ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານກຳມາທິການຕ່າງປະເທດ ຕ້ອນຮັບທູດຫວຽດນາມຄົນໃໝ່

Nov 1, 2024

ວັນທີ 30 ຕຸລາຜ່ານມານີ້, ສະ ຫາຍ ສັນຍາ ປຣະເສີດ ຄະ ນະປະຈຳສະພາແຫ່ງຊາດ, ປະ ທານກຳມາທິການການຕ່າງປະ ເທດ (ກຕທ) ໄດ້ຕ້ອນຮັບການເຂົ້າພົບປະຂອງ ສະຫາຍ
ຫງວຽນ ມິ່ງ ເຕິ່ມ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງມາດຳລົງຕຳ ແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ.ຫວຽດນາມ ປະຈຳ ສປປລາວ ຄົນໃໝ່.
ສະຫາຍ ສັນຍາ ປຣະເສີດ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຊົມເຊີຍສະຫາຍ ຫງວຽນ ມິ່ງ ເຕິ່ມ ທີ່ໄດ້ຖືກແຕ່ງຕັ້ງມາປະຕິບັດໜ້າທີ່ການທູດຢູ່ ສປປລາວ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມ ມືລະຫວ່າງສອງປະເທດຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ຍັງສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນການນໍາຂັ້ນສູງລະຫວ່າງສອງພັກ, ສອງລັດ ນັບທັງສູນກາງ ແລະ ທ້ອງຖິ່ນ ຢ່າງປົກກະຕິ ແລະ ຕໍ່ເນື່ອງ; ພ້ອມກັນນີ້, ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນແລະກັນກ່ຽວກັບທິດທາງໃນການຮ່ວມມືຕໍ່ໜ້າລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດນີ້, ສະຫາຍປະທານ ກຕທ ກໍໄດ້ສະແດງຄວາມ ຮູ້ບຸນຄຸນເປັນຢ່າງສູງ ແລະ ຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ໃຫ້ການສະໜັບສະ ໜູນ ແລະ ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ ແລະ ທັນການ ແກ່ປະຊາຊົນລາວ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ.
ສະຫາຍ ຫງວຽນ ມິ່ງ ເຕິ່ມ ກໍໄດ້ສະແດງຄວາມຂອບໃຈຢ່າງສູງທີ່ສະຫາຍ ສັນຍາ ປຣະເສີດ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ພ້ອມທີ່ຈະປະຕິບັດໜ້າທີ່ຂອງຕົນໃນຖານະເອກ ອັກຄະລັດຖະທູດໃນການສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນສອງຊາດໃຫ້ນັບມື້ນັບຈະເລີນເກີດດອກອອກຜົນຍິ່ງໆ ຂຶ້ນ.
ຂ່າວ: ຜູ້ແທນປະຊາຊົນ