ປະດັບຫຼຽນກາໃຫ້ ທ່ານ ນາງ Yoohyusook ຈາກສະມາຄົມສີລະປະ ແລະ ແລກປ່ຽນວັດທະນາທຳແຊຮິງ ສ.ເກົາຫຼີ

ເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ (ຮສສ) ໄດ້ປະດັບຫຼຽນກາໃຫ້ ທ່ານ ນາງ Yoohyusook ຈາກສະມາຄົມສີລະປະ ແລະ ແລກປ່ຽນວັດ ທະນາທຳແຊຮິງ ສ.ເກົາ ຫຼີ ທີ່ໄດ້ປະກອບສວ່ນໃນການພັດທະນາ ສະຖາບັນພັດ ທະນາສີມືແຮງງານ (ສພງ), ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ ເຊິ່ງມີຜົນງານເຄື່ອນໄຫວເລີ່ມແຕ່ປີ 2017-2024.
ຕະຫລອດໄລຍະເວລາ 7 ປີ ຜ່ານມາ ສະມາຄົມສີລະປະ ແລະ ແລກປ່ຽນວັດທະ ນາທຳແຊຣິງ ສ.ເກົາຫຼີ ໄດ້ເປີດການຮຽນ -ການສອນພາສາເກົາຫຼີ ແລະ ວັດທະນາທຳເກົາຫຼີ ໃນຫຼັກສູດ 45 ຊົ່ວໂມງ, ໃນນັ້ນ ສອນພາສາເກົາຫຼີ 37 ຊົ່ວໂມງ, ຮຽນວັດທະນາທຳເກົາຫຼີ 8 ຊົ່ວໂມງ, ການຮຽນ-ການສອນ ໄດ້ຜ່ານການທົດ ສອບ ແລະ ຄັດ ເລືອກ ໂດຍຜ່ານລະບົບ CBT ແລະ EPS ສາມາດຈັດສົ່ງແຮງງານໄປເຮັດວຽກຢູ່ ສ.ເກົາຫຼີ.
ສະມາຄົມສີລະປະ ແລະ ແລກປ່ຽນວັດທະນາທຳແຊຣິງ ສ.ເກົາ ຫຼີ ໄດ້ຊ່ວຍເຫຼືອ ເປັນຕົ້ນ: ໂຕະ, ຕັ່ງ, ຄອມ ພິວເຕີ້ ແລະ ເຄື່ອງ ນຸ່ງຮົ່ມຈຳນວນໜຶ່ງ, ລວມມູນຄ່າການຊ່ວຍເຫຼືອ 150,000 ໂດ ລາສະຫະລັດ; ຊ່ວຍເຫຼືອ ປຸກສ້າງອາຄານ ຝຶກສີມືແຮງງານ ສາຂາວິຊາຊີບຊ່າງໄມ້ ເປັນອາຄານ 1ຊັ້ນ, ຈຳນວນ 1ຫຼັງ ຂະໜາດ 14X10=140 ຕາແມັດ ທີ່ບັນຈຸນັກຮຽນໄດ້ 70ຄົນ, ລວມມູນຄ່າທັງໝົດ 34,243.6 ໂດລາສະຫະ ລັດ ສໍາເລັດ 100%; ໄດ້ຊ່ວຍເຫຼືອ ປຸກສ້າງອາຄານຫໍພັກນັກສຶກສາສຳລັບສູນພາສາເກົາຫຼີ ຂອງສະຖາບັນພັດທະນາສີມືແຮງງານ ໂດຍຜ່ານການຮ່ວມມືຂອງທັງສອງຝ່າຍ, ໃນການພັດທະນາຂອງສະຖາບັນພັດທະນາສີມືແຮງງານ ຈຳນວນ ມູນຄ່າ 461.101 USD ໂດລາສະຫະ ລັດ ກໍ່ສ້າງອາຄານຫໍພັກນັກສຶກສາສຳລັບສູນພາສາເກົາຫຼີ ຫຼັງໃໝ່ 2 ຊັ້ນ ຈຳນວນ 1ຫຼັງ ຂະໜາດ 42X10=420 ຕາແມັດ ສໍາເລັດ 100% ສຳລັບນັກຮຽນທີ່ເຂົ້າມາຮຽນ ແລະ ສາມາດບັນຈຸນັກ ຮຽນໄດ້ 128 ຄົນ.
ພ້ອມນີ້ ໄດ້ຊ່ວຍເຫຼືອລົດຕູ້ ປະເພດມືສອງ ສະພາບ 80% ໃຫ້ ສພງ ຈຳນວນ 1ຄັນ, ໃຫ້ ແຂວງສະຫວັນນະເຂດ ຈຳນວນ 1ຄັນ, ແຂວງຫົວພັນ ຈຳນວນ 1 ຄັນ ລວມເປັນມູນຄ່າ 47,606.46 ໂດລາສະຫະລັດ ແລະ ໝາກບານເຕະ, ຕາໜ່າງປະຕູບານເຕະ, ເຄື່ອງດົນຕຣີ, ຜ້າອານາໄມ ຈໍານວນໜຶ່ງ ເປັນມູນຄ່າ 7,683.72 ໂດລາສະຫະລັດ ລວມມູນຄ່າທັງໝົດ 55,290.18 ແລະ ສະມາ ຄົມສີລະປະ ແລະ ແລກ ປ່ຽນວັດທະນາທຳແຊຣິງ ສ.ເກົາຫຼີ ໄດ້ຊ່ວຍ ເຫຼືອປຸກສ້າງ ຮ້ານຝຶກອົບຮົມ ກາເຟ Barista ແລະ ຮ້ານເຮັດເຂົ້າໝົມ ລວມຈໍານວນ 02 ຫຼັງ ຊັ້ນດຽວ ທີ່ ສະຖາບັນພັດ ທະນາສີມືແຮງງານ.
ນອກຈາກນີ້ ສະມາຄົມສີລະປະ ແລະ ແລກປ່ຽນວັດທະນາທຳແຊຣິງ ສ.ເກົາຫຼີ ສະເໜີໃນປີ 2025 ຈະຊ່ວຍເຫຼືອການປຸກສ້າງສະໂມສອນອາເນກປະສົງ ຈຳນວນ 01ຫຼັງ, 02ຊັ້ນ, ຊັ້ນທີ່01 ຈະເຮັດເປັນຮ້ານກາເຟ, ສ່ວນຊັ້ນທີ່ 02ຈະເຮັດເປັນສະໂມ ສອນ ຂະໜາດ 30mX20m ມູນຄ່າ 1,200,000 USD ທີ່ ສະຖາ ບັນພັດທະນາສີມືແຮງງານ.
ທີ່ມາ: ຂ່າວສານຮສສ




