ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານປະເທດເຂົ້າຮ່ວມພິທີສະຫຼອງວັນເດັກນ້ອຍສາກົນ-ວັນປູກຕົ້ນໄມ້ແຫ່ງຊາດ

Jun 1, 2024

ປະທານປະເທດເຂົ້າຮ່ວມພິທີສະຫຼອງວັນເດັກນ້ອຍສາກົນ-ວັນປູກຕົ້ນໄມ້ແຫ່ງຊາດ
ກະຊວງສຶກສາທິການ ແລະ ກິລາ, ໄດ້ຈັດພິທີສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 100 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ ໃນວັນທີ 1 ມິຖຸນານີ້ ທີ່ ວິທະຍາໄລເຕັກນິກວິຊາຊີບການລົດໄຟ ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ວິທະຍາໄລລົດໄຟແຫ່ງນີ້ ແມ່ນວິທະຍາໄລແຫ່ງທໍາອິດ ທີ່ໄດ້ສອນວິຊາການທາງລົດໄຟຄວາມໄວສູງຢູ່ປະເທດລາວ, ວິທະຍາໄລ ທີ່ໄດ້ມານີ້ ແມ່ນເລຂາທິການໃຫຍ່ ປະທານປະເທດ ສີ ຈິ້ນຜິ້ງ ມອບໃຫ້ເປັນຂອງຂັວນ ໃນເວລາທີ່ທ່ານມາຢ້ຽມຢາມ ສປປ ລາວ, ທາງລົດ ໄຟ ເປັນໝາກຫົວໃຈທີ່ສໍາຄັນຂອງການພັດທະນາປະເທດລາວ ຂໍໃຫ້ພວກລູກ, ຫຼານ ຈົ່ງສືບຕໍ່ພາລະກິດປົກປັກຮັກສາ ສ້າງສາພັດທະນາປະເທດຊາດ ລວມທັງພັດທະນາທາງການລົດໄຟຕໍ່ໆໄປ.
ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ເປັນວິທະຍາໄລ ທີ່ສ້າງຕັ້ງຂຶ້ນໃໝ່ ໂດຍໄດ້ຮັບການສະໜັບສະໜູນ ຈາກ ລັດຖະບານ ສປ ຈີນ ທັງພື້ນຖານໂຄງລ່າງ, ຫຼັກສູດ ແລະ ການກໍ່ສ້າງຄູ-ອາຈານ, ຊຶ່ງຢູ່ພາຍໃຕ້ການຄຸ້ມຄອງ ຂອງ ກະຊວງສຶກສາທິການ ແລະ ກິລາ, ຈັດຕັ້ງການຮຽນ-ການສອນໃນ 6 ສາຂາຄື: ເຕັກນິກຫົວລົດໄຟ, ເຕັກ ນິກຕູ້ລົດໄຟ, ສັນຍານທາງລົດໄຟ, ວິສະວະກໍາທາງລົດໄຟ, ຄຸ້ມຄອງຂົນສົ່ງທາງລົດໄຟ ແລະ ສະໜອງໄຟຟ້າທາງລົດໄຟ, ໄດ້ເລີ່ມຈັດການຮຽນມາແຕ່ວັນທີ 23 ຕຸລາ 2023 ເປັນຕົ້ນມາ, ເປັນຫຼັກສູດຊັ້ນສູງ ລະບົບ 3 ປີ (12+3) ໂດຍຮັບເອົານັກຮຽນທີ່ຈົບມັດທະຍົມສຶກສາຕອນປາຍເຂົ້າຮຽນ.
ປັດຈຸບັນມີນັກສຶກສາປີທີ 1 ທັງໝົດ 360 ຄົນ ຍິງ 131 ຄົນ (ຊຶ່ງມີຈຳນວນນັກສຶກສາຄົບຕາມຈໍານວນທີ່ຕ້ອງການ). ອາດເວົ້າໄດ້ວ່າເປັນສະຖານການສຶກສາທໍາອິດທີ່ໄດ້ຈັດການສອນວິຊາການຂັບລົດໄຟຄວາມໄວສູງຢູ່ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້. ການປູກຕົ້ນໄມ້ໃນມື້ນີ້ແມ່ນມີຄວາມໝາຍສຳຄັນຫຼາຍ ຊຶ່ງນອກຈາກຈະເປັນການເພີ່ມຕົ້ນໄມ້ ແລະ ສີຂຽວໃຫ້ແກ່ດິນແດນ ສປປ ລາວ ແລ້ວ, ຍັງຈະປະກອບສ່ວນຕໍ່ການຫັນສະຖານອາຊີວະສຶກສາຕາມທິດ“ອາຊີວະສີຂຽວ ຫຼື Green TVET” ກໍຄືສ້າງໃຫ້ສະຖານການສຶກສາໃນຂອບເຂດທົ່ວປະເທດ ກາຍເປັນພື້ນທີ່ສີຂຽວ ມີສະພາບແວດລ້ອມທີ່ດີ, ມີການສອນ-ການຮຽນ ແລະ ປະກອບອາຊີບທີ່ເປັນມິດກັບສິ່ງ ແວດລ້ອມ; ນອກນັ້ນຍັງເປັນການສ້າງສະພາບແວດລ້ອມທີ່ດີແກ່ການຮຽນ-ການສອນ ແລະ ດຶງດູດນັກຮຽນ-ນັກສຶກເຂົ້າສູ່ສະຖານການສຶກສາໃຫ້ຫຼາຍຂຶ້ນ.
(ຂ່າວ-ພາບ: ແສງຈັນ)