ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຊາຊົນ 3 ເມືອງ ແຂວງເຊກອງ ໄດ້ຮັບເຂົ້າສານຫຼາຍກວ່າ 250 ໂຕນ

Sep 12, 2024

ວັນທີ 10 ກັນຍາ 2024 ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍອົງການອາຫານໂລກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄະນະນຳແຂວງເຊກອງ ແລະ ອົງການກາແດງແຂວງເຊກອງ ໄດ້ເລີ່ມລົງແຈກຢາຍເຂົ້າສານໃຫ້ປະຊາຊົນທີ່ພົບບັນຫາດ້ານການຄ້ຳປະກັນສະບຽງອາຫານ ໃນ 75 ບ້ານ ຂອງ 3 ເມືອງ ແຂວງເຊກອງ ຄື: ລະມາມ ດາກຈຶງ ແລະ ເມືອງກະລືມ ມີປະຊາຊົນໄດ້ຮັບຜົນປະໂຫຍດ 29.947 ຄົນ ຍິງ 14.703 ຄົນ.
ເຂົ້າສານໜຽວທີ່ນຳມາຊ່ວຍເຫຼືອຄັ້ງນີ້ ທັງໝົດ 250,6 ໂຕນ ໃນນັ້ນ ເມືອງລະມາມ ໄດ້ຮັບ 68,05 ໂຕນ ເມືອງດາກຈຶງ ໄດ້ຮັບ 111,20 ໂຕນ ແລະ ເມືອງກະລືມ ໄດ້ຮັບ 71,35 ໂຕນ ການແຈກຢາຍນີ້ ແມ່ນຜ່ານການເກັບກຳຂໍ້ມູນປະຊາກອນທີ່ມີໜ້າຕົວຈິງ ໃນຄອບຄົວໂດຍອົງການກາແດງແຫ່ງຊາດລາວ ເຊິ່ງ 1ຄົນ ຈະໄດ້ຮັບເຂົ້າ 8,4 ກິໂລ ສາມາດບັນເທົາທຸກເບື້ອງຕົ້ນ ເຮັດໃຫ້ປະຊາຊົນ ກຸ້ມກິນພາຍໃນ 21 ວັນ ໃນໄລຍະລະດູທຳການຜະລິດ ທີ່ຍັງບໍ່ທັນສາມາດເກັບກ່ຽວ.
ການຊ່ວຍເຫຼືອລັກສະນະນີ້ເປັນ ຄັ້ງທີສີ່ແລ້ວ ເຊິ່ງໃນປີ 2019 ປະຕິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື ປີ 2020 ຊ່ວຍເຫຼືອຢູ່ ແຂວງໄຊຍະບູລີ ແລະ ສະຫວັນນະເຂດ ປີ 2023 ຊ່ວຍເຫຼືອຢູ່ແຂວງ ຫຼວງນໍ້າທາ ອຸດົມໄຊ ສາລະວັນ ແລະ ເຊກອງ ພາຍໃຕ້ການສະໜັບສະໜູນຈາກອົງການອາຫານໂລກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມມືກັບອົງການກາແດງແຫ່ງຊາດລາວ.