ວັນທີ 8 ທັນວາ 2025 ທີ່ສຳນັກງານປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງເອກອັກຄະລັດຖະທູດຈາກ 2 ປະເທດ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ, ປະກອບມີ:
ທ່ານ ອອງ ຊິວ ເກ (H.E. Mr. Ong Siew Gay), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ ແລະ ທ່ານ ເຊຣເກ ວະລາດີມີໂຣວິຈ ເຊສະກີ (H.E. Mr. Sergey Vladimirovich Zhestkii), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ.

ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ເອກອັກຄະລັດຖະທູດທັງສອງປະເທດ ທີ່ໄດ້ຮັບການແຕ່ງຕັ້ງມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງ ທ່ານທູດທັງສອງຈະປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ໄດ້ຮັບການພັດທະນາຂຶ້ນສູ່ບາດກ້າວໃໝ່ໃນຕໍ່ໜ້າ, ຊຸກຍູ້ການແລກປ່ຽນຢ້ຽມຢາມ ຊຶ່ງກັນ ແລະ ກັນ ຂອງການນຳຂັ້ນສູງ ລວມທັງການໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນ ເພື່ອເປັນພື້ນຖານອັນດີໃຫ້ແກ່ການຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ຂະແໜງການອື່ນໆ ທີ່ມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ. ພ້ອມນີ້, ຍັງໄດ້ສະເໜີໃຫ້ທ່ານທູດທັງສອງ ຈົ່ງສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງຂອງລາວ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາບົດບັນທຶກຄວາມເຂົ້າໃຈ ທີ່ສອງຝ່າຍໄດ້ຮ່ວມກັນລົງນາມ ໃຫ້ປາກົດຜົນເປັນຈິງ, ພ້ອມທັງສະເໜີໃຫ້ທ່ານທູດ ໄປຢ້ຽມຢາມບັນດາແຂວງຕ່າງໆຂອງລາວ ເພື່ອເບິ່ງການພັດທະນາເສດຖະກິດ-ສັງຄົມຂອງບັນດາແຂວງ, ລວມທັງຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະກິດ-ນັກລົງທຶນ ທີ່ມີຄວາມສົນໃຈ ໃຫ້ເຂົ້າມາລົງທຶນຢູ່ລາວຫຼາຍຂຶ້ນ. ໃນໂອກາດດັ່ງກ່າວ, ພະນະທ່ານ ປະທານປະເທດ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ, ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງລາວ, ພ້ອມທັງສະແດງຄວາມຫວັງວ່າ: ທ່ານທູດທັງສອງ ຈະສືບຕໍ່ໃຫ້ຄວາມຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອລາວ ໃນຕໍ່ໜ້າ.

ໃນຂະນະດຽວກັນ, ເອກອັກຄະລັດຖະທູດທັງສອງທ່ານ ໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມຂອງ ປະທານປະເທດລາວ ແລະ ການຕ້ອນຮັບອັນອົບອຸ່ນ ໃນໂອກາດມາປະຕິບັດໜ້າທີ່ການທູດຢູ່ລາວ, ພ້ອມທັງສະແດງຄວາມໝາຍໝັ້ນວ່າ: ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ປະເທດຕົນ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ມີບາດກ້າວອັນໃໝ່ ເພື່ອນຳເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄື ປະຊາຊົນຂອງທັງສອງປະເທດ.
ໃນວັນດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ມອບສານຕາຕັ້ງ ໃຫ້ແກ່ເອກອັກຄະລັດຖະທູດລາວ 2 ທ່ານ ເພື່ອໄປປະຈຳຢູ່ຕ່າງປະເທດ, ປະກອບມີ:
ທ່ານ ນາງ ວິທະຍາ ໄຊຍະວົງ, ເອກອັກຄະລັດຖະທູດ ສປປ ລາວ ປະຈໍາສາທາລະນະລັດອິນເດຍ ແລະ ທ່ານ ທິບພະສອນ ແສງສຸຣິຍະ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສາທາລະນະລັດ ຟີລິບປິນ.

ໃນໂອກາດດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ເອກອັກຄະລັດຖະທູດທີ່ໄດ້ຮັບການແຕ່ງຕັ້ງທັງສອງທ່ານ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ, ພ້ອມທັງໄດ້ຊີ້ນໍາໃຫ້ຈົ່ງສືບຕໍ່ປະກອບສ່ວນສຸມທຸກເຫື່ອແຮງ ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດໃຫ້ແຕກດອກອອກຜົນຍິ່ງຂຶ້ນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາເອກະສານການຮ່ວມມືຕ່າງໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ປາກົດຜົນເປັນຈິງ, ຊຸກຍູ້ການພົບປະແລກປ່ຽນ ແລະ ການໄປມາຫາສູ່ກັນ ລະຫວ່າງຂັ້ນການນຳປະເທດ ແລະ ປະຊາຊົນດ້ວຍກັນ, ຍາດແຍ່ງເອົາການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫຼືອດ້ານຕ່າງໆຈາກສາກົນ, ເອົາໃຈໃສ່ໂຄສະນາຂົນຂວາຍບັນດານັກລົງທຶນ, ນັກທຸລະກິດ ແລະ ນັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາ ສປປ ລາວ ຫຼາຍຂຶ້ນ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນລາວບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນການລຶບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນລາວ ແລະ ໃຫ້ສາມາດນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026 ຕາມເປົ້າໝາຍທີ່ວາງໄວ້.
ຂ່າວ: ກຕທ


