ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຊາຊົນ 2 ບ້ານພາຍໃນເມືອງຫ້ວຍຊາຍ ໄດ້ຮັບການຊ່ວຍເຫຼືອ

Feb 10, 2025

ປະຊາຊົນ 2 ບ້ານພາຍໃນເມືອງຫ້ວຍຊາຍ ໄດ້ຮັບການຊ່ວຍເຫຼືອ
ເມື່ອບໍ່ດົນມານີ້, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ສົມທົບກັບຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມເມືອງ ໄດ້ນຳເອົາເຂົ້າສານ ( ເຂົ້າຈ້າວ ) ຈຳນວນ 340 ກວ່າກິໂລ ໄປມອບໃຫ້ ປະຊາຊົນບ້ານຊາຍຈະເລີນ ຈຳນວນ 6 ຄອບຄົວ ແລະ ປະຊາ ຊົນບ້ານຫ້ວຍຊາຍນ້ອຍ ຈຳນວນ 2 ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນເດືອນສິງຫາ 2024 ຜ່ານມາ. ຢູ່ທີ່ຫໍປະຊຸມບ້ານຊາຍຈະເລີນ.
ກ່າວມອບໂດຍທ່ານ ຄຳຈັນ ຄຳສຸພາສິດ, ຮອງເລຂາພັກເມືອງ, ຜູ້ຊີ້ນຳຂົງເຂດພັກ-ພະນັກງານເມືອງຫ້ວຍຊາຍ, ພ້ອມດ້ວຍຄະນະນຳຂອງເມືອງ ແລະ ຫ້ອງການກ່ຽວຂ້ອງ ກ່າວຮັບໂດຍທ່ານຮອງນາຍບ້ານຊາຍຈະເລີນ ແລະ ຄອບຄົວໄດ້ຮັບຜົນກະທົບ.
ການຊ່ວຍເຫຼືອຄັ້ງນີ້ ແມ່ນໄດ້ປະຕິບັດນະໂຍບາຍການຊ່ວຍເຫຼືອສົງເຄາະ ຕາມລະ ບຽບການວ່າດ້ວຍການຊ່ວຍເຫຼືອສົງເຄາະ ຂອງກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມວາງອອກ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆ ໂດຍຄິດໄລ່ 5 ກິໂລກຣາມຕໍ່ຄົນຕໍ່ປີ.
C: ທອງເພັດ