ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຊາຊົນ 9 ບ້ານຢູ່ແຂວງບໍ່ແກ້ວ ຍັງບໍ່ມີໄຟຟ້າໃຊ້

Sep 12, 2024

ຕາມການລາຍງານຂອງຄະນະກໍາມະການຄຸ້ມຄອງໄພພິບັດ ເມືອງເມິງ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫລາຍວັນ ນັບແຕ່ວັນທີ 8 ກັຍຍາ 2024 ຈົນມາຮອດປັດຈຸບັນນີ້ ຍັງມີຝົນຕົກໜັກຢ່າງຕໍ່ເນື່ອງ ຈາກລົມພາຍຸໃຕ້ຝຸ່ນຢາກິ ເຮັດໃຫ້ມີນໍ້າປ່າໄຫລຊຸ, ດີນເຊາະເຈື່ອນຖົມເສັ້ນທາງ, ນໍ້າຖ້ວມນາ, ຮົ້ວສວນ ແລະ ເສົາໄຟຟ້າຫັກ ຫລາຍຈຸດ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ພໍ່ແມ່ປະຊາຊົນຫຼາຍບ້ານໃນທົ່ວເມືອງເມິງ ໂດຍສະເພາະເຮືອນຊານປະຊາຊົນທີ່ຕິດກັບແຄມນໍ້າແມ່ນໄດ້ຮັບຜົນກະທົບຫຼາຍພໍສົມຄວນ , ເສັ້ນທາງເປ່ເພ, ດິນເຈື່ອນຖົມເສັ້ນທາງຫຼາຍຈຸດ, ຕົ້ນໄມ້ລົ້ມທັບສາຍໄຟຟ້າ ເຮັດເສົາໄຟຟ້າຫັກ ໄຟມອດໄປຫຼາຍຊົ່ວໂມງ.
ປະຈຸບັນແຕ່ລະພາກສ່ວນແມ່ນໄດ້ເອົາໃສ່ໃນການແກ້ໄຂສຸກເສີນ ຈາກພາກ ສ່ວນກ່ຽວຂ້ອງ ເຊິ່ງໄດ້ນໍາເອົາລົດແມັກໂຄມາແກ້ໄຂເສັ້ນທາງທີ່ເປ່ເພ ໃຫ້ສາມາດສັນຈອນໄດ້ເປັນປົກກະຕິ, ສ່ວນໄຟຟ້າກໍ່ໄດ້ຮັບການແກ້ໄຂ ເຫັນວ່າພາຍໃນເທດ ສະບານເມືອງມີໄຟຟ້າໄຊ້ເປັນປົກກະຕິ ແລະ ຍັງອີກ 9 ບ້ານ ແລະ ກຸ່ມສວນກ້ວຍທີ່ຍັງບໍ່ທັນມີໄຟຟ້າໄຊ້ ຄື: ບ້ານໂພນຈະເລີນ, ບ້ານປຸ່ງຜາ, ບ້ານຫົວນໍ້າຄາ, ບ້ານຈ່າກໍ, ບ້ານນາງາມ, ບ້ານປຸ່ງຫີນ, ບ້ານນໍ້າຄາລື້, ລ້ອງພະບາດ, ຖໍ້າພະບາດ ຍັງບໍທັນໄດ້ຮັບການແກ້ໄຂ.
ທີ່ມາ: ໜັງສືພິມແຂວງບໍ່ແກ້ວ