ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານປະເທດ ພ້ອມພັນລະຍາ ຮ່ວມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

Jun 1, 2026

ພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ຄົບ ຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ຈັດຂຶ້ນວັນທີ 1 ມິຖຸນາ 2026 ທີ່ໂຮງຮຽນປະຖົມວຽງຄຳ ບ້ານວຽງຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ, ມີການນໍາພັກ-ລັດ ພະນັກງານ ຄູ-ອາຈານ ຕະຫຼອດຮອດນ້ອງໆເຍົາວະຊົນ ແລະ ອະນຸຊົນທັນວາເຂົ້າຮ່ວມ.
May be an image of one or more people, tree and text that says 'ย่าบ ทองลุบ ทยงจุบสิฐุลิต สิสุลิด'
ທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ ເພື່ອຜັນຂະຫຍາຍນະໂຍບາຍ, ແຜນພັດທະນາ ແລະ ມະຕິກອງປະຊຸມ, ທັງເປັນການຢັ້ງຢືນເຖິງຄວາມເປັນຫ່ວງເປັນໃຍຢ່າງສະເໝີຕົ້ນສະເໝີປາຍ ຂອງພັກ-ລັດ ທີ່ມີຕໍ່ເດັກນ້ອຍລາວ ໃນການປົກປ້ອງ, ລ້ຽງດູ, ສົ່ງເສີມ ແລະ ພັດທະນາ, ພ້ອມທັງສຶກສາອົບຮົມຮຸ່ນຄົນສືບທອດໃຫ້ກາຍເປັນພົນລະເມືອງດີຂອງຊາດ ກາຍເປັນກຳລັງແຮງທີ່ແຂງແກ່ນໃຫ້ແກ່ພັກ, ທັງເປັນການປຸກລະດົມທົ່ວສັງຄົມ ໃຫ້ຍົກສູງຄວາມຮັບຜິດຊອບ ສ້າງສະພາບແວດລ້ອມທີ່ປອດໄພ, ສະກັດກັ້ນປະກົດການຫຍໍ້ທໍ້ ໂດຍສະເພາະແມ່ນບັນຫາສຸຂະພາບ, ສິ່ງເສບຕິດ, ການສຶກສາ ຄຽງຄູ່ກັບການເຝິກຝົນຫລໍ່ຫລອມແນວຄິດຮັກຊາດ, ຄຸນສົມບັດສິນທຳປະຕິວັດ ແລະ ປູກຈິດສຳນຶກໃຫ້ຮັກທຳມະຊາດຜ່ານຂະບວນການປູກຕົ້ນໄມ້ ແລະ ຮັກສາສິ່ງແວດລ້ອມ.
May be an image of one or more people May be an image of one or more people and text
ສໍາລັບ ວຽກງານການສ້າງຄວາມເຂັ້ມແຂງໃຫ້ເຍົາວະຊົນ -ອະນຸຊົນ ພວກເຮົາໄດ້ເອົາໃຈໃສ່ປັບປຸງນິຕິກໍາສໍາຄັນ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍເຍົາວະຊົນລາວ, ກົດລະບຽບການຈັດຕັ້ງເຍົາວະຊົນທັນວາ, ປັບປຸງຄູ່ມືຂໍ້ແຂ່ງຂັນ 3 ດີ 4 ຮູ້, ພ້ອມທັງສໍາເລັດການຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາທົ່ວປະເທດ ຄັ້ງທີ VI ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ແລະ ເນື່ອງໃນໂອກາດວັນເດັກນ້ອຍສາກົນນີ້ ສຊປລ ໄດ້ກະກຽມບັນດາກິດຈະກຳປິ່ນອ້ອມຫຼາຍຢ່າງ ເປັນຕົ້ນແມ່ນຂະບວນການຮ່ວມກັນປູກຕົ້ນໄມ້ ການມອບອຸປະກອນການສຶກສາໃຫ້ເດັກນ້ອຍ ແລະ ພິເສດແມ່ນການຈັດການແຂ່ງຂັນລະຄອນສັ້ນພາຍໃຕ້ຫົວຂໍ້ “ຕ້ານສິ່ງເສບຕິດ” ເພື່ອປົກປ້ອງເດັກນ້ອຍຈາກໄພສັງຄົມຕິດພັນກັບກິດຈະກໍາຖາມ-ຕອບວິທະຍາສາດ ແລະ ງານສິລະປະວັນນະຄະດີຢ່າງເບີກບານມ່ວນຊື່ນ.
May be an image of one or more people
ໂອກາດນີ້ ທ່ານປະທານປະເທດ ພ້ອມພັນລະຍາ ກໍໄດ້ມອບອຸປະກອນການສຶກສາໃຫ້ເຍົາວະຊົນ, ພ້ອມທັງແຈກຢາຍເຂົ້າໜົມ ແລະ ຮ່ວມປູກຕົ້ນໄມ້ ຕື່ມອີກ.
ຂ່າວ-ພາບ: ວຽງຈັນໃໝ່