ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະດັບຫລຽນໄຊແຮງງານ ຊັ້ນ I ໃຫ້ແຂວງກວາງຈິ ສສ ຫວຽດນາມ

Jan 15, 2025

ພິທີປະດັບຫລຽນໄຊແຮງງານ ຊັ້ນ I ຂອງປະທານປະເທດ ແຫ່ງ ສປປ ລາວ ໃຫ້ແຂວງກວາງຈິ ສສ ຫວຽດນາມ ທີ່ມີຜົນງານ, ຄຸນງາມຄວາມດີ ໃນການພົວພັນຮ່ວມມື ແລະ ຊ່ວຍເຫລືອທຶນຮອນ ເພື່ອພັດທະນາ ແຂວງຈຳປາສັກ ໃນໄລຍະຜ່ານມາ, ເນື່ອງໃນໂອກາດສະເຫລີມສະຫງອງ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ຈັດຂຶ້ນໃນວັນທີ 14 ມັງກອນ 2025 ທີ່ແຂວງກວາງຈິ ສສ ຫວຽດນາມ ຕາງໜ້າມອບໂດຍທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈຳປາສັກ ທັງເປັນປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງຈຳປາສັກ ແລະ ຕາງໜ້າຮັບໂດຍທ່ານ ຮວ່າງ ນາມ ຮອງປະທານຄະນະກຳມະການປະຊາຊົນ ແຂວງກວາງຈິ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ຮວ່າງ ນາມ ໄດ້ສະແດງຄວາມຂອບໃຈ ມາຍັງລັດຖະບານ, ການນຳຂັ້ນສູງຂອງ ສປປ ລາວ ແລະ ແຂວງຈຳປາສັກ ທີ່ໄດ້ມອບຫລຽນໄຊແຮງງານ ຊັ້ນ I ເພື່ອເປັນການຍ້ອງຍໍອັນຊົງຄຸນຄ່າ ແກ່ແຂວງກວາງຈິ ທັງເປັນການຍົກສູງ ເພີ່ມທະວີສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮ້ອບດ້ານ ຂອງສອງປະເທດ.
ທ່ານ ສົມບູນ ເຮືອງວົງສາ ໄດ້ຕາງໜ້າໃຫ້ອົງຄະນະພັກ-ອົງການປົກຄອງ, ສະພາປະຊາຊົນ, ແນວລາວສ້າງຊາດ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າແຂວງຈຳປາສັກ ອວຍພອນໄຊອັນປະເສີດ ໃຫ້ສະຫາຍຄະນະພັກ, ຄະນະການນຳ ພ້ອມຄອບຄົວ ແລະ ປະຊາຊົນ ແຂວງກວາງຈິ ສສ ຫວຽດນາມ ໃນໂອກາດບຸນປີໃໝ່ປະຈຳຊາດ ຂອງຊາວຫວຽດນາມ 2025 ທີ່ຈະມາເຖິງນີ້ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດ, ອວຍພອນແດ່ສາຍພົວພັນຄວາມມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ແຂວງກວາງຈິ ກັບ ແຂວງຈໍາປາສັກ ຍາມໃດກໍຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫລອດການລະນາ.
ຂ່າວ: ທັດຊະນະ