ໃນຕອນບ່າຍວັນທີ 08 ພະຈິກ 2024, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົນທະ ນາທາງໄກ (Video Call) ເພື່ອອວຍພອນ ສະຫາຍ ເລືອງ ເກື່ອງ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດທີ່ສະຫາຍ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແຫນ່ງເປັນ ປະທານປະເທດ ຄົນໃຫມ່.
ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີ ແລະ ຊົມເຊີຍຢ່າງສຸດອົກສຸດໃຈມາຍັງ ສະຫາຍປະທານປະເທດ ເລືອງ ເກື່ອງ, ໃນໂອກາດທີີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແຫນ່ງເປັນ ປະທານປະເທດ ແຫ່ງ ສສ. ຫວຽດນາມ ຄົນໃໝ່ ໃນວາລະກອງປະຊຸມສະໄໝສາ ມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 15 ຄັ້ງວັນທີ 21 ຕຸລາ 2024 ທີ່ຜ່ານມາ, ເຊິ່ງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອ ເຊື່ອໃຈຈາກ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງ ແລະ ເຊື່ອຫມັ້ນວ່າ ດ້ວຍຄວາມຮູ້, ຄວາມສາມາດ ແລະ ປະ ສົບການອັນອຸດົມສົມບູນຂອງ ສະຫາຍ ເລືອງ ເກື່ອງ, ສະຫາຍ ຈະສືບຕໍ່ຊີ້ນໍາ-ນຳພາ ເຮັດໃຫ້ ສສ. ຫວຽດນາມ ຍາດໄດ້ຜົນງານອັນໃຫມ່ໃຫຍ່ຫຼວງກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຫວຽດນາມ ເພື່ອບັນລຸເປົ້າໝາຍການເປັນປະເທດອຸດສະຫະກຳຕາມທິດທັນສະໄຫມ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ພ້ອມນີ້, ສອງຝ່າຍ ໄດ້ສະແດງຄວາມຍິນດີທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ອັນເປັນມູນເຊື້ອທີ່ດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ຈະ ເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃຫ້ສົມກັບການເສຍສະຫຼະເລືອດເນື້ອຂອງບັນດາລຸ້ນການນຳ ແລະ ນັກຮົບປະຕິວັດຂອງສອງຊາດຕະຫລອດໄລຍະຫຼາຍທົດສະວັດແຫ່ງການຕໍໍ່ສູ້ກູ້ຊາດ ແລະ ຍາດເອົາເອກະລາດ, ເສລິພາບ ມາໃຫ້ ປະ ຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນສືບຕໍ່ຊຸກຍູ້ການຮ່ວມມືໃນຂະແໜງການຕ່າງໆທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຂຶ້ນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາແຜນງານ-ໂຄງການຮ່ວມມືຕ່າງໆທີ່ ສອງພັກ-ລັດຖະບານ ໄດ້ລົງນາມກັນແລ້ວນັ້ນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ, ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ທັງນີ້ ກໍ່ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ອ້າຍນ້ອງ.
ໃນໂອກາດດຽວກັນນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ການຊ່ວຍເຫຼືອອັນລໍໍ້າຄ່າ ບໍ່ວ່າຈະຢູ່ໄລຍະແຫ່ງການຕູ້ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ໃນໄລຍະທີີ່ ສປປ ລາວ ກໍາລັງປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໃນປະຈຸບັນ, ສົມກັບຄໍາເວົ້າທີ່ເປັນອຳມະຕະ ວ່າ: “ເຂົ້າເມັດຫັກ ຜັກເສັ້ນດຽວກໍ ບິແບ່ງກັນກິນ”. ພ້ອມນີ້, ກໍ່ໄດ້ອວຍພອນໃຫ້ ສະຫາຍ ເລືອງ ເກື່ອງ ແລະ ຄອບຄົວ ຈົ່ງມີແຕ່ຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ, ສືບຕໍ່ນໍາພາປະເທດຫວຽດນາມ ພັດທະນາ, ຮຸ່ງເຮືອງ, ສີວິໄລຍິ່ງຂຶ້ນ ແລະ ສະແດງຄວາມຫວັງວ່າຈະໄດ້ຕ້ອນ ຮັບ ສະຫາຍ ພ້ອມດ້ວຍພັນລະຍາ ເດີນທາງມາຢ້ຽມຢາມລັດຖະກິດຢູ່ ສປປ ລາວ ໃນອະນາຄົດນີ້.
ໃນຂະນະດຽວກັນ, ສະຫາຍປະທານປະເທດ ເລືອງ ເກື່ອງ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມຂອງ ສະຫາຍ ທອງລຸນ ສີສຸລິດ, ພ້ອມທັງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ຢ່າງຈົບງາມ, ຢືນຢັນຄືນຄວາມຫມາຍຫມັ້ນອັນແຮງກ້າຂອງພັກ, ລັດຖະ ບານ ແລະ ປະຊາຊົນຫວຽດນາມ ຈະເຮັດວຽກຮ່ວມກັນຢ່າງໃກ້ ຊິດກັບຝ່າຍລາວ ເພື່ອຜົນສຳເລັດອັນໃຫມ່ຍິ່ງໃຫຍ່ກວ່າເກົ່າ ແລະ ສະແດງຄວາມຍິນດີທີ່ຈະເດີນທາງໄປຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຕາມຄຳເຊື້ອເຊີນຂອງຝ່າຍລາວ.
ການສົນທະນາຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີ ຈິດມິດຕະພາບອັນອົບອຸ່ນ ແລະ ສະຫນິດສະຫນົມ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ທີ່ໄດ້ຮັບການເພີ້ມພູນຄູນສ້າງ ແລະ ຫມັ້ນຄົງຂະຫນົງແກ່ນຕະຫຼອດມາ.





