ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຊາຊົນ 3 ບ້ານ ຂອງເມືອງຂວາ ແຂວງຜົ້ງສາລີ ໄດ້ຮັບການຊ່ວຍເຫຼືອຈາກອົງການກາແດງແຫ່ງຊາດລາວ.

Feb 9, 2024

ໃນວັນທີ 7 ກຸມພາ 2024 ນີ້.ທ່ານ ສຈ.ດຣ. ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມເຮັດວຽກຊຸກຍູ້ວຽກງານກາແດງທີ່ ເມືອງຂວາ ແຂວງຜົ້ງສາລີ, ໃນໂອກາດທີທ່ານເຄື່ອນໄຫວຢຽ້ມຢາມນີ້ ປະທານອົງການກາແດງແຫ່ງຊາດລາວ ຍັງໄດ້ນຳເອົາເຄື່ອງນຸ່ງຫົ່ມຈຳນວນ 120 ຊຸດ ມອບໃຫ້ປະຊາຊົນທີ່ທຸກຍາກຂາດເຂີນ ຈຳນວນ 3 ບ້ານ ຄື: ບ້ານ ກິວ, ບ້ານ ຈາກກູດ(ໜ່ວຍຫ້ວຍແສນ), ບ້ານສາງຫວຍ(ໜ່ວຍບ້ານເພຍ) ລວມ 26 ຄອບຄົວ; ຈຳນວນ 80 ຄົນ; ຍິງ 34 ຄົນ) ໂດຍຊ້ອງໜ້າອຳນາດການປົກຄອງເມືອງ ແລະ ປະຊາຊົນພາຍໃນບ້ານດັ່ງກ່າວ ລວມມູນຄ່າການຊ່ວຍເຫຼືອໃນຄັ້ງນີ້ 18.000.000ກີບ ເຊິ່ງໄດ້ຮັບການສະໜັບສະໜູນຈາກສະພາກາຊາດໄທ.
ໂດຍ: ນັກຂ່າວອົງການກາແດງລາວ