ວັນທີ 27 ພະຈິກ 2024 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ນັກສິລະປິນ, ນັກປະ ພັນ ແລະ ນັກປະດິດແຕ່ງທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນສັນລະເສີນກອງທັບປະຊາຊົນລາວ ຕະຫຼອດ 75 ປີທີ່ຜ່ານມາ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ.
ສະຫາຍ ພົນຈັດຕະວາ ວັນລະວົງ ນັນທະວົງ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດ ຫານໃຫ້ແກ່ນັກສິລະປິນດີເດັ່ນ ໃນການປະພັນເນື້ອຮ້ອງ, ທໍານອງບົດເພງ, ກອນລຳ ແລະ ນັກຂັບລໍາທີ່ມີເນື້ອໃນສັນລະເສີນກອງ ທັບປະຊາຊົນລາວ ໄດ້ປະກອບສ່ວນໃນການສ້າງຂະບວນການແຂ່ງຂັນປະຕິບັດໜ້າທີ່ ແລະ ສຳເລັດຕາມແຜນການ ໃນນີ້, ມອບຫຼຽນໄຊພິລະອາດຫານ ຊັ້ນ I ຈໍານວນ 5 ສະຫາຍ, ຊັ້ນ II ຈໍານວນ 9 ສະຫາຍ ແລະ ມອບຫຼຽນໄຊພິລະອາດຫານ ຊັ້ນ III ຈໍານວນ 17 ສະຫາຍ.
ໂອກາດນີ້, ສະຫາຍ ພົນໂທ ສຈ ປອ ທອງລອຍ ສິລິວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການຍ້ອງ ຍໍໃນຄັ້ງນີ້, ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດານັກປະພັນ, ນັກສິລະ ປິນທັງຫຼາຍ ຈົ່ງພ້ອມກັນເອົາໃຈໃສ່ສ້າງສັນຜົນງານການສະແດງ ໃຫ້ນັບມື້ຫຼາຍຂຶ້ນ, ເນື້ອໃນສີສັນການສະແດງມີຄວາມທັນສະໄໝກ້າວໜ້າ, ນໍາເອົາແນວທາງອັນຖືກຕ້ອງ, ສະຫຼາດສ່ອງໃສຂອງພັກ ແລະ ຊຸກຍູ້ສັນລະເສີນມູນເຊື້ອພິລະອາດຫານຂອງກອງທັບປະ ຊາຊົນລາວ, ຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍຜ່ານເນື້ອຮ້ອງ, ທໍານອງເພງ, ສຽງຂັບລຳ, ສຽງດົນຕີ, ສີສັນການສະແດງ ແລະ ການເຜີຍແຜ່ວັດທະນະທຳອັນດີງາມ ໃຫ້ມີບັນຍາກາດຟົດຟື້ນກວ້າງຂວາງ.
ຂ່າວ: ອາຫວຸ້ນ






