ເມື່ອບໍ່ດົນມານີ້, ທີ່ບ້ານ ສົບຮຸນ ເມືອງງອຍ ແຂວງຫຼວງພະບາງ ອົງການພັດທະນາເດັກນ້ອຍ ລາວ-ຍີ່ປຸ່ນ ໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມມີທັງໝົດ 6 ບ້ານ,ມີ 95 ຄອບຄົວ.
ເຄື່ອງທີ່ນໍາມາມອບມີເຂົ້າສານ ແລະອາຫານແຫ້ງຈໍານວນໜື່ງ ລວມເປັນມູນຄ່າ 162 ລ້ານກ່ວາກີບ, ເຊິ່ງຄອບຄົວ 1 ໄດ້ຮັບເຂົ້າສານ 60 ກິໂລ ພ້ອມດ້ວຍອາຫານແຫ້ງຈໍານວນໜື່ງ.
ເຂົ້າຮ່ວມເປັນສັກຂີພະຍານ ໂດຍມີ ທ່ານ ບຸນເມືອງ ໄຊຍະສິດ ເຈົ້າເມືອງ-ເມືອງງອຍ, ພ້ອມດ້ວຍ ຫ້ອງການທີ່ກ່ຽວຂ້ອງຂອງເມືອງ ແລະຜູ້ປະສານງານອົງການພັດທະນາເດັກລາວ-ຍີ່ປຸ່ນ.
ຂ່າວ: ວືຢ່າງ ໄຊລີຈືເຢ ຖວທ ເມືອງງອຍ.






