ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານຄະນະກວດກາສູນກາງພັກ ຊຸກຍູ້ວຽກຢູ່ແຂວງອັດຕະປື

Jan 6, 2025

ໃນວັນທີ 6 ມັງກອນ 2025 ນີ້, ທ່ານ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງອັດຕະປື ໂດຍການຕ້ອນຮັບຈາກ ທ່ານ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອັດຕະປື ພ້ອມຄະນະນຳຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ຄຳພັນ ພົມມະທັດ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນໍາ ແລະ ພະນັກງານຫລັກແຫລ່ງຂອງແຂວງ ເປັນຕົ້ນ ໃຫ້ຖືເອົາການເຄື່ອນໄຫວຕິດຕາມ, ກວດກາ ເພື່ອຮັບປະກັນໃນການຮັກສາບົດບາດ ແລະ ສ້າງລະບົບການເມືອງໃຫ້ເຂັ້ມແຂງ, ຕີຖອຍປະກົດການຫຍໍ້ທໍ້ ໂດຍສະເພາະປະກົດການສໍ້ລາດບັງຫລວງ, ການສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ ຫລື ລວມໝູ່, ຖືສຳຄັນໃນການປັບປຸງກົນໄກປະສານງານຕາມຂັ້ນຄຸ້ມຄອງ ໂດຍການນຳພາ-ຊີ້ນໍາ ຈາກຄະ ນະພັກຂັ້ນເທິງ, ສືບຕໍ່ປະເມີນຜົນການແກ້ໄຂສະພາບການຕິດຕາມກວດກາ, ມາດຕາການໃນການແກ້ໄຂບັນຫາທີ່ເກີດຂຶ້ນພາຍໃນແຂວງ, ສືບຕໍ່ແກ້ໄຂ ແລະ ຟື້ນຟູໄພພິບັດ ຢູ່ເມືອງສະໜາມໄຊ ໂດຍສະເພາະບັນດາໂຄງການລົງທຶນຂອງລັດ ໃຫ້ຖືກຕ້ອງກັບສະພາວະຕົວຈິງ ມີການແກ້ໄຂຢ່າງເປັນທຳແກ່ທຸກຝ່າຍ, ບັນຫາວຽກງານກວດກາ ຕ້ອງດຳເນີນແກ້ໄຂທາງດ້ານບໍລິຫານ ໄປໃນແຕ່ລະຂັ້ນຕອນ, ມີການຄົ້ນຄວ້າ, ພິສູດຫລັກຖານຕົວຈິງໃຫ້ຈະແຈ້ງ ແລະ ໃຫ້ມີຄວາມຮັບຜິເຊອບ ຜົນການກວດກາທີ່ເປັນຕົວຕົນ ຕ້ອງໄດ້ປຶກສາພາຍໃນໃຫ້ມີຄວາມເປັນເອກະພາບ, ສືບຕໍ່ປັບປຸງແກ້ໄຂບັນຫາແນວຄິດພາຍໃນໃຫ້ໜັກແໜ້ນ, ແກ້ໄຂບັນຫາພາຍໃນດ້ວຍການເຄົາລົບຫລັກການລວມສູນປະຊາທິປະໄຕ, ມີຄວາມສາມັກຄີພາຍໃນ, ມີຄວາມຮັບຜິດຊອບ ແລະ ມີສ່ວນຮ່ວມສືບຕໍ່ແກ້ໄຂ, ສືບຕໍ່ປັບປຸງຫັນທຸກການເຄື່ອນໄຫວແຕ່ລະໜ່ວຍງານ ອົງການຈັດຕັ້ງໃຫ້ເຂົ້າສູ່ການຫັນປ່ຽນທີ່ແຂງແຮງຮອບດ້ານ, ເບິ່ງຄືນໃນຄວາມຮັບຜິດຊອບທາງດ້ານການເມືອງໃນຄະນະພັກ, ທຸກບັນຫາຕ້ອງຫັນເຂົ້າສູ່ລະບຽບກົດໝາຍ, ສືບຕໍ່ປັບປຸງກວດກາຄວາມຮັບຜິດຊອບດ້ານການເມືອງທ້າຍສະໄໝ ພ້ອມກັນແກ້ໄຂທຸກຂະບວນການພາຍໃນ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ໃຫ້ມີຜົນສຳເລັດຢ່າງຈົບງາມ.
ພ້ອມກັນນີ້ ທ່ານ ຄຳພັນ ພົມມະທັດ ຍັງໄດ້ເນັ້ນໃຫ້ຄະນະພັກ-ອໍານາດການປົກຄອງແຂວງ ອັດຕະປື ສືບຕໍ່ຜັນຂະຫຍາຍຄໍາສັ່ງແນະນໍາ ເລກທີ 169 ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເພີ່ມທະວີ ວຽກງານກວດກາໄລຍະໃໝ່ ໂດຍສະເພາະວຽກງານກວດການໍາພາການເມືອງ ຕິດພັນກັບການຄຸ້ມຄອງລະບຽບວິໄນ ຕ້ານການສໍ້ລາດບັງຫລວງ, ສະກັດກັ້ນປະກົດການຫຍໍ້ທໍ້, ປະກົດການກົດໜ່ວງຖ່ວງດຶງ ພາຍໃນແຂວງໃຫ້ໜົດໄປ, ສຸມໃສ່ແກ້ໄຂດ້ານອ່ອນຂໍ້ຄົງຄ້າງ ພາຍໃນແຂວງໃນໄລຍະຜ່ານມາ ເພື່ອພ້ອມກັນພັດທະນາແຂວງອັດຕະປື ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ: ໄພບູນ