ທ່ານພົນເອກ ຄໍາໄຕ ສີພັນດອນ, ອະດີດ ປະທານຄະນະບໍລິຫານງານສູນກາງພັກ, ອະດີດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ນັກຮົບປະຕິວັດ ອາວຸໂສຂອງ ລາວ ໄດ້ຈາກພວກເຮົາໄປຕະຫຼອດໄປສູ່ສຸຂະຕິ ໃນເວລາ 10 ໂມງ 30 ຂອງວັນທີ 2 ເມສາ 2025. ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ລາວ ຫງວຽນ ມິງ ເຕີມ ໄດ້ມີບົດຄວາມ: “ປະທານ ຄໍາໄຕ ສີພັນດອນ ຜູ້ຜູກພັນແໜ້ນແຟ້ນກັບ ພາລະກິດປະຕິວັດຂອງລາວ ແລະ ສາຍພົວພັນຫວຽດນາມ – ລາວ”.
ສະຫາຍ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນການນໍາ ຮຸ່ນທໍາອິດ ທີ່ໄດ້ເປັນຫຼັກແຫຼ່ງ ແລະ ແກນນໍາຂອງສູນກາງພັກປະຊາຊົນ ປະຕິວັດລາວ, ເປັນລູກຊາຍດີເດັ່ນຂອງປະຊາຊົນລາວ, ເປັນ ນັກຮົບປະຕິວັດທີ່ເດັດດ່ຽວ, ສະຫາຍໄດ້ ອຸທິດຕະຫຼອດຊີວິດ ເພື່ອຊາດ, ເພື່ອຄວາມ ເອກະລາດ, ຄວາມສຸກຂອງປະຊາຊົນ ແລະງາມລະເລີນຮຸ່ງເຮືອງຂອງປະເທດລາວ ສະຫາຍ ຄໍາໄຕ ສີພັນ ກັບປະຊາຊົນຫວຽດນາມ ໃນສົງຄາມການຕໍ່ສູ້ ອັນຍາວນານຂອງປະຊາຊົນສອງປະເທດ ແລະ ຮ່ວມກັນ ສ້າງສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ.
ສະຫາຍ ຄໍາໄຕ ສີພັນດອນ ເກີດໃນຄອບຄົວຊາວນາ ທີ່ມີນໍ້າໃຈການຕໍ່ສູ້ປະຕິວັດ ທີ່ແຂວງ ຈໍາປາສັກ. ຕັ້ງແຕ່ປີ 1946, ສະຫາຍ ຄໍາໄຕ ສີພັນດອນ ໄດ້ເຂົ້າຮ່ວມຂະບວນການຂອງ ພະນັກງານ, ຊາວໜຸ່ມ, ນັກສຶກສາ, ສ້າງຕັ້ງສະມາຄົມກິລາເພື່ອ ຕໍ່ສູ້ກັບພວກລ່າເມືອງຂຶ້ນຝຣັ່ງ ທັງໃນຮູບ ແບບເປີດເຜີຍ ແລະ ລັບ. ມາຮອດປີ 1947, ໃນເງື່ອນໄຂທີ່ລາວບໍ່ສາມາດສືບຕໍ່ຕໍ່ສູ້ຕ້ານພວກລ່າ ເມືອງຂຶ້ນຝຣັ່ງໃນຮູບແບບູນີ້, ສະຫາຍ ຈຶ່ງໄດ້ຫາທາງຕິດຕໍ່ ເຂົ້າຮ່ວມກັບກໍາລັງຂອງແນວລາວອິດ ສະລະ ເຊິ່ງເປັນຈຸດເລີ່ມຕົ້ນ ຂອງເສັ້ນທາງແຫ່ງການປະຕິວັດຂອງເພີ່ນ. ຕັ້ງແຕ່ປາຍປີ 1948 ຫາ 1950, ສະຫາຍ ເປັນຜູ້ຕາງຫນ້າຂອງລັດຖະບານລາວອິດສະຫຼະຢູ່ພາກໃຕ້ ແລະ ເປັນຜູ້ຮັບຜິດຊອບ ການກໍ່ສ້າງພື້ນຖານການປະຕິວັດໃນພາກໃຕ້ຂອງລາວ. ປີ 1950-1952 ສະຫາຍໄດ້ເປັນ ກໍາມະການ ສູນກາງແນວລາວອິດສະຫຼະ ແລະຕໍ່ມາເປັນປະທານຄະນະກໍາມະການ ເຂດກາງ. ປີ 1954, ສະຫາຍ ໄດ້ເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ ເຊິ່ງເປັນຕົ້ນກຳເນີດ ຂອງພັກປະຊາຊົນປະຕິວັດ ລາວ ແລະ ພັກກອມມູນິດຫວຽດນາມໃນປະຈຸບັນ. ປີ 1957, ສະຫາຍໄດ້ເຂົ້າເປັນສະມາຊິກຄະນະ ບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
ໃນຊຸມປີຕໍ່ມາ, ສະຫາຍ ຄໍາໄຕ ສີພັນດອນ ໄດ້ຢືນຄຽງບ່າຄຽງໄຫຼ່ກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາສະຫາຍຜູ້ນໍາອື່ນໆ ໄດ້ທຸ່ມເທສະຕິປັນຍາ ແລະ ເຫື່ອແຮງໃນການຊີ້ນໍາ ແລະ ນໍາພາ ຂະບວນວິວັດ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ ໄຊຊະນະຢ່າງບໍ່ຢຸດຢັ້ງໃນທຸກດ້ານ ຈົນໄດ້ຮັບໄຊຊະນາອັນຍິ່ງໃຫຍ່ ແລະ ສະຫງ່າງາມ ໃນການບົດ ປ່ອຍຊາດ ແລະ ສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນ ວັນທີ 2 ທັນວາ 1975.
