ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມການນໍາ ແຂວງສາລະວັນ

Jan 16, 2025

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະລົງເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ພົບປະໂອ້ລົມການນໍາຂອງແຂວງສາລະວັນ ໃນວັນທີ 15 ມັງກອນ 2025, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ ພ້ອມດ້ວຍຄະນະນຳເຂົ້າຮ່ວມ.
ໃນພິທີ, ທ່ານ ເຈົ້າແຂວງສາລະວັນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານໂດຍສັງເຂບໃຫ້ຮູ້ວ່າ: ແຂວງສາລະວັນມີຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍດີ ໂດຍພື້ນຖານໄດ້ເອົາໃຈໃສ່ໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ, ເພີ່ມທະວີການຈັດຕັ້ງປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ກາຍເປັນຂອງທົ່ວປວງຊົນຢ່າງກວ້າງຂວາງ, ດ້ານເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ 8,488 ຕື້ກີບ, ເທົ່າກັບ 99.39% ຂອງແຜນການ, ອັດຕາການຂະຫຍາຍຕົວຂອງເສດຖະກິດຢູ່ໃນລະດັບ 6.1%, ການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 285.63 ຕື້ກີບ ເທົ່າກັບ 135.13% ຂອງແຜນດັດແກ້. ພ້ອມນັ້ນ ກໍໄດ້ຊຸກຍູ້ວຽກງານສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ອັນພົ້ນເດັ່ນໄດ້ສຸມໃສ່ຊຸກຍູ້. ສົ່ງເສີມ ແລະ ສ້າງຊື່ສຽງໃຫ້ແກ່ຜະລິດຕະພັນປີ້ງໄກ່ນາປົ່ງ ດ້ວຍການປັບປຸງຄຸນນະພາບເລັງໃສ່ການແປຮູບບັນຈຸໃສ່ຖົງ ແລະ ສາມາດສົ່ງຂາຍໄປຕ່າງແຂວງ ແລະ ຕ່າງປະເທດ, ທັງໄດ້ຊຸກຍູ້ກຸ່ມການຜະລິດ, ເຮັດທົດລອງໂຄງການຊາວນາຮັ່ງມີປັບປຸງນາໄຮ່ໃຫຍ່ຢູ່ເມືອງຄົງເຊໂດນ. ສໍາລັບການຈັດງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ແມ່ນມີຜົນສໍາເລັດຕາມຄາດໝາຍ, ເຊິ່ງສາມາດຍາດໄດ້ທັງໝົດ48 ຫຼຽນຄື: ຫຼຽນຄໍາ 12 ຫຼຽນ, ຫຼຽນເງິນ 20 ຫຼຽນ, ຫຼຽນທອງ 16 ຫຼຽນ ຈັດເປັນອັນດັບ 3 ໃນທົ່ວປະເທດ, ເອົາໃຈໃສ່ແກ້ໄຂບັນຫາການປະລະການຮຽນຂອງນັກຮຽນຊັ້ນປະຖົມ ແລະ ມັດທະຍົມ, ຍົກສູງຄຸນນະພາບການຮຽນ-ການສອນໃຫ້ມີຄຸນນະພາບສູງຂຶ້ນ. ໄດ້ເອົາໃຈໃສ່ປັບປຸງສະຖານທີ່ບໍລິການດ້ານສາທາລະນະສຸກ, ຍົກລະດັບຄວາມຮູ້ໃຫ້ແພດໝໍ, ໄດ້ຮັບຮອງ ແລະ ປະກາດລຳສາລະວັນ ເປັນມໍຣະດົກລະດົກແຫ່ງຊາດ ລະດັບທ້ອງຖິ່ນ ປະເພດນາມມະທຳ ແລະ ຄວາມຄືບໜ້າໃນການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ, ປັດຈຸບັນ, ອົງຄະນະພັກເມືອງຕະໂອ້ຍ ໄດ້ສຳເລັດການດໍາເນີນກອງປະຊຸມໃຫຍ່ຂອງຕົນ.
ໃນໂອກາດນີ້, ທ່ານປະທານປະເທດ ກໍໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນບາງບັນຫາທີ່ສຳຄັນຕໍ່ຄະນະພັກ, ຄະນະນຳຂອງແຂວງສາລະວັນ ເພີ່ມທະວີເອົາໃຈໃສ່, ກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດທີ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມພາຍໃນແຂວງກໍຄືເມືອງ, ສ້າງເງື່ອນໄຂໃຫ້ກັບປະຊາຊົນ ມີການພັດທະນາ, ມີຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍສະເພາະບັນດາພື້ນຖານໂຄງລ່າງ ໄດ້ອໍານວຍຄວາມສະດວກຫຼາຍດ້ານ. ພ້ອມດຽວກັນນັ້ນ, ທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ຊຸກຍູ້, ແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດໃນປັດຈຸບັນ ແລະ ຖືສຳຄັນຕໍ່ວຽກງານການສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ຖັນແຖວພະນັກງານ, ປະຊາຊົນບັນດາເຜົ່າມີຄວາມເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ທີ່ມີຄວາມພະຍາຍາມ, ເອົາໃຈໃສ່ໃນທຸກໄລຍະ, ບັນດາຂະແໜງການທີ່ກ່ຽວຂ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນທໍາການຜະລິດ, ນຳເອົາບົດຮຽນ, ເຕັກນິກວິທີການປູກ-ການລ້ຽງ ໃຫ້ລົງເຖິງຊາວກະສິກອນໃຫ້ຫຼາຍຂຶ້ນ ແລະ ສ້າງຄວາມເຂັ້ມແຂງ ໂດຍຕ້ອງເປັນເຈົ້າການໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ຊຸກຍູ້ສົ່ງເສີມລູກຫຼານ ໃນເກນອາຍຸໄດ້ເຂົ້າຮຽນ, ຄຽງຄູ່ກັບການສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ ແລະ ເອົາໃຈໃສ່ຄົ້ນຄວ້າຢ່າງເລິກເຊິ່ງ, ລະອຽດ, ຈະແຈ້ງ ແລະ ມີເປົ້າໝາຍ ໃນການກໍານົດການສ້າງຕາແສງ.
ຈາກນັ້ນ, ທ່ານປະທານປະເທດ ພ້ອມຄະນະ ກໍໄດ້ເດີນທາງໄປຢ້ຽມຢາມການຜະລິດນາໄຮ່ໃຫຍ່ບ້ານຫີນສິວ ເມືອງຄົງເຊໂດນ, ຕົວແບບຜະລິດກະສິກຳ ຢູ່ບ້ານຫຼັກ 94 ເມືອງລະຄອນເພັງ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