ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານກວດກາສູນກາງໂອ້ລົມພະນັກງານກວດກາແຂວງ ອັດຕະປື

Oct 23, 2024

ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມຄະນະ ເຄື່ອນໄຫວຢ້ຽມ ຢາມ, ເຮັດວຽກ ແລະ ພົບປະໂອ້ລົມການນໍາຂົງເຂດອົງ​ການກວດກາ ພັກ-ລັດ ຢູ່ແຂວງ ອັດຕະປື ເຊິ່ງພິທີຕ້ອນຮັບໄດ້ມີຂຶ້ນໃນ ວັນທີ 22 ຕຸລາ 2024 ທີ່ຫ້ອງວ່າການແຂວງອັດຕະປື.
ທ່ານ ຄຳຫວັນ ຈັນທະໂຄດ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງ ໄດ້ລາຍ ງານສະພາບການນຳພາ-ຊີ້ນຳວຽກງານຮອບດ້ານຂອງວຽກງານກວດພັກ ແລະ ວຽກງານກວດກາລັດໃນຕະຫຼອດໄລຍະຜ່ານມາ ຄະນະພັກ, ຄະນະກວດກາຂັ້ນແຂວງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ດ້ວຍການຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນບັນດາແນວທາງນະໂຍ ບາຍຂອງພັກ, ມະຕິຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ ສາ ມາດແກ້ໄຂບັນຫາຕ່າງໆທີ່ເກີດມີປະກົດການຫຍໍ້ທໍ້ຢູ່ໃນແຂວງອັດຕະປືດ້ວຍຄວາມຮັບຜິດຊອບສູງ, ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ໂອກາດດັ່ງກ່າວ ບັນດາການນຳຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງໄດ້ພ້ອມກັນປະກອບຄຳຄິດເຫັນແລກປ່ຽນ ແລະ ປະເມີນບັນຫາຕ່າງໆກ່ຽວກັບການຈັດຕັ້ງ​ປະຕິບັດວຽກງານ​ກວດກາ ພັກ-ລັດ ຢູ່ໃນແຂວງອັດຕະປື ເພື່ອຊອກໃຫ້ເຫັນດ້ານດີທີ່ເປັນປັດໄຈໃໝ່, ບາງດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນສືບຕໍ່ປັບປຸງແກ້ໄຂ ແລະ ເອກະພາບກັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າໃຫ້ເກີດມີຜົນສຳເລັດສູງຂຶ້ນ.
ໃນພິທີ ທ່ານ ຄຳພັນ ພົມມະທັດ ໄດ້ໂອ້ລົມ ແລະ ມີຄໍາເຫັນຊີ້ນໍາຫຼາຍບັນຫາ ເຊິ່ງໄດ້ເນັ້ນໜັກໃຫ້ການພະນັກງານການນຳ, ພະ ນັກງານຫລັກແຫລ່ງໃນອົງການຈັດຕັ້ງກວດກາ ພັກ-ລັດ ທຸກຂັ້ນໃນທ້ອງຖິ່ນຕ້ອງມີຫລັກໝັ້ນ, ມີການເມືອງ-ແນວຄິດໜັກແໜ້ນ ເພື່ອພ້ອມກັນປັບປຸງບັນຫາລວມຂອງຊາດ ໃຫ້ໄດ້ຮັບການ ແກ້ໄຂດີຂຶ້ນໄປເທື່ອລະກ້າວ; ການນຳທຸກຂັ້ນຕ້ອງຍົກສູງປະສິດທິພາບຂອງວຽກງານກວດກາ, ການຈັດຕັ້ງປະຕິບັດ ແລະ ແກ້ໄຂຜົນຂອງການກວດກາຕ້ອງໃຫ້ຖືກຕ້ອງສອດຄ່ອງ, ເປັນເອກະພາບ, ມີຄວາມຮັບຜິດຊອບຮ່ວມກັນ ແລະ ພ້ອມກັນເອື້ອອຳນວຍຄວາມສະດວກໃຫ້ແກ່ວຽກງານກວດກາ ໄດ້ເຄື່ອນໄຫວວຽກງານໃຫ້ມີປະສິດທິຜົນ ເພື່ອເຮັດໃຫ້ວຽກງານລວມຂອງຊາດ ໂດຍສະເພາະບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນທັງເກົ່າ ແລະ ໃໝ່ໃຫ້ໄດ້ຮັບການປັບປຸງແກ້ໄຂໝົດໄປເທື່ອລະກ້າວ.
ຂ່າວ: ໄພບູນ