ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

May 11, 2026

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນໄຊຊະນະສົງຄາມປົກປ້ອງປີປິຕຸພູມ ຄົບຮອບ 81 ປີ ຊຶ່ງໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2026 ທີ່ ນະຄອນຫຼວງມົສກູ ສະຫະພັນ ຣັດເຊຍ.
May be an image of one or more people, the Oval Office and text May be an image of text
ການສະເຫຼີມສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ເປັນໜຶ່ງໃນເຫດການປະຫວັດສາດທີ່ສໍາຄັນຂອງ ຣັດເຊຍ ແລະ ບັນດາປະຊາຊາດ ຊຶ່ງໄດ້ຈັດຂຶ້ນເພື່ອຈາລຶກຄຸນງາມຄວາມດີ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາ ນັກຮົບກອງທັບແດງ ໂຊວຽດ ແລະ ທຸກຄົນທີ່ເສຍສະຫຼະຊີວິດ ເພື່ອປົກປ້ອງປິຕຸພູມ ຈົນສາມາດຍາດມາໄດ້ໄຊຊະນະ ໃນສົງຄາມໂລກ ຄັ້ງທີ II. ໄຊຊະນະດັ່ງກ່າວ ຖືເປັນຄວາມທະນົງໃຈຂອງ ປະຊາຊົນສະຫະພາບໂຊວຽດ ໃນເມື່ອກ່ອນ ກໍຄື ສະຫະພັນ ຣັດເຊຍ ໃນປັດຈຸບັນ.
ການເຂົ້າຮ່ວມພິທີສະເຫຼີມສະຫຼອງຄັ້ງນີ້ ມີບັນດາຜູ້ນໍາ ແລະ ຜູ້ຕາງໜ້າຈາກຫຼາຍປະເທດເພື່ອນມິດ ແລະ ມີຫຼາຍກິດຈະກຳສໍາຄັນຖືກຈັດສະແດງໃນງານດັ່ງກ່າວ, ເປັນຕົ້ນແມ່ນ ການສະແດງເດີນສວນສະໜາມຂອງກ້ອນກຳລັງ ຂອງເຫຼົ່າທັບຕ່າງໆ ຈາກທົ່ວປະເທດ.
May be an image of text May be an image of the Brandenburg Gate and text
ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ຍັງໄດ້ຖືກຕ້ອນຮັບຈາກ ພະນະທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ແລະ ໄດ້ພົບປະແລກປ່ຽນຄໍາຄິດຄໍາເຫັນ ດ້ວຍບັນຍາກາດອັນສ້າງສັນ ແລະ ກົງໄປກົງມາ. ສອງຝ່າຍ ຕີລາຄາສູງຕໍ່ໝາກຜົນຂອງ ການຮ່ວມມືສອງຝ່າຍ ໃນຫຼາຍຂົງເຂດວຽກງານ ໃນໄລຍະຜ່ານມາ.
ການໄປເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນຄັ້ງນີ້ ແມ່ນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ດຳເນີນໄປ ຢ່າງມີຜົນສໍາເລັດອັນຈົບງາມແຕ່ຕົ້ນຕະຫຼອດປາຍ, ທັງໄດ້ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນທີ່ເປັນມູນເຊື້ອອັນຍາວນານ ລະຫວ່າງ ສອງປະເທດ ລາວ-ຣັດເຊຍ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ມີໝາກຜົນນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.
May be an image of Saint Basil's Cathedral and text May be an image of Saint Basil's Cathedral and text
No photo description available. May be an image of text
ຂ່າວ-ພາບ: ອຸໄທລັດ