ວັນທີ 14 ມັງກອນ 2025 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ເມືອງດາກຈຶງ ແຂວງເຊກອງ ໂດຍໄດ້ໄປຢ້ຽຢາມ ແລະ ພົບປະພະນັກງານ ໂຄງ ການໄຟຟ້າ ພະລັງງານລົມ ມອນຊຸນ 600 ເມກາວັດ(MW), ພົບປະໂອ້ລົມປະຊາຊົນ ເຂດຈຸດສຸມ ບ້ານຊຽງຫລວງ ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍການນໍາແຂວງ ແລະ ເມືອງ ເຂົ້າຮ່ວມຕິດຕາມ.
ໂອກາດນີ້, ທ່ານ ປະທານປະເທດ ພ້ອມຄະນະ ໄດ້ຮັບຟັງການລາຍງານສະພາບ ການຈັດຕັ້ງປະຕິບັດໂຄງການ ຈາກຄະນະຮັບຜິດຊອບ ໂຄງການໄຟຟ້າພະລັງງານລົມ ມອນຊຸນ ເຊິ່ງໂຄງການດັ່ງກ່າວ ຕັ້ງຢູ່ເມືອງດາກຈຶງ ແຂວງເຊກອງ ແລະ ສ່ວນໜຶ່ງຂອງເມືອງຊານໄຊ ແຂວງອັດຕະປື ສປປ ລາວ, ເຊັນສັນຍາສໍາປະທານ ໃນວັນທີ 1 ທັນວາ 2022, ມີກໍາລັງການຜະລິດ 600 ເມກາວັດ, ມີມູນຄ່າໂຄງການ 960 ລ້ານໂດລາ ໂດຍແມ່ນການໄຟຟ້າ ຫວຽດນາມ (Vietnam Electricity. EVN), ສັນຍາຊື້ໄຟຟ້າ (PPA) ໄລຍະ 25 ປີ, ມີສາຍສົ່ງໄຟຟ້າ ທັງໝົດ 71 ກິໂລແມັດ( 27 ກິໂລແມັດ ຜູ້ເບື້ອງລາວ) ສາຍສົ່ງ 500 ກິໂລເວນ ສົ່ງໄປເຊື່ອມຕໍ່ສະຖານນີໄຟຟ້າ Thanh My, Quang Nam, ສສ ຫວຽດນາມ ເຊິ່ງມີແຜນສົ່ງອອກໄຟຟ້າ (COD) ພາຍໃນ ປີ 2025 ໂດຍແມ່ນ ບໍລິສັດ PowerChina ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ເລີ່ມກໍ່ ສ້າງແຕ່ເດືອນມີນາ 2023, ມາຮອດ ເດືອນມັງກອນ 2025 ສໍາເລັດການກໍ່ສ້າງ ແລະ ຕິດຕັ້ງແລ້ວກວ່າ 90% (ຕິດຕັ້ງກົງກັນລົມ 133 ຕົ້ນ), ຄາດໝາຍ ເຊື່ອມລະບົບສາຍສົ່ງໄຟຟ້າກັບ ການໄຟຟ້າ ສສ ຫວຽດນາມ (EVN) ໃນເດືອນກຸມພາ 2025, ຈະເລີ່ມດໍາເນີນ ການສົ່ງອອກໄຟຟ້າບາງສ່ວນ 300 MW ພາຍໃນໄຕມາດ 2 ປີ 2025 ແລະ ຈະດໍາເນີນການສົ່ງອອກ ໄຟຟ້າທັງໝົດ 600 MW ພາຍໃນໄຕມາດ 3 ປີ 2025. ໃນຕໍ່ໜ້າຈະຂະຫຍາຍໄປຕື່ມ 1.000 ເມກາວັດ ຕື່ມອີກ.
ການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະ ແດງຄວາມຊົມເຊີຍ ຕໍ່ບັນດາບໍລິສັດ ກໍຄື ຂາຫຸ້ນທີ່ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການບັນລຸຜົນສໍາເລັດ ຕາມແຜນທີ່ວາງໄວ້. ພ້ອມນີ້, ໄດ້ຊີ້ນໍາໃຫ້ຜູ້ລົງທຶນຈົ່ງເອົາໃຈໃສ່ ທາງດ້ານເຕັກນິກ, ການຮັກສາດ້ານສິ່ງແວດລ້ອມ, ສ້າງວຽກເຮັດງານທໍາໃຫ້ແກ່ ປະຊາຊົນໃນທ້ອງຖິ່ນ, ສິ່ງສໍາຄັນແມ່ນຕ້ອງຢືດໜັ້ນໃນສິ່ງທີ່ຖືກຕ້ອງຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ແລະ ຕ້ອງສົ່ງເສີມໃຫ້ປະຊາຊົນ ໃນທ້ອງຖິ່ນ ກ່ຽວກັບການປຸກ ການລ້ຽງ ເພື່ອສະໜອງ ສະບຽງອາຫານໃຫ້ແກ່ໂຄງການເພື່ອສ້າງລາຍຮັບເພີ່ມ.
