ໃນວັນທີ 5-6 ທັນວາ 2024 ອົງການກາແດງແຫ່ງຊາດລາວ ໄດ້ຈັດພິທີມອບ-ຮັບ ເງິນຊ່ວຍເຫຼືອສຸກເສີນ ຈຳນວນ 8 ຕື້ກວ່າກີບ ພາຍໃຕ້ໂຄງການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພພິບັດ ໂດຍຜ່ານກອງທຶນຕອບໂຕ້ເຫດການສຸກເສີນ ຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງ (IFRC) ເພື່ອຈະນໍາໄປຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນທີ່ຖຶກຜົນກະທົບຈາກພາຍຸໃຕ້ຝຸ່ນ ແລະ ນໍ້າຖ້ວມໄລຍະຜ່ານມາ ໃນ 8 ແຂວງ ຄື: ແຂວງວຽງຈັນ, ໄຊຍະບູລີ, ອຸດົມໄຊ, ຊຽງຂວາງ, ຫົວພັນ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ແຂວງຜົ້ງສາລີ.
ພິທີດັ່ງກ່າວຈັດຂຶ້ນຢູ່ທີ່ ຣີສອດນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ມີບັນດາທ່ານຮອງເຈົ້າແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຄະນະນຳອົງການກາແດງແຂວງ ພ້ອມດ້ວຍພະນັກງານທີ່ມາຈາກ 8 ແຂວງ ກ່ຽວຂ້ອງ ເຂົ້າຮ່ວມ.
ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນການແຈກຢາຍເງິນສົດແບບບໍ່ມີເງືອນໄຂ ເພື່ອໃຫ້ການຊ່ວຍເຫຼືອມີປະສິດທິພາບ ແລະ ຖືກຕ້ອງຕາມຄວາມຕ້ອງການຂອງປະຊາຊົນ ສາມາດນຳເອົາເງິນດັ່ງກ່າວຮັບໃຊ້ອັນຈຳເປັນພາຍໃນຄອບຄົວ.
ໃນວາລະດຽວກັນ ຍັງເຝິກອົບຮົມການລົງປະຕິບັດງານພາກສະໜາມ ໃຫ້ພະນັກງານກາແດງທີ່ກ່ຽວຂ້ອງ ເພື່ອຮັບປະກັນຄວາມພ້ອມການລົງແຈກຢາຍເງິນສົດດັ່ງກ່າວ ເຊິ່ງມີວິທະຍາກອນຂອງ ສະຫະພັນກາແດງ ແລະ ຊີກວົງເດືອນແດງ (IFRC) ໃຫ້ການເຝິກອົບຮົມຄັ້ງນີ້.
ທີ່ມາ: ອົງການການກາແດງແຫ່ງຊາດລາວ





