ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານປະເທດ ລາວ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍ

Oct 25, 2024

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ. ຣັດ ເຊຍ, ໃນວັນທີ 23 ຕຸລາ 2024, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ (H.E. Mr. Aleksandr Lukashenko), ປະທານາທິບໍດີ ແຫ່ງ ສາທາລະ ນະລັດ ເບລາຣຸດຊີ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ- ສ. ເບລາຣຸດຊີ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືອັນດີ ລະ ຫວ່າງ ລາວ ແລະ ເບລາຣຸດຊີ ທີ່ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍມີການແລກປ່ຽນການຢ້ຽມຢາມຂອງເຈົ້າໜ້າທີ່ລະດັບສູງ ພ້ອມທັງມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກ ພື້ນ ແລະ ສາກົນ, ​​ພິ​ເສດ, ປີ 2024 ນີ້ ສອງຝ່າຍໄດ້ມີ​ການສະ ເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນໍາກັນ ດ້ວຍບັນຍາກາດໄມຕີຈິດມິດຕະພາບ ແລະ ມີຄວາມໝາຍສໍາຄັນ. ພ້ອມ​ດຽວ​ກັນ​ນີ້, ​ສອງ​ຝ່າຍ ໄດ້​ມີ​ການ​ປຶກ​ສາ​ຫາ​ລື​ລົງ​ເລີກ​ໃນ​ການ​ເສີມ​ຂະ​ຫ​ຍາຍຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ-ສັງ​ຄົມ ທີ່​​ທັງສອງ​ຝ່າຍ​ມີ​ທ່າ​ແຮງ ແລະ ເປັນ​ເອ​ກະ​ພາບ​ກັນ ໃຫ້ມີ​ການຊຸກ​ຍູ້​ໃຫ້ ​ພາກ​ສ່ວນ​ຕ່າງໆ​ ຂອງ​ສອງ​ປະ​ເທດ ​ໄດ້ເພີ່ມ​ທະ​ວີ​ ແລະ ເສີມ​ຂະ​ຫ​ຍາຍ ໃນ​ວຽກ​ງານ​ດັ່ງ​ກ່າວ ໃຫ້​ແຕກດອກ​ອອກ​ຜົນ.
ໃນໂອກາດດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຊື້ອເຊີນ ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ, ປະທານາທິບໍດີ ແຫ່ງ ສ. ເບລາຣຸດຊີ ເດີນທາງຢ້ຽມຢາມ ສປປ ລາວ ໃນເວລາທີ່ມີຄວາມສະດວກ, ເຊິ່ງ ພະນະທ່ານ ປະທານາທິບໍດີ ແຫ່ງ ສ. ເບລາຣຸດຊີ ກໍໄດ້ຕອບຮັບການເຊື້ອເຊີນດັ່ງກ່າວ.