ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະ​ຊາ​ທິ​ປະ​ໄຕຂອງ​ປະ​ຊາ​ຊົນ​ທົ່ວ​ຂະ​ບວນ​ການ ເປັນ​ສິ່ງ​ຄ້ຳ​ປະ​ກັນ​ອັນ​ສຳ​ຄັນ​ໃນ​ການ​ສ້າງ​ສອງ​ຄວາມ​ອັດ​ສະ​ຈັນ​ຂອງ​ຈີນ

Oct 7, 2024

“ສິດ​ທິ​ທຸກ​ຢ່າງ​ຂອງສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ເປັນ​ຂອງ​ປະ​ຊາ​ຊົນ” ໄດ້​ຖືກ​ລະ​ບຸ​ໄວ້​ໃນ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ຈີນ. ພາຍຫຼັງ​ໄດ້​ສ້າງ​ຕັ້ງ​ສາທາລະນະລັດປະຊາຊົນປະ​ເທດ​ຈີນ​​ ເປັນ​ເວ​ລາ 75 ປີ​ມາ​ນີ້, ສະ​ພາບ​ການ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຈີນ​ເປັນ​ຄື​ແນວ​ໃດ? ຂໍ​ໃຫ້​ບັນ​ດາ​ທ່ານ​ຕິດ​ຕາ​ມ​ຂໍ້​ມູນ​ດັ່ງ​ຕໍ່​ໄປ​ນີ້: ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ປະ​ຊາ​ຊົນ​ຈີນ​ຂັ້ນ​ເມືອງ ແລະ ຂັ້ນ​ຕາ​ແສງຄັ້ງຫຼ້າສຸດ​ທີ່​ສຳ​ເລັດ​ລົງ​ໃນ 2 ປີ​ກ່ອນ, ປະ​ຊາ​ຊົນ​ຈີນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທັງ​ໝົດ 1 ຕື້ກວ່າ​ຄົນ​ໄດ້​ປ່ອນ​ບັດ​ເລືອກ​ຕັ້ງ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ເມືອງ ແລະ ຂັ້ນ​ຕາ​ແສງ​ຫຼາຍກວ່າ 2,6 ລ້ານ​ຄົນ; ກອງປະຊຸມສະພາປະຊາຊົນແຫ່ງຊາດ ແລະ ກອງປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດ ຫຼື ເອີ້ນຫຍໍ້ວ່າ “ກອງ​ປະ​ຊຸມ​ສອງ​ສະ​ພາ” ຂອງ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ມີ​ນາ​ທຸກໆ​ປີ, ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ ແລະ ກຳ​ມະ​ການ​ສະ​ພາ​ເປິກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ກໍ​ນຳ​ເອົາ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ໄປ​ເຖິງ​ນະ​ຄອນຫຼວງ​ປັກ​ກິ່ງ ເພື່ອ​ປະ​ກອບ​ຄຳ​ເຫັນ ແລະ ຂໍ້​ສະ​ເໜີ​ສຳ​ລັບ​ການ​ພັດ​ທະ​ນາ ແລະ ຄວາມ​ກ້າວ​ໜ້າ​ຂອງ​ປະ​ເທດ​ຊາດ; ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ໄດ້​ສ້າງ​ຕັ້ງ​ຈຸດ​ຕິດ​ຕໍ່​ດ້ານ​ນິ​ຕິບັນຍັດ​ຂັ້ນ​ຮາກ​ຖານ​ທັງ​ໝົດ 6.000 ກວ່າ​ແຫ່ງ ເຊິ່ງເປັນການອຳ​ນວ​ຄວາມ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ສ້າງ​ກົດ​ໝາຍຕ່າງໆ; ບໍ່​ວ່າ​ໃນ​ຄຸ້ມ​ຊຸມ​ຊົນ​ໃນ​ຕົວ​ເ​ມືອງ ຫຼື ຢູ່​ຊົນ​ນະ​ບົດ, ປະ​ຊາ​ຊົນ​ຈີນ​ສາມດ​ເປິກ​ສາ​ຫາ​ລື​ວຽກ​ບ້ານ​ການ​ເຮືອນ​ຮ່ວມ​ກັນ ໂດຍ​ຜ່ານ​ເວັບ​ໄຊ​ຂອງ​ອົງ​ການ​ຈັດ​ຕັ້ງ​ຂັ້ນ​ຮາກ​ຖານ…ອາດ​ເວົ້າ​ໄດ້​ວ່າ: ປະ​ຊາ​ທິ​ປະ​ໄຕ​ແບບ​ຈີນ​​ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ໃນ​ການ​ວາງ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ລັດ ທັງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ໃນ​ວຽກ​ງານ​ລະ​ອຽດ​ຕ່າງໆ ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບຊີວິດການເປັນຢູ່ຂອງ​ປະ​ຊ​າ​ຊົນ​ໂດຍ​ກົງ.
