ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຊາຊົນ 15 ບ້ານຢູ່ເມືອງພູວົງ ໄດ້ຮັບເຄື່ອງຊ່ວຍເຫຼືອ

Mar 14, 2025

ອົງການກາແດງ ແຂວງອັດຕະປື ນໍາເອົາເຕົາໄຟປະຢັດ ຈຳນວນ 3,229 ເຕົາ ໄປມອບໃຫ້ປະຊາຊົນ 15 ບ້ານ ຈໍານວນ 3,229 ຄອບຄົວ ຢູ່ເມືອງພູວົງ.
ພິທີມອບ-ຮັບ ໄດ້ຈັດຂຶ້ນເມື່ອວັນທີ 13 ມີນາ 2025 ທີ່ບ້ານວົງສົມພູ, ໃຫ້ກຽດມອບໂດຍ ທ່ານ ບໍລິສຸດ ພົມມະໂດດ ຫົວໜ້າອົງການກາແດງແຂວງອັດຕະປື ແລະ ຮັບໂດຍທ່ານ ດາຍແກ້ວ ໄຊຍະແສງ, ເຈົ້າເມືອງພູວົງ, ໂດຍມີ ອຳນາດການປົກຄອງບ້ານ ແລະ ປະຊາຊົນເຂົ້າ ຮ່ວມ.
ເຕົາໄຟປະຢັດໄຟດັ່ງກ່າວ ແມ່ນໄດ້ຮັບທຶນສະໜັບສະໜູນຈາກໂຄງການຮ່ວມມື ລະຫວ່າງ ອົງການກາແດງແຫ່ງຊາດລາວ, ສະພາກາແດງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ບໍລິສັດ ສົ່ງເສີມການລົງທຶນ ແລະ ພັດທະນາແບບຍືນຍົງຂອງ ຫວຽດນາມ ຈໍານວນເຕົາໄຟປະຢັດທັງໝົດ 3,229 ໜ່ວຍ ລວມມູນຄ່າ 774 ລ້ານກວ່າກີບ.
ຂ່າວ: ຂ.ອັດຕະປື
May be an image of 10 people and text