ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຊາຊົນ 7 ບ້ານທີ່ປະສົບໄພນໍ້າຖ້ວມຢູ່ເມືອງຫລວງນໍ້າທາ ໄດ້ຮັບເຄື່ອງຊ່ວຍເຫລືອ

Sep 25, 2024

(24.9.24) ທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ ຜູ້ຊີ້ນໍາຂົງເຂດເສດຖະກິດ ພ້ອມດ້ວຍຄະນະ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ເຊັ່ນ: ນໍ້າດື່ມ, ເຂົ້າສານ, ອາຫານແຫ້ງ ແລະເຄື່ອງນຸ່ງຫົ່ມ ນໍາໄປມອບໃຫ້ປະຊາຊົນຄອບຄົວທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຈໍານວນ 7 ບ້ານ ຢູ່ ເມືອງຫຼວງນໍ້າທາ ຄື: ບ້ານຕາຫວ່ານ, ຫ້ວຍດໍາ, ສວນຢາ, ຫ້ວຍຫ້ອມ, ນໍ້າແກນ້ອຍ, ນໍ້າແດງ ແລະ ບ້ານນາເຕີຍ.
ຕາງໜ້າຮັບໂດຍນາຍບ້ານແຕ່ລະບ້ານ ເພື່ອນໍາເຄື່ອງດັ່ງກ່າວໄປມອບຕໍ່ໃຫ້ປະຊາຊົນຄອບຄົວທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃຫ້ທົ່ວເຖິງ.
ຂ່າວ: ມຸນຕີ