ໂດ​ຍ​ສະ​ເພາະ​ແມ່​ນ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ຕົ້ນ​ມາ, ພັກ​ກຳ​ອຳ​ນາດ​ຂອງ​ຈີນ ​ໄດ້​ສະ​ເໜີ​ແນ​ວ​ຄວາມ​ຄິດ “ປະ​ຊາ​ທິ​ປະ​ໄຕຂອງ​ປະ​ຊາ​ຊົນ​ທົ່ວ​ຂະ​ບວນ​ການ” ເຊິ່ງ​ໄດ້​ຕ່າງ​ກັບ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ ຂອງ​ປະ​ເທດ​ຕາ​ເວັນ​ຕົກ, ປະ​ຊ​າ​ທິ​ປະ​ໄຕ​ຂອງປະ​ຊາ​ຊົນ​ທົ່ວ​ຂະ​ບວນ​ການ​ຂອງ​ຈີນ​ ໄດ້​ບັນ​ລຸ​ຄວາມ​ເອ​ກະ​ພາບ​ກັນ​ລະ​ຫວ່າງຂະ​ບວນ​ການ​ປະ​ຊາ​ທິ​ປະ​ໄຕ​ ແລະ ​​ຜົນຂອງປະ​ຊາ​ທິ​ປະ​ໄຕ, ລະ​ຫວ່າງ​ປະ​ຊາ​ທິ​ປະ​ໄຕ​ລະ​ບຽບ​ການ ແລະ ປະ​ຊາ​ທິ​ປະ​ໄຕ​ທີ່​ມີ​ລັກ​ສະ​ນະ​ທາດ​ແທ້, ລະ​ຫວ່າງ​ປະ​ຊາ​ທິ​ປະ​ໄຕ​ໂດຍ​ກົງ ແລະ ປະ​ຊາ​ທິ​ປະ​ໄຕ​ໂດຍ​ທາງ​ອ້ອມ, ລະ​ຫວ່າງ​ປະ​ຊາ​ທິ​ປະ​ໄຕ​ຂອງປະ​ຊາ​ຊົນ ແລະ ມາ​ນະ​ຈິດ​ຂອງ​ຊາດ, ເປັນ​ປະ​ຊາ​ທິ​ປະ​ໄຕ​ທົ່ວ​ຂະ​ບວນ​ການ, ຄົບ​ວົງ​ຈອນ ແລະ ປົກ​ຄຸມ​ຢ່າງ​ຮອບ​ດ້ານ, ແມ່ນ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ​ທີ່ກວ້າງ​ຂວາງ​ທີ່​ສຸດ, ຕິດ​ແທດ​ຕົວ​ຈິງ​ທີ່​ສຸດ ແລະ ມີປະສິດທິພາບ​ຫຼາຍທີ່​ສຸດ.
ສາມາດເວົ້າໄດ້ວ່າ: ຕັ້ງແຕ່ສາທາລະນະລັດປະຊາຊົນຈີນສ້າງຕັ້ງຂຶ້ນຕະຫຼອດໄລຍະ 75 ປີຜ່ານມາ ໄດ້ສ້າງຄວາມອັດສະຈັນສອງຢ່າງ ຄື ເສດຖະກິດພັດທະນາຢ່າງວ່ອງໄວ ແລະ ສັງຄົມມີຄວາມສະຫງົບເປັນເວລາຍາວນານ, ຂະນະທີ່ປະຊາຊົນທິປະໄຕຂອງປະຊາຊົນທົ່ວຂະບວນການ ກໍເປັນສິ່ງຄ້ຳປະກັນອັນສຳຄັນຂອງຈີນໃນການສ້າງຄວາມອັດສະຈັນສອງຢ່າງດັ່ງກ່າວ.