ພາຍຫຼັງປີ 1975, ໃນຖານະ ເປັນກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ສະຫາຍໄດ້ຮ່ວມກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາຂອງລາວ ສືບຕໍ່ຄົ້ນຄວ້າ ແລະ ວາງແນວທາງນະໂຍບາຍໃນແຕ່ລະໄລຍະ, ລວມທັງນະໂຍບາຍ ປ່ຽນແປງໃໝ່, ພ້ອມດຽວກັນນັ້ນກໍໄດ້ ຊີ້ນໍາ ນໍາພາການຈັດຕັ້ງຜັນຂະຫຍາຍມະຕິ, ແນວທາງຂອງ ພັກ ແລະ ກົດໝາຍຂອງລັດ ທີ່ສອດຄ່ອງກັບ ສະພາບຂອງປະເທດຊາດໃນແຕ່ລະໄລຍະ ແລະ ໄດ້ ຮັບຜົນສໍາເລັດໃນແຕ່ລະດ້ານ, ໂດຍສະເພາະແມ່ນການ ຊີ້ນໍາ ນໍາພາໃນການຈັດຕັ້ງປະຕິບັດ ພາລະກິດເປັນຍຸດທະສາດ ຄືການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ.
ໃນເດືອນສິງຫາ ປີ 1991, ກອງປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ 2 ຮັບຮອງ ເອົາລັດຖະທໍາມະນູນ ແລະ ແຕ່ງຕັ້ງສະຫາຍເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ໃນເດືອນພະຈິກ 1992, ກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ເລືອກ ຕັ້ງທ່ານປະທານຄະນະບໍລິຫານງານສູນກາງພັກ ພາຍຫຼັງປະທານ ໄກສອນ ພົມວິຫານ ໄດ້ເຖິງແກ່ ມໍລະນະກຳ. ມາຮອດປີ 1998, ທ່ານໄດ້ຮັບເລືອກຕັ້ງເປັນປະທານປະເທດ. ໃນຖານະເປັນການນໍາສູງ ສຸດຂອງພັກ ແລະ ລັດ, ທ່ານປະທານປະເທດ ຄໍາໄຕ ສີພັນດອນ ໄດ້ເປັນເຈົ້າການຢ່າງຕັ້ງໜ້າ ດ້ວຍຄວາມຮັບຜິດຊອບສູງໃນການຊີ້ນໍາ ການສຶກສາຄົ້ນຄ້ວາທິດສະດີຂອງພັກ ເພື່ອກໍານົດວິໄສ ທັດ, ແຜນຍຸດທະສາດ, ທິດທາງ ແລະ ນະໂຍບາຍໃນການພັດທະນາປະເທດຊາດໃນໄລຍະຍາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະຕາມເງື່ອນໄຂຂອງລະບອບໃໝ່ ເຊິ່ງເປັນກົນ ໂກ ເສດຖະກິດການຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ.
