນການເບິ່ງແຍງດູແລເດັກກ່ອນໄວຮຽນ ແລະການສ້າງຄວາມສໍາພັນ ສາມັກຄີໃນຄອບຄົວ ແລະ ຊຸມຊົນ, ນຳໃຊ້ງົບປະມານ 572,284 ໂດລາສະ ຫະລັດ ເລີ່ມຈັດຕັ້ງປະຕິບັດຈາກ ວັນທີໄດ້ຮັບອະນຸມັດ ເດືອນຕຸລາ ປີ 2022 ຈົນເຖິງ ວັນທີ່ 30 ເດືອນກັນຍາ ປີ 2026,
ສະເພາະງົບປະມານທີ່ຈັດຕັ້ງປະຕິບັດໃນປີ 2024 ໄດ້ນຳໃຊ້ງົບປະມານ 133,715 ໂດລາສະຫະລັດ ໂດຍສຳເລັດການຈັດຕັ້ງປະຕິບັດບັນດາກິດຈະກຳທີ່ກຳນົດໄວ້ຕາມແຜນການ ກວມ 100%, ສຳລັບແຜນການຕໍ່ໜ້າ ໄດ້ກຳນົດບັນດາແຜນກິດຈະກຳແຕ່ເດືອນມັງກອນ ຫາ ເດືອນມິຖຸນາ ປີ 2025 ຄາດວ່າຈະນຳໃຊ້ງົບປະມານ 50,978 ໂດລາສະຫະລັດ.