ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານປະເທດເນັ້ນໃຫ້ປັບປຸງກົງຈັກ-ກົນໄກການບໍລິຫານຂອງລັດວິສາຫະກິດ ໃຫ້ມີກໍາໄລ

Dec 18, 2025

ໃນໂອກາດໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມກອງປະຊຸມສະຫຼຸບການປະຕິບັດວຽກງານຂອງຄະນະປະຕິຮູບລັດວິສາຫະກິດ ປະຈໍາປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ໃນວັນທີ 17 ທັນວາ 2025, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງປັບປຸງກົງຈັກ, ກົນໄກການບໍລິຫານ ຂອງລັດວິສາຫະກິດ ໂດຍປັບປຸງສະພາບໍລິຫານ, ລັດວິສາຫະກິດຂະໜາດໃຫຍ່, ປະທານສະພາບໍລິຫານ (ຂັ້ນຮອງລັດຖະມົນຕີ) ຕ້ອງເປັນເລຂາຄະນະພັກ ແລະ ເຮັດວຽກປະຈໍາຢູ່ລັດວິສາຫະກິດ; ຄະນະສະພາບໍລິຫານ, ຄະນະອຳນວຍການ ຕ້ອງມີການເລືອກເຟັ້ນເອົາ ຜູ້ທີ່ມີຄວາມຮູ້ຄວາມສາມາດ, ເປັນມືອາຊີບ; ແບ່ງໜ້າທີ່,ຄວາມຮັບຜິດຊອບຢ່າງຈະແຈ້ງ ລະຫວ່າງຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກັບກະຊວງການເງິນ ແລະ ກະຊວງ, ອົງການ ແລະ ທ້ອງຖິ່ນ ທີ່ລັດວິສາຫະກິດຂຶ້ນກັບ, ພ້ອມທັງ ປັບປຸງແຜນດໍາເນີນທຸລະກິດ,ຕ້ອງມີປະສິດທິຜົນ,ມີກໍາໄລ ແລະບໍ່ໃຫ້ຫຼຸບທຶນເດັດຂາດ.
May be an image of studying and table No photo description available.
ປະທານປະເທດ ຍັງເນັ້ນໜັກໃຫ້ຄະນະປະຕິຮູບລັດວິສາຫະກິດ ເອົາໃຈໃສ່ປັບປຸງພາລະບົດບາດ, ໜ້າທີ່ຂອງລັດວິສາຫະກິດ ໃຫ້ຈະແຈ້ງ, ຕ້ອງແຍກ ແລະ ແກ້ໄຂບັນຫາສາຍພົວພັນ ລະຫວ່າງ ການຄຸ້ມຄອງມະຫາພາກຂອງລັດ ຕໍ່ລັດວິສາຫະກິດ ແລະ ຄວາມເປັນເຈົ້າ, ສິດ ໃນການຄຸ້ມຄອງ-ບໍລິຫານທຸລະກິດ ຂອງລັດວິສາຫະກິດ; ກຳນົດເປົ້າໝາຍໃຫ້ບັນລຸ ເຮັດໃຫ້ລັດວິສາຫະກິດມີກໍາລັງແຮງ, ມີຄວາມສາມາດປະຕິບັດນະໂຍບາຍຂອງພັກ-ລັດ, ດັດສົມ-ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດທີ່ເກີດຂຶ້ນໄດ້, ບັນຫາທີ່ເປັນຄໍຫອຍ-ຍຸດທະສາດສໍາຄັນ ທີ່ພາກເອກະຊົນບໍ່ສາມາດເຮັດໄດ້; 5 ປີ ຕໍ່ໜ້າຕ້ອງແກ້ໄຂບັນຫາໜີ້ສິນ ໃນລັດວິສາຫະກິດໃຫ້ໄດ້, ແກ້ໄຂຄວາມໂປ່ງໃສ,ການບໍລິຫານທີ່ດີ ຂອງລັດວິສາຫະກິດ, ປັບປຸງກົງຈັກ- ບຸກຄະລາກອນ ຂອງລັດວິສາຫະກິດ ໃຫ້ປອດໃສ ຂາວສະອາດ, ຕ້ອງຈິງໃຈ, ຊື່ສັດບໍລິສຸດ, ຕັ້ງໜ້າເປັນເຈົ້າການເຮັດທຸລະກິດໃຫ້ລັດຢ່າງແທ້ຈິງ. ພາຍຫຼັງສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໃຫ້ບັນດາສະຫາຍ ນໍາເອົາຍຸດທະສາດປະຕິຮູບ ແລະ ແຜນພັດທະນາລັດວິສາຫະກິດເຫຼົ່ານັ້ນ ໄປຜ່ານລັດຖະບານ ແລະ ຂໍທິດຊີ້ນໍາຈາກກົມການເມືອງສູນກາງພັກ, “ຕ້ອງເປັນແຜນປະຕິຮູບ ຫຼື ຍຸດທະສາດ ທີ່ກ້າວໄປເຖິງການປະຕິວັດ ລັດວິສາຫະກິດ” ເຮັດໃຫ້ວິສາຫະກິດ ຂອງພວກເຮົາມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ມີປະສິດທິຜົນ.
