ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານປະເທດ ເຄື່ອນໄຫວຕິດຕາມເບິ່ງສະພາບນ້ຳຖ້ວມ ຢູ່ນະຄອນຫຼວງວຽງຈັນ

Sep 15, 2024

ວັນທີ 15 ກັນຍາ 2024 ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ໄດ້ລົງຕິດຕາມ ແລະ ໃຫ້ກຳລັງໃນປະຊາຊົນທີ່ຖືກນ້ຳຖ້ວມ ແລະ ພະນັກງານ ທະຫານ ຕຳຫຼວດ ທີ່ກຳລັງປະຕິບັດໜ້າທີ່ປ້ອງກັນນ້ຳຖ້ວມຢູ່ຈຸດຕ່າງໆ ໃນຕົວນະຄອນຫຼວງວຽງຈັນ (ນວ) ຖືກຕ້ອນຮັບ ແລະ ນຳທາງໂດຍທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນວ ເຈົ້າເມືອງຮອງເຈົ້າເມືອງສັງທອງ ເມືອງສີໂຄດຕະບອງ ແລະ ເມືອງສີສັດຕະນາກ ຫົວໜ້າຮອງຫົວໜ້າພະແນກ ຂະແໜງການກ່ຽວຂ້ອງ ອຳນາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນ ນວ.
ການລົງຕິດຕາມສະພາບນ້ຳຖ້ວມບັນດາບ້ານ ແລະ ເມືອງທີ່ຢູ່ລຽບຕາມແຄມແມ່ນ້ຳຂອງໃນ ນວ ຄັ້ງນີ້ເລີ່ມຕົ້ນໄປເບິ່ງນ້ຳຖ້ວມທາງເລກທີ 11 ຈຸດຄ້ອຍແລນມາກຊາຍແດນບ້ານອ່າງໃຫຍ່ເມືອງສີໂຄດຕະບອງ-ບ້ານສຳພັນນາເມືອງສັງທອງ ຖ້ວມເສັ້ນທາງມີຄວາມຍາວປະມານກິໂລແມັດປາຍ ເລິກປະມານ 60-70 ຊັງຕີແມັດ ແລະ ຈຸດບ້ານແກ້ງໝໍ້-ທ່ານາສ້າງຫີນເມືອງສັງທອງ ຖ້ວມມີຄວາມຍາວປະມານ 500 ແມັດ ເລິກປະມານ 70-90 ຊັງຕີແມັດ ເລີ່ມຖ້ວມມາແຕ່ວັນທີ 10 ກັນຍາ 2024 ເປັນຕົ້ນມາ ໄລຍະຖ້ວມນີ້ປະເພດໃຫຍ່ທີ່ຕ່ຳ ແລະ ລົດຈັກບໍ່ສາມາດໄປມາໄດ້ຈຸດດັ່ງກ່າວ ແຕ່ມີລົດທະຫານ ຕຳຫຼວດ ແລະ ລົດບໍລິສັດ ວຽງຈັນອຸດສາຫະກຳໄມ້ປ່ອງ ໃຫ້ການຊ່ວຍເຫຼືອຂົນສົ່ງລົດຈັກ ແລະ ຄົນຂ້າມໄປມາ ແຕ່ມາຮອດວັນທີ 15 ກັນຍາ 2024 ນໍ້າໄດ້ເລີ່ມຫຼຸດລົງແລ້ວປະມານ 10 ຊັງຕີແມັດ ໃນໂອກາດນີ້ ນວ ຍັງໄດ້ມອບເຄື່ອງປະເພດເຄື່ອງບໍລິໂພກ -ອຸປະໂພກໃຫ້ປະຊາຊົນບ້ານສຳພັນນາປະມານ 350 ຖົງ ເພື່ອເປັນການບັນເທົາທຸກ.
ນອກຈາກລົງຕິດຕາມຈຸດນ້ຳຖ້ວມຢູ່ເມືອງສັງທອງແລ້ວ ທ່ານປະທານປະເທດພ້ອມດ້ວຍຄະນະຍັງໄດ້ລົງຕິດຕາມ ແລະ ໃຫ້ກຳລັງໃຈພະນັກງານ ທະຫານ ຕຳຫຼວດ ແລະ ປະຊາຊົນ ຊາວ ນວ ທີ່ກຳລັງປະຕິບັດໜ້າທີ່ຫ່າຍເປົາຊາຍເພື່ອເຮັດຄູປ້ອງກັນນ້ຳຖ້ວມຢູ່ຈຸດບ້ານໜອງດາ-ໂນນຂີ້ເຫຼັກ ເມືອງສີໂຄດຕະບອງ ຈຸດປະຕູນ້ຳສວນເຈົ້າອານຸວົງ ເມືອງຈັນທະບູລີ ແລະ ເຂດທ່າເຮືອຫຼັກ 4 ເມືອງສີສັດຕະນາກຕື່ມອີກ.
ໃນໂອກາດທີ່ລົງຕິດຕາມນ້ຳຖ້ວມແຕ່ລະຈຸດນັ້ນ ທ່ານປະທານປະເທດ ໄດ້ໃຫ້ກຳລັງໃຈປະຊາຊົນຜູ້ທີ່ປະສົບໄພນ້ຳຖ້ວມ ແຕ່ລະຄອບຄົວຕ້ອງສູ້ຊົນອົດທົນຄວາມລຳບາກໄປນຳກັນ ເຊິ່ງຄາດວ່າອີກບໍ່ດົນນ້ຳຂອງອາດຈະບົກແຫ້ງລົງເປັນປົກກະຕິ ເນື່ອງຈາກປັດຈຸບັນກຳລັງບົກແຫ້ງລົງເທື່ອລະໜ້ອຍແລ້ວ ແລະ ເຫດການນ້ຳຖ້ວມຄັ້ງນີ້ແມ່ນຍ້ອນໄພທຳມະຊາດພາຍຸເຮັດໃຫ້ສາຂາຂອງແມ່ນ້ຳຂອງ ແລະ ນ້ຳຂອງຂຶ້ນສູງຖ້ວມຫຼາຍແຂວງທົ່ວປະເທດ ແລະ ປະເທດໃກ້ຄຽງລາວຂອງພວກເຮົາ ພ້ອມນີ້ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງການນຳທຸກພາກສ່ວນ ທັງກະຊວງ-ອົງການ ນວ ເມືອງ ແລະ ບ້ານທີ່ໄດ້ນຳເອົາພະນັກງານ ທະຫານ ຕຳຫຼວດ ແລະ ປະຊາຊົນ ມາຊ່ວຍປ້ອງກັນນ້ຳຖ້ວມທັງເວັນ ແລະ ຄືນຈົນສາມາດປ້ອງກັນຈຸດທີ່ຕ່ຳເຂດຫຼໍ່ແຫຼມໄດ້ ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ສືບຕໍ່ເຝົ້າລະວັງຕະຫຼອດ 24 ຊົ່ວໂມງ ຈົ່ງພ້ອມກັນກຽມພ້ອມກຳລັງແຮງຈາກທຸກພາກສ່ວນປະກອບສ່ວນປ້ອງກັນນ້ຳຖ້ວມຕົວເມືອງ ນວ ໃຫ້ໄດ້.