ປະທານປະເທດຫວຽດນາມ ອວຍພອນປີໃໝ່ປະຈໍາຊາດຫວຽດນາມ

ລະດູບານໃໝ່ປີມະເສັງໝູນວຽນມາເຖິງ ເປັນການນໍາເອົາຄວາມເບີກບານມ່ວນຊື່ນ, ຄວາມມຸ້ງຫວັງ ແລະ ບັນດາຄວາມປາຖະໜາທີ່ດີມາສູ່ປະຊາຊົນບັນດາເຜົ່າຫວຽດນາມ. ວັນທີ 29 ມັງກອນ 2025, ໃນບັນຍາກາດທີ່ມີຄວາມໝາຍສໍາຄັນ ໃນການຕ້ອນຮັບປີໃໝ່ນີ້, ທ່ານ ເລືອງເກື່ອງ, ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ຕາງໜ້າການນໍາພັກ, ລັດ ສົ່ງຄໍາອວຍພອນປີໃໝ່ອັນປະເສີດເຖິງບັນດາວົງຄະນາຍາດ, ເພື່ອນມິດສະຫາຍ, ນັກຮົບໃນທົ່ວປະເທດ ແລະ ວົງຄະນາຍາດຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ. ພ້ອມທັງສົ່ງຄໍາອວຍພອນເຖິງບັນດາເພື່ອນມິດ, ປະຊາຊົນບັນດາປະເທດໃນໂລກ ປີໃໝ່ນີ້ດ້ວຍບັນຍາກາດແຫ່ງສັນຕິພາບ, ຄວາມຜາສຸກ, ມິດຕະພາບ ແລະ ການພັດທະນາ.
ທ່ານ ເລືອງເກື່ອງ ກ່າວວ່າ: ໃນປີຜ່ານມາ, ພວກເຮົາ ໄດ້ຜ່ານຜ່າຄວາມຫຍຸ້ງ ຍາກນານາປະການ, ແຕ່ກໍແມ່ນປີທີ່ສາມາດຍາດໄດ້ຫຼາຍຜົນງານທີ່ໜ້າຊື່ນຊົມ. ຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ດ້ວຍຈິດໃຈສາມັກຄີ, ຄວາມເມດຕາຮັກແພງ, ຈິດໃຈວົງຄະນາຍາດ ແລະ ຈິດໃຈກ້າວຂຶ້ນຂອງຊົນຊາດຫວຽດນາມ ໄດ້ຢັ້ງຢືນໃຫ້ເຫັນຢ່າງແຂງແຮງ ຊຶ່ງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ ໄດ້ອອກແຮງສູ້ຊົນບັນລຸໄດ້ທັງໝົດ 15/15 ເປົ້າໝາຍພັດທະນາເສດຖະກິດ-ສັງຄົມ, ຄວາມໄວການເຕີບໂຕເສດຖະກິດຢູ່ໃນກຸ່ມແຖວໜ້າຂອງໂລກ, ຊີວິດການເປັນຢູ່ຂອງປະຊາຊົນ ທັງທາງດ້ານວັດຖຸ ແລະ ຈິດໃຈ ນັບມື້ໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ການເມືອງ-ສັງຄົມ ມີຄວາມໝັ້ນຄົງ, ວຽກງານ ປກຊ-ປກສ ໄດ້ເພີ່ມທະວີຂຶ້ນ, ວຽກງານການຕ່າງປະເທດ ໄດ້ເປີດກວ້າງອອກ, ບັນດາເພື່ອນມິດສາກົນ ໃຫ້ຄວາມເຄົາລົບນັບຖື ແລະ ຕີລາຄາສູງ. ຊາວຫວຽດນາມທຸກຄົນ ທີ່ຢູ່ພາຍໃນປະເທດ ຫຼື ຕ່າງປະເທດ, ນັບແຕ່ກໍາມະກອນ, ຊາວນາ, ນັກທຸລະກິດ, ນັກປັນຍາຊົນ ລວມທັງບັນດານັກຮົບຢູ່ເຂດຊາຍແດນ, ໝູ່ເກາະຫ່າງໄກ ກໍລ້ວນແຕ່ມີສິດສະແດງຄວາມພາກພູມໃຈທີ່ໄດ້ປະກອບສ່ວນເຂົ້າໃນຜົນງານລວມຂອງປະເທດຊາດ.
ປີ 2025, ແມ່ນປີທີ່ມີຫຼາຍເຫດການສໍາຄັນຂອງປະເທດຊາດ, ເປັນປີ “ເພີ່ມຄວາມໄວບຸກທະລຸ”, ສ້າງພື້ນຖານນໍາພາປະເທດຊາດ ກ້າວສູ່ຍຸກໃໝ່-ຍຸກແຫ່ງການພັດທະນາຮັ່ງມີເຂັ້ມແຂງ ແລະ ສີວິໄລ. ຈິດໃຈຂອງພັກຮ່ວມກັບຈິດໃຈປະຊາຊົນ ດ້ວຍເປົ້າໝາຍຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ. ເຖິງຈະມີຄວາມຫຍຸ້ງຍາກ, ທ້າທາຍຫຼາຍຢ່າງ, ແຕ່ຫວຽດນາມ ຈະກ້າວເດີນໄປຂ້າງໜ້າເລື້ອຍໆ ຊຶ່ງບໍ່ມີສິ່ງໃດຈະມາກີດຂວາງຄວາມມຸ້ງຫວັງຂອງເຮົາ ແລະ ອະນາຄົດທີ່ສວຍງາມຂອງຊາດຫວຽດ ນາມ ໄວ້ໄດ້.
ທົ່ວພັກ, ທົ່ວລັດ ແລະ ທົ່ວກອງທັບ ສືບຕໍ່ສາມັກຄີເປັນຈິດໜຶ່ງໃຈດຽວ, ຮ່ວມແຮງ, ຮ່ວມໃຈຍົກສູງຈິດໃຈເປັນເຈົ້າຕົນເອງ, ເຊື່ອໝັ້ນຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມພາກພູມໃຈຕໍ່ປະເທດຊາດ, ນໍາໃຊ້ກາລະໂອກາດ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອພັດທະນາຢ່າງບຸກທະລຸ, ສ້າງສາປະເທດຫວຽດນາມ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີ ວິໄລ. ປະຊາຊົນທຸກຄົນ ລ້ວນແຕ່ມີຊີວິດການເປັນຢູ່ກິນອີ່ມນຸ່ງອຸ່ນ, ເສລີພາບ, ຄວາມຜາສຸກ, ປະກອບສ່ວນນັບມື້ຫຼາຍເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາຂອງພາກພື້ນ ແລະ ໃນໂລກ.
ໃນບັນຍາກາດສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນນີ້, ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງວົງຄະນາຍາດ, ບັນດາສະຫາຍ, ນັກຮົບທົ່ວປະເທດ ແລະ ປະຊາຊົນເຮົາ ທີ່ອາໄສຢູ່ຕ່າງປະເທດ, ປີໃໝ່ນີ້ຂໍໃຫ້ມີຄວາມເຂັ້ມແຂງ ແຂງແຮງ ຄວາມສຸກ ຄວາມຈະເລີນກ້າວໜ້າທຸກປະການ, ປີໃໝ່ ພວກເຮົາ ຈະສາມາດຍາດໄດ້ໄຊຊະນະໃໝ່ຫຼາຍຢ່າງແນ່ນອນ.
ທີ່ມາ: ປະຊາຊົນ


