ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະດັບຫລຽນໄຊແຮງງານຊັ້ນ I ໃຫ້ ແຂວງກາເມົາ

Apr 1, 2025

ປະດັບຫລຽນໄຊແຮງງານຊັ້ນ I ໃຫ້ ແຂວງກາເມົາ
ພິທີປະດັບຫລຽນໄຊແຮງງານຊັ້ນ I ຂອງປະທານປະເທດ ແຫ່ງ ສປປ ລາວ ໃຫ້ແຂວງກາເມົາ, ສສ ຫວຽດນາມ ທີ່ມີຜົນ ງານ, ຄຸນງາມຄວາມດີໃນການພົວພັນຮ່ວມມື ແລະ ຊ່ວຍເຫຼືອທຶນຮອນ ເພື່ອພັດທະນາ ແຂວງຄໍາມ່ວນ ໃນຜ່ານມາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບການ ການຮ່ວມມື ລາວ – ຫວຽດນາມຄົບຮອບ 45 ປີ ( 18 ກໍລະກົດ 1997 – 18 ກໍລະກົດ 2022 ) ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962 – 5 ກັນຍາ 2022 ) ຈັດຂື້ນໃນວັນທີ 31 ມີນາ 2025 ທີ່ເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ ໃຫ້ກຽດປະດັບຫຼຽນໃນຄັ້ງນີ້ໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ຮັບໂດຍ ທ່ານ ຫງວ້ຽນ ໂຮ່ ຮ໋າຍ ເລຂາຄະນະບໍລິຫານງານພັກແຂວງກາເມົາ.
ໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ກົມກອງທີ່ມີຜົນງານປະກອບສ່ວນວັດຖຸທຶນຮອນ, ເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການຊຸກຍູ້ວຽກງານຮ່ວມມື ແລະ ຊ່ວຍເຫຼືອພັດທະນາແຂວງຄໍາມ່ວນໄລຍະແຕ່ປີ 2017-2022 ເຊັ່ນ: ຫ້ອງວ່າການພັກແຂວງກາເມົາ, ຄະນະກໍາມະການປະຊາຊົນແຂວງກາເມົາ ແລະ ພະແນກພົວພັນຕ່າງປະເທດແຂວງກາເມົາ ເຊິ່ງນັບແຕ່ປີ 2019 ຮອດປະຈຸບັນ 2025 ແຂວງກາເມົາໄດ້ມອບທຶນການຊ່ວຍເຫຼືອໃນການກໍ່ສ້າງຊັບພະຍາກອນມະນຸດໃຫ້ແຂວງຄໍາມ່ວນປີລະ 1 ຕື້ດົງ ແລະ ໃນສົກປີ 2024–2025 ໄດ້ຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການປູກເຂົ້າປະສົມກັບການລ້ຽງກຸ້ງນໍ້າຈືດ, ມູນຄ່າຫຼາຍກວ່າ 3 ຕື້ດົງ.
ທີ່ມາ: Medialaos