ວັນທີ 21 ກັນຍາ 2024 ທີ່ບ້ານກອກຫວານ ນະຄອນຫຼວງພະບາງ ໄດ້ມີການເປີດໂຄງການກໍ່ສ້າງນ້ຳປະປາຊຸມຊົນ ຂະໜາດນ້ອຍ ມີ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ແລະທ່ານ ນາງ ອາຣຽນນ່າ ອາເດຊີ ທີ່ປຶກສາສະມາຄົມຝຣັ່ງ ຜູ້ໃຫ້ທຶນໃນການກໍ່ສ້າງ, ພ້ອມດ້ວຍຫົວໜ້າຫ້ອງການທີ່ກ່ຽວຂ້ອງຂັ້ນນະຄອນ, ຄະນະກຳມະການຊີ້ນຳໂຄງການ, ຫົວໜ້າບໍລິສັດທໍ່ນ້ຳລາວ ແລະພະນັກງານທີ່ກ່ຽວຂອງຂອງບໍລິສັດ, ອົງການຈັດຕັ້ງທຸກຂັ້ນຂອງບ້ານກອກຫວານ, ບ້ານນາຕານ, ບ້ານນາດອນຄູນ ຕະຫຼອດເຖິງປະຊາຊົນ ພາຍໃນບ້ານກອກຫວານ ເຂົ້າຮ່ວມ. ພິທີໄດ້ມີການເປີດປ້າຍໂຄງການກໍ່ສ້າງຢ່າງເປັນທາງການ ແລະວາງສີລາລຶກໃນການກໍ່ສ້າງ, ຈາກນັ້ນ ໄດ້ລົງກວດກາສະຖານທີ່ກໍ່ສ້າງ ເປັນຕົ້ນ ສະຖານທີ່ຈະກໍ່ສ້າງອຸ່ງເກັບນ້ຳ, ສະຖານທີ່ຈະກໍ່ສ້າງຫ້ອງການຄຸ້ມຄອງ ແລະ ສະຖານທີ່ດູດເອົານ້ຳຂຶ້ນອຸ່ງເກັບນ້ຳ. ໂຄງການກໍ່ສ້າງນ້ຳປະປາຊຸມຊົນບ້ານກອກຫວານ ມີມູນຄ່າກໍ່ສ້າງຫຼາຍກວ່າ 368.133 ໂດລາ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກ ອົງການສະຫະພາບເອີຮົບ (EU) ກັບ ສະມາຄົມບັນດານະຄອນ ທີ່ໃຊ້ພາສາຝລັ່ງ (AIMF) ແລະທຶນສົມທົບຂອງລັດ 22% ໂດຍແມ່ນຫ້ອງການໂຍທາທິການ ແລະ ຂົນສົ່ງນະຄອນຫຼວງພະບາງ ເປັນເຈົ້າຂອງໂຄງການ, ອອກແບບໂດຍບໍລິສັດ ເອັສເອແອວ ສຳຫຼວດອອກແບບນ້ຳປະປາ ແລະກໍ່ສ້າງຈຳກັດຜູ້ດຽວ, ຮັບເໝົາກໍ່ສ້າງໂດຍ ບໍລິສັດທໍ່ນ້ຳລາວອຸດສາຫະກຳ ເທັກໂນໂລຢີ ຈຳກັດພຽງຜູ້ດຽວ, ເຊິ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນ ມິຖຸນາ 2024 ຄາດກະວ່າຈະໃຫ້ສໍາເລັດ ເດືອນສິງຫາ 2025 ຫຼື ກໍານົດເວລາ 15 ເດືອນ ບັນດາໜ້າວຽກຂອງໂຄງການ ປະກອບມີ: ກໍ່ສ້າງຫົວງານ, ກໍ່ສ້າງອ່າງບຳບັດນ້ຳ, ກໍ່ສ້າງອ່າງເກັບນ້ຳ, ກໍ່ສ້າງຫ້ອງການຄຸ້ມຄອງ ແລະວາງທໍ່ສົ່ງນໍ້າ ໄປຫາສາມບ້ານຄື: ບ້ານກອກຫວານ, ບ້ານນາດອນຄູນ ແລະບ້ານນາຕານ. ໂອກາດນີ້ ອົງການຈັດຕັ້ງບ້ານ ແລະປະຊາຊົນພາຍໃນບ້ານກອກຫວານ ໄດ້ບາສີໃຫ້ກັບຜູ້ເຂົ້າຮ່ວມ ຕາມຮີດຄອງປະເພນີ.
ພາບ-ຂ່າວໂດຍ: ທອງດາ ທິພະວົງ






