ປະທານກອງທຶນມູນນິທິແບ່ງປັນຮ່ວມກັນ ສປ ຈີນ ຢ້ຽມຢາມແຂວງຫຼວງນ້ຳທາ

ວັນທີ 26 ມັງກອນຜ່ານມາ, ທ່ານ ລຽງເຈີນຢິງ ຮອງປະ ທານສະພາທີ່ປຶກສາການເມືອງປະຊາຊົນທົ່ວປະເທດຈີນ ປະທານກອງທຶນມູນນິທິແບ່ງປັນຮ່ວມກັນ ສປ ຈີນ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນ້ຳທາ, ໃຫ້ກຽດຕ້ອນຮັບຂອງທ່ານ ວຽງສະຫວັດ ສີພັນດອນ ກຳມະການສຸນກາງພັກ ເລຂາພັກແຂວງເຈົ້າແຂວງຫຼວງນ້ຳທາ ພ້ອມຄະນະ ຢູ່ທີ່ສະຖານີລົດໄຟລາວ – ຈີນ ບໍ່ເຕ່ນແດນງາມແຂວງຫຼວງນ້ຳທາ ດ້ວຍຄວາມອົບອຸ່ນ.
ທ່ານ ລຽງເຈີນຢິງ ພ້ອມຄະນະ ໄດ້ເຂົ້າພົບປະການນຳແຂວງຫຼວງນ້ຳທາ, ທັດສະນະສຶກສາໂຮງໝໍແຂວງ ແລະ ເຂົ້າຮ່ວມພິທີເປີດໂຄງການຊ່ວຍເຫຼືອ ທີ່ເປັນທຶນຊ່ວຍເຫຼືອຂອງ ສປ ຈີນ ຊຶ່ງສອງຝ່າຍໄດ້ຕີລາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ -ຈີນ, ຈີນ -ລາວ ທີ່ມີມູນເຊື້ອເພື່ອນມິດຍຸດທະສາດ ໃຫ້ໄດ້ຮັບການເສີມຂະຫຍາຍ ນັບມື້ນັບມີຄວາມເລິກເຊິ່ງ ພ້ອມທັງຢືນຢັນຈະສືບຕໍ່ຮ່ວມກັນຊຸກຍູ້ສົ່ງເສີມ ການພົວພັນຮ່ວມມື ທີ່ມີມາແລ້ວນັ້ນ ໃຫ້ໝັ້ນຄົງ. ພ້ອມທັງມອບອຸປະກອນການແພດ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແຂວງຫຼວງນ້ຳທາ ເພື່ອຈະນຳໄປມອບຕໍ່ໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບທາງທຳມະຊາດ ແລະ ປະຊາຊົນທີ່ທຸກຍາກເຂດຫ່າງໄກສອກຫຼີກ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ .
Cr. ແກ້ວກ໋ວາງບັນແຄັດ