ຫລັງຈາກນັ້ນ, ທ່ານ ປະທານປະເທດ ພ້ອມຄະນະ ໄດ້ໄປພົບປະຢ້ຽມຢາມພໍ່ແມ່ປະ ຊາຊົນ ເຂດຈຸດສຸມ ບ້ານຊຽງຫລວງ ເມືອງດາກຈຶງ ໂດຍໄດ້ຮັບຟັງການລາຍງານ ຈາກ ທ່ານ ເພັງນາ ຈັນທະພອນ ເຈົ້າເມືອງດາກຈຶງ ກ່ຽວກັບສະພາບການພັດທະນາພາຍໃນບ້ານ ເຊິ່ງບ້ານຊຽງຫລວງ ເປັນບ້ານໜຶ່ງ ທີ່ຕັ້ງຢູ່ລະຫວ່າງກາງ ເທສະບານ ແຂວງເຊກອງ ຫາ ເທສະບານເມືອງດາກຈຶງ, ເນື້ອທີ່ສ່ວນໃຫຍ່ເປັນພູດອຍ ກວມ 95% ຂອງເນື້ອທີ່ທັງໝົດ, ປະຊາຊົນເຂດບ້ານຊຽງຫລວງ ສວນໃຫຍ່ປະກອບອາຊີບການເຮັດນາປູກເຂົ້າ ແລະ ລ້ຽງສັດ, ປຸກຝັງ, ອັດຕາ ສ່ວນຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າຍັງ ກວມເອົາອັດຕາສ່ວນສູງ, ການດໍາລົງຊີວິດ ຂອງປະຊາຊົນເຂດ ຊົນນະບົດຫ່າງໄກສອກຫລີກ ຍັງຕິດພັນກັບ ທຳມະຊາດເປັນສ່ວນໃຫຍ່.
ໃນໂອກາດດຽວກັນ, ທ່ານ ປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດຂອງອົງຄະນະພັກທຸກຂັ້ນທີ່ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມພາຍໃນແຂວງ ກໍຄື ເມືອງ ອັນໄດ້ເຮັດໃຫ້ບັນດາພື້ນຖານໂຄງລ່າງຂອງເມືອງ ກໍຄື ກຸ່ມບ້ານໄດ້ຮັບການພັດທະ ນາດີຂຶ້ນເປັນກ້າວໆ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ຄະນະນໍາທຸກຂັ້ນພາຍໃນເມືອງ ແລະ ກຸ່ມບ້ານ ເອົາໃຈໃສ່ຊຸກຍູ້, ແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ໃນປັດຈຸບັນ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ, ປະຊາ ຊົນບັນດາເຜົ່າ, ໃຫ້ຂະແໜງການທີ່ກ່ຽວຂ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນ ທໍາການຜະລິດໃຫ້ຫລາຍຂຶ້ນ ເຊິ່ງກ່ອນອື່ນໜົດພວກເຮົາ ຕ້ອງເປັນເຈົ້າການໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົ້ນເອງ ໂດຍພະນັກງານກ່ຽວຂ້ອງຕ້ອງລົງໃຫ້ຄວາມຮູ້ວິຊາການ ດ້ານເຕັກການປູກ-ການລ້ຽງໃຫ້ແກ່ປະຊາຊົນໃຫ້ມີຄວາມຮູ້ສູງຂຶ້ນ, ພ້ອມທັງເອົາໃຈໃສ່ຊຸກຍູ້ສົ່ງເສີມລູກຫລານໄດ້ເຂົ້າໂຮຽຮຽນຢ່າງທົ່ວເຖິງ ໃນເກນອາຍຸເຂົ້າຮຽນ, ເອົາໃຈໃສ່ເຂົ້າໃນການປ້ອງກັນສິ່ງເສບຕິດພາຍໃນກຸ່ມຢ່າງແຂງແຮງ ເພື່ອບໍ່ໃຫ້ລູຫລານຕົກເປັນເຫຍື່ອຂອງສິ່ງເສບຕິດ.
ນອກນັ້ນ, ໃຫ້ເອົາໃຈໃສ່ໃນການໄຈ້ແຍກສື່ສັງຄົມອອນລາຍ ວ່າອັນໃດຖືກ ຫລື ຜິດ, ອັນໃດທີ່ເປັນສິ່ງຕໍ່ຕ້ານ, ບິດເບືອນຕໍ່ແນວທາງຂອງພັກ-ລັດເຮົາ ແລະ ດ້ານອື່ນໆ.
ໃນໂອກາດນີ້, ທ່ານ ປະທານປະເທດ ຍັງໄດ້ມອບທຶນສົມທົບຈໍານວນໜຶ່ງ ເພື່ອນໍາໃຊ້ເຂົ້າໃນ ວຽກງານການພັດທະເມືອງ ກໍຄື ກຸ່ມບ້ານຊຽງຫລວງ ຕື່ມອີກ.
ຂ່າວ-ພາບ: ສຸກສະຫວັນ ພຸນສຸກ