ກອງປະຊຸມດັ່ງກ່າວ, ຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະປະຕິຮູບລັດວິສາຫະກິດ ໂດຍມີຄະນະປະຕິຮູບລັດວິສາຫະກິດ ຂັ້ນສູນ, ກະຊວງ-ອົງການ ແລະ ແຂວງ, ບັນດາຜູ້ອໍານວຍການຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວປະເທດ, ຜູ້ຕາງໜ້າຈາກທະຄານໂລກປະຈຳລາວເຂົ້າຮ່ວມ.
May be an image of one or more people, newsroom, dais and text
ໃນກອງປະຊຸມຄັ້ງນີ້, ທ່ານ ກິແກ້ວ ຈັນທະບູຣີ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຮອງຫົວໜ້າຄະນະປະຕິຮູບ ຜູ້ປະຈໍາການຫ້ອງການຄະນະປະຕິຮູບລັດວິສາຫະກິດ ໄດ້ຍົກໃຫ້ເຫັນສະພາບລວມການປະຕິຮູບລັດວິສາຫະກິດ ຢູ່ ສປປ ລາວ ໃນໄລຍະຜ່ານມາ; ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຕິຮູບລັດວິສາຫະກິດ ປີ 2025; ທິດທາງ, ແຜນການ ແລະ ວຽກຈຸດສຸມຂອງການປະຕິຮູບລັດວິສາຫະກິດ ປີ 2026 ໂດຍປະຕິບັດຕາມມະຕິກົມການເມືອງສູນກາງພັກເລກທີ 05/ກມສພ ວ່າດ້ວຍການປັບປຸງ ແລະ ກໍ່ສ້າງວິສາຫະກິດ ໃນໄລຍະໃໝ່ ໄດ້ກຳນົດວ່າ: ຕ້ອງປັບປຸງ ແລະ ກໍ່ສ້າງວິສາຫະກິດຂອງລັດໃຫ້ມີຄວາມເຂັ້ມແຂງທາງດ້ານໂຄງສ້າງ ແລະ ໄປຕາມທິດອຸດສາຫະກຳຮຸ້ນສ່ວນ ດ້ວຍຮູບການທີ່ເໝາະສົມ, ສາມາດເປັນກຳລັງແຮງໃຫ້ແກ່ລັດເຮົາ ໃນການຊຸກຍູ້ການເຕີບໂຕ, ການສະສົມທຶນຮອນ ແລະ ການສະໜອງສາທາລະນະປະໂຫຍດ ໃຫ້ສັງຄົມ ພ້ອມກັບການຕອບສະໜອງຄວາມຕ້ອງການໃຫ້ແກ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໃນມະຕິດັ່ງກ່າວ ຍັງກຳນົດ 6 ວຽກຈຸດສຸມ ຄື: ປັບປຸງກົນໄກການຄຸ້ມຄອງ ເພື່ອໃຫ້ວິສາຫະກິດຂອງລັດເປັນເຈົ້າຕົນເອງໃນການດຳເນີນທຸລະກິດ; ຈຳແນກໃຫ້ຈະແຈ້ງ ລະຫວ່າງການປະຕິບັດໜ້າທີ່ ຫຼື ເປົ້າໝາຍຍຸດທະສາດດ້ານການເມືອງ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເປົ້າໝາຍຍຸດທະສາດດ້ານເສດຖະກິດ-ສັງຄົມ; ປັບປຸງນະໂຍບາຍລະບົບລະບຽບ ໃຫ້ມີຄວາມເໝາະສົມ ແລະ ອຳນວຍຄວາມສະດວກກວ່າເກົ່າ; ຄົ້ນຄວ້າການຫັນໄປສູ່ຮູບແບບວິສາຫະກິດປະສົມ ຫຼື ຮຸ້ນສ່ວນ; ເພີ່ມທະວີບົດບາດ ແລະ ຄວາມສາມາດ ໃນການຄຸ້ມຄອງລັດ ຕໍ່ວິສາຫະກິດລັດ; ປັບປຸງການຈັດຕັ້ງ, ແບບແຜນການນຳພາ ແລະ ການເຄື່ອນໄຫວຂອງພັກ, ອົງການຈັດຕັ້ງມະຫາຊົນ ຢູ່ລັດວິສາຫະກິດ.
ຂ່າວ: ສົມຫວັງ
ພາບ: ອ່າຍຄໍາ