ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍຫງວ້ຽນຫ໋າຍນິງກຳມະການສູນ ກາງພັກກອມມູນິດຫວຽດນາມລັດຖະມົນຕີກະຊວງຍຸຕິທໍາແຫ່ງ ສສຫວຽດນາມ ເຂົ້າຢ້ຽມຂໍ່ານັບໃນວັນທີ 19 ທັນວານີ້ ທີ່ຫ້ອງວ່າການສູນກາງພັກ ໃນໂອກາດທີ່ ສະຫາຍ ຫງວ້ຽນຫ໋າຍນິງ ພ້ອມດ້ວຍຄະນະທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມສປປລາວຢ່າງເປັນທາງການນັບແຕ່ວັນທີ18-20 ທັນວານີ້.
ສະຫາຍ ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບສະຫາຍຫງວ້ຽນຫ໋າຍນິງ ພ້ອມຄະນະທີ່ເດີນທາງມາເຂົ້າຮ່ວມກອງປະຊຸມວຽກງານຍຸຕິທໍາຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນລະຫວ່າງ ສປປ ລາວແລະ ສສ ຫວຽດນາມ ຄັ້ງທີ VI ທີ່ ສປປ ລາວ ເທື່ອນີ້, ພ້ອມທັງຕີລາຄາສູງຕໍ່ຄະນະດັ່ງກ່າວ ທີ່ຈະທີ່ນໍາເອົາບົດຮຽນອັນມີຄ່າຂອງກະຊວງຍຸຕິທໍາ, ພັກກອມມູນິດສສຫວຽດນາມມາແລກປ່ຽນກັບກະຊວງຍຸຕິທໍາສປປລາວກໍຄືພັກປະຊາຊົນປະຕິວັດລາວ.
ພ້ອມນີ້, ກໍສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງສະຫາຍແລະຄະນະຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາ ມັກຄີພິເສດແລະການຮ່ວມມືຮອບດ້ານລາວ-ຫວຽດນາມໃຫ້ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງແລະເກີດດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດດັ່ງກ່າວນີ້, ສະຫາຍທອງລຸນສີສຸລິດ ກໍໄດ້ຖືໂອກາດນີ້ຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມນັບຖືຮັກແພງເຖິງສະຫາຍໂຕເລິມ ເລຂາທິການໃຫຍ່ ພັກກອມມູນິດຫວຽດ ນາມ,ສະຫາຍ ເລືອງເກື່ອງ ປະທານປະເທດແລະບັນດາສະຫາຍການນຳຂັ້ນສູງຂອງພັກ-ລັດຫວຽດນາມ ແລະ ຂໍຕາງໜ້າຄະນະບໍລິຫານງານພັກປະຊາຊົນປະຕິວັດລາວ, ລັດຖະບານ, ປະຊາຊົນລາວບັນດາເຜົ່າທຸກທົ່ວໜ້າແລະ ໃນນາມສ່ວນຕົວສະແດງຄວາມຊົມເຊີຍຢ່າງສຸດໃຈມາຍັງສະຫາຍລັດຖະມົນຕີກະຊວງຍຸຕິທໍາສສຫວຽດນາມທີ່ຖືກຮັບຮອງໃນກອງປະຊຸມສະໄໝວິສາມັນເທື່ອທີ 8ຂອງສະພາແຫ່ງຊາດຊຸດທີ XV ຄັ້ງວັນທີ 26 ສິງຫາ 2024 ຜ່ານມາ.
ພ້ອມນີ້, ປະທານປະເທດແຫ່ງສປປລາວ ຍັງສະແດງຄວາມ ເຊື່ອໝັ້ນວ່າກອງປະຊຸມແລກປ່ຽນລະຫວ່າງສອງກະຊວງໃນຄັ້ງນີ້ຈະເປັນການປະກອບສ່ວນສ້າງຄວາມກະຈ່າງແຈ້ງທາງດ້ານທິດ ສະດີແລະພຶດຕິກຳຈະເປັນການຈັດຕັ້ງຜັນຂະຫຍາຍບັນດາໂຄງການຮ່ວມມືຂອງສອງຝ່າຍທີ່ເປັນບຸລິມະສິດ ແລະ ຍຸດທະ ສາດລະຫວ່າງສອງປະເທດເປັນຕົ້ນແມ່ນເອົາໃຈໃສ່ວຽກງານໂຄສະ ນາເຜີຍແຜ່ກົດໝາຍ, ສຶກສາອົບຮົມປະຊາຊົນຢູ່ລຽບຕາມຊາຍ ແດນໃຫ້ມີສະຕິເຄົາລົບກົດໝາຍ ແລະ ຕື່ນຕົວປະຕິບັດກົດ ໝາຍ, ເອົາໃຈໃສ່ການປະຕິບັດສົນທິສັນຍາວ່າດ້ວຍການຊ່ວຍ ເຫຼືອຊຶ່ງກັນແລະກັນທາງແພ່ງ-ອາຍາ,ເອົາໃຈໃສ່ການສ້າງບຸກຄະລາກອນໃນລະບົບກົດໝາຍລະຫວ່າງລາວ-ຫວຽດນາມໃຫ້ມີຄວາມອາດສາມາດກວ່າເກົ່າ,ເພີ່ມທະວີຄວາມເຂັ້ມແຂງ, ເອົາໃຈໃສ່ຕໍ່ແຜນການຮ່ວມມືກັນລະຫວ່າງລາວ-ຫວຽດນາມໃຫ້ແໜ້ນແຟ້ນກວ່າເກົ່າ.
ສະຫາຍ ຫງວ້ຽນຫ໋າຍນິງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໄດ້ລາຍງານກ່ຽວກັບການມາເຄື່ອນໄຫວຢ້ຽມຢາມສປປລາວຢ່າງເປັນທາງການແລະ ເຂົ້າຮ່ວມກອງປະຊຸມວຽກງານຍຸຕິທໍາຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນລະຫວ່າງສປປລາວແລະສສຫວຽດນາມຄັ້ງທີVI.
ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ອວຍພອນໃຫ້ສະຫາຍຫງວ້ຽນຫ໋າຍນິງພ້ອມດ້ວຍຄະນະຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກແລະປະສົບຜົນສຳເລັດໃນໜ້າທີ່ວຽກ ງານຂອງຕົນ, ສືບຕໍ່ຢ້ຽມຢາມແລະເຮັດວຽກຢູ່ສປປລາວດ້ວຍຜົນສຳເລັດຢ່າງຈົບງາມແລະເດີນທາງກັບຄືນປະເທດດ້ວຍສະຫວັດດີພາບ.
ຂ່າວ-ພາບ: ສຸກສະຫວັນ




