ເມື່ອບໍ່ດົນມານີ້, ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານຕາຕັ້ງ ໃຫ້ແກ່ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເພື່ອໄປປະຕິບັດໜ້າທີ່ເປັນ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການສະຫະປະຊາຊາດ ທີ່ ນິວຢອກ, ສະຫະລັດ ອາເມຣິກາ.
ໃນໂອກາດນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານ ທອງຜ່ານ ສະຫວັນເພັດ ທີ່ຈະໄປປະຕິບັດໜ້າທີ່ ເປັນເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການສະຫະປະຊາຊາດ ທີ່ ນິວຢອກ, ສະຫະລັດ ອາເມຣິກາ,
ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດແຕ່ງຕັ້ງ, ຜູ້ຕາງໜ້າຖາວອນ ຄົນໃໝ່ ຈະສືບຕໍ່ປະກອບສ່ວນສຸມທຸກເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ລວມທັງການຍາດແຍ່ງເອົາການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອດ້ານຕ່າງໆຈາກສາກົນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນລາວບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ການບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງອົງການ ສປຊ, ໂດຍສະເພາະການລຶບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນລາວ ແລະ ການນຳພາປະເທດໃຫ້ຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ຕາມເປົ້າໝາຍທີ່ວາງໄວ້.




