ກ້າຕັດສິນໃຈ ກ້າເຮັດ ກ້າສ້າງ ແລະ ກ້າປ່ຽນແປງ ເຖິງຈະບໍ່ສໍາເລັດໃນຄັ້ງແລກ ແຕ່ເຊື່ອບໍ່ວ່າ ທຸກວິກິດຍ່ອມມີໂອກາດສະເໝີ ຄໍາເວົ້າຂອງປະທານ ສະມາຄົມໜຸ່ມ ແຂວງບໍລິຄໍາໄຊ ຝາກເຖິງລຸ້ນນ້ອງ ນັກທຸລະກິດສາຍເລືອດໃຫມ່ ທີ່ພ້ອມຈະສາຍແວວ.
ທ່ານ ຄອນສະຫັວນ ສອນຄໍາໄຊ ປະທານສະມາຄົມນັກທຸລະກິດໜຸ່ມ ແຂວງບໍລິຄໍາໄຊ, ປະທານ ບໍລິສັດ ບີເອັມ ການຄ້າຂາອອກ – ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ເລົ່າວ່າ ເນື່ອງໃນໂອກາດທີ່ໄດ້ຮັບລາງວັນນັກທຸລະກິດໜຸ່ມດີເດັ່ນອາຊຽນ 2024 ເຊິ່ງເປັນຄວາມພາກພູມໃຈອັນດັບໜຶ່ງ ເປັນຈຸດໜຶ່ງເຮັດໃຫ້ຂ້າພະເຈົ້າພ້ອມຄະນະ ມີແຮງບັນດານໃຈໃນການປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ດໍາເນີນທຸລະກິດພາຍໃນແຂວງກໍຄື ເປັນສ່ວນໜຶ່ງຂອງປະເທດ ພວກເຮົາກໍຈະສືບຕໍ່ໃນການດຶງດູດການລົງທຶນ ສ້າງສາພັດທະນາ ຂະແໜງທຸລະກິດ ພາຍໃນແຂວງບໍລິຄໍາໄຊ ເປັນການດຶງດູດລາຍຮັບ ເຂົ້າໃນແຂວງ ກໍຄືການພັດທະນາຂອງປະເທດ ເຊິ່ງທຸລະກິດຂອງຂ້າພະເຈົ້າແມ່ນການນໍາເຂົ້າ ນໍ້າມັນ, ນໍາເຂົ້າພາຫະນະ, ເຄື່ອງອາໄຫຼ່ ພ້ອມດຽວກັນນັ້ນ ກໍສົ່ງເສີມການສົ່ງອອກສິນຄ້າກະສິກໍາ ແລະ ອໍານວຍຄວາມສະດວກ ໃຫ້່ພາກທຸລະກິດ ໃນການນໍາເຂົ້າ – ສົ່ງອອກອີກດ້ວຍ.
ທ່ານກ່າວວ່າ: ການໄດ້ຮັບລາງວັນຄັ້ງນີ້ ກໍເປັນຈຸດໜຶ່ງ ເຊິ່ງຖືວ່າປະສົບຜົນສໍາເລັດ ໃນການດໍາເນີນທຸລະກິດເນື່ອງຈາກວ່າ ເຮົາຕ້ອງໄດ້ຕາມມາດຖານເງື່ອນໄຂຕາມລະບຽບຂອງຄະນະກໍາມະການຈັດງານ ສະນັ້ນຂ້າພະເຈົ້າກໍຝາກຜົນງານນີ້ໄວ້ເປັນ ບົດຮຽນເພື່ອໃຫ້ຄົນລຸ້ນຫຼັງ, ນັກທຸລະກິດໜຸ່ມນ້ອຍໄດ້ຖອດຖອນ ໝູນໃຊ້ຕໍ່ໄປ.
ທ່ານກ່າວວ່າ: ຕົນເອງໄດ້ດໍາເນີນທຸລະກິດ ນໍາເຂົ້າ ນໍ້າມັນເຊື້ອໄຟ, ພາຫະນະ – ອາໄຫຼ່ ແລະ ສົ່ງອອກສິນຄ້າກະສິກໍາ, ຂະແໜງການລົງທຶນ ເພື່ອດຶງດູດນັກລົງທຶນພາຍໃນແຂວງ ແລະ ຕ່າງປະເທດ ເຊິ່ງມີຫຼາຍບໍລິສັດທີ່ມີການພົວພັນຮ່ວມມືກັນ ບໍ່ວ່າຢູ່ ສປ ຈີນ, ສສ ຫວຽດນາມ, ອິນໂດເນເຊຍ, ສິງກະໂປ ແລະ ມາເລເຊຍ.
ແນວໃດກໍດີ ທ່ານຍັງຝາກເຖິງສັງຄົມ ເຖິງວ່າເສດຖະກິດກໍາລັງປະເຊີນກັບຂໍ້ຫຍຸງຍາກຫຼາຍ ຂໍເປັນກໍາລັງໃຈໃຫ່້ພໍ່ແມ່ປະຊາຊົນ ໃຫ້ມີຄວາມອົດທົນດຸໝັ່ນ ແລະ ຊອກຮູ້ຢູ່ສະເໝີ ເພື່ອປ່ຽນແປງ ເພື່ອສ້າງວິກິດໃຫ້ເປັນໂອກາດ. ໃຫ້ຄິດວ່າປະເທດອື່ນ ຫຼື ພາກພື້ນອື່ນ ກໍປະເຊີນກັບວິກິດ ແລະ ສະພາບຄວາມຫຍຸ້ງຍາກ ເຊິ່ງອາດຈະຫຼາຍກວ່າເຮົາ ແຕ່ເຂົາເຈົ້າກໍຍັງຜ່ານຜ່າໄປໄດ້ ສະນັ້ນ ຂ້າພະເຈົ້າ ເຊື່ອວ່າປະເທດລາວເຮົາ ຍັງມີທ່າແຮງຫຼາຍ ທີ່ຈະເຮັດໃຫ້ຜູ້ປະກອບການ ຄົນລຸ້ນໃໝ່ ກ້າຕັດສິນໃຈໃນການເຮັດ ການສ້າງ ແລະ ກ້າປ່ຽນແປງ ເພື່ອປ່ຽນວິກິດໃຫ້ເປັນໂອກາດ ຝາກເຖິງລຸ້ນນ້ອງ ຫຼື ລຸ້ນອ້າຍ ຫຼື ພາກສ່ວນໃດ ຂໍໃຫ້ພວກທ່ານເຮັດເພື່ອສັງຄົມ ເພື່ອຊີວິດຄອບຄົວ ແນ່ນອນວ່າຍຸກສະໄໝມັນປ່ຽນໄປໄວຫຼາຍ ຖ້າເບິ່ງເຫັນໂອກາດ ເຊື່ອວ່າຈະໄປໄວ ແລະ ໄກກວ່າລຸ້ນຂ້າພະເຈົ້າ ທ່ານ ຄອນສະຫວັນ ກ່າວ.
ທີ່ມາ: ເສດຖະກິດການຄ້າ