ໃນກອງປະຊຸມໃຫຍ່ຄັ້ງທີ VII (2001) ຂອງພັກປະຊາຊົນປະຕິວັດລາວ, ທ່ານປະທານປະເທດ ຄໍາໄຕ ສີພັນດອນ ໄດ້ຊີ້ນໍາສະຫຼຸບ 10 ປີແຫ່ງການປ່ຽນແປງໃໝ່ ແລະ ໄດ້ຮັບຮອງເອົາ 5 ບົດຮຽນ ຈາກຂະບວນການ ປ່ຽນແປງຮອບດ້ານທີ່ຍັງຄົງມີຄຸນຄ່າສະເໝີ ໃນປະຈຸບັນນີ້. ການປະກອບສ່ວນ ທີ່ສໍາຄັນຂ້າງເທິງນັ້ນ ແມ່ນໄດ້ມາຈາກຄວາມທຸ່ມເທສະຕິປັນຍາ, ຄວາມສະຫຼາດສ່ອງໃສ ແລະ ວິໄສ ທັດທີ່ສ້າງສັນຂອງປະທານ ຄໍາໄຕ ສີພັນດອນ ໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາ ປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ, ປະຊາຊົນລາວບັນດາເຜົ່າ ຢູ່ເຢັນເປັນສຸກໃນປັດຈຸບັນ.
ນັບແຕ່ເວລາອອກພັກນໍານານ ແຕ່ປີ 2006 ເປັນຕົ້ນມາ, ສະຫາຍ ຄໍາໄຕ ສີພັນດອນ ໄດ້ ເອົາໃຈໃສ່ ແລະ ຕິດຕາມສະພາບການຂອງປະເທດ ແລະ ສາກົນຢ່າງສະເໝີ, ສະຫາຍສືບຕໍ່ເຮັດ ວຽກຢ່າງບໍ່ອິດເມື່ອຍ ແລະປະກອບສ່ວນເຂົ້າໃນການເຕົ້າໂຮມ ແລະ ກໍ່ສ້າງພັກປະຊາຊົນ ປະຕິວັດ ລາວ ໃຫ້ເຂັ້ມແຂງ, ກໍ່ສ້າງລັດປົກຄອງດ້ວຍກົດໝາຍ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ສະຫາຍ ຄໍາໄຕ ສີພັນດອນ ໄດ້ໃຊ້ເວລາເຄື່ອນໄຫວຢ້ຽມຢາມບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ ແລະ ເປັນທີ່ປຶກສາໃຫ້ແກ່ການນໍາພັກ-ລັດ ລາວ ໃນການກໍ່ສ້າງ ແລະ ພັດທະນາປະເທດຊາດ ໂດຍ ສະເພາະແມ່ນການ ຈັດຕັ້ງປະຕິບັດ ທິດ “3 ສ້າງ” ຄື ສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ. ນອກຈາກນັ້ນ, ສະຫາຍ ເອົາໃຈໃສ່ຫຼາຍໃນການກໍ່ສ້າງຮາກຖານການເມືອງທີ່ໜັກແໜ້ນ; ສ້າງຟາມລ້ຽງສັດ ແລະ ປູກຝັງ, ການຜະລິດແບບຢ່າງ ເພື່ອປະຊາຊົນ, ສ້າງໂຄງການສາທາລະນະຕ່າງໆ ແລະ ສ້າງ ຊົນນະບົດແບບໃໝ່.
ເມື່ອຫວນຄືນ ການປະກອບສ່ວນອັນສໍາຄັນຂອງປະທານ ຄໍາໄຕ ສີພັນດອນ ຕໍ່ປະເທດຊາດ, ເຮົາສາມາດເວົ້າໄດ້ວ່າ ທ່ານແມ່ນໜຶ່ງໃນບັນດາການນໍາດີເດັ່ນຂອງພັກຮຸ່ນທໍາອິດ, ເປັນແກນນໍາສໍາຄັນຂອງຄະນະບໍລິຫານງານສູນກາງພັກ ທີ່ໄດ້ນໍາພາ ແລະ ນໍາພາການປະຕິວັດຊາດ ແລະ ປະຊາທິປະໄຕ ຍາດມາໄດ້ໄຊຊະນະຕິດຕໍ່ກັນ, ນໍາພາການປະຕິວັດລາວ ກ້າວຂຶ້ນສູ່ວັນແຫ່ງ ໄຊຊະນະອັນຄົບຖ້ວນຂອງສັງຄົມ.
ແມ່ນໜຶ່ງໃນການນໍາຮຸ່ນທໍາອິດ ຂອງພັກ ທີ່ໄດ້ເປັນຫຼັກແຫ່ງ ແລະ ແກນນໍາ ຂອງສູນກາງ ພັກ ນໍາພາຊີ້ນໍາ ການປະຕິວັດຊາດ-ປະຊາທິປະໄຕ ຍາດເອົາໄຊຊະນະຢ່າງບໍ່ຢຸດຢັ້ງ, ນໍາປະຕິວັດລາວ ໄປສູ່ຄວາມໄຊຊະນະຍິ່ງໃຫຍ່ ແລະ ສະຫງ່າງາມ ແລະ ນໍາພາປະເທດລາວ ພັດທະນາ ຕາມເສັ້ນທາງ ສັງຄົມນິຍົມ ເທື່ອລະກ້າວ.


