ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງທີ XI ຂອງພັກ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ (ອຄ) ໃນວັນທີ 5 ເມສາ 2024 ນີ້, ທີ່ສູນຮ່ວມມືສາກົນ ແລະ ຝຶກອົບຮົມ, ນະຄອນຫລວງວຽງຈັນ
ໃນໂອກາດນີ້ ສະຫາຍໄດ້ເນັ້ນຫນັກໃຫ້ຂະແຫນງ ອຄ ສືບຕໍ່ເອົາໃຈໃສ່ຫລາຍບັນຫາສຳຄັນທີ່ເປັນຂໍ້ຄົງຄ້າງ ແລະ ຕ້ອງໄດ້ຈັດຕັ້ງປະຕິບັດ ເພື່ອບັນລຸເປົ້າໝາຍຍຸດທະສາດການພັດທະນາເສດຖະກິດ ຂອງປະເທດ ແນໃສ່ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ເຊິ່ງຕ້ອງໄດ້ເພີ່່ມທະວີຄວາມເປັນເຈົ້າ, ຄວາມຮັບຜິດຊອບ ຮ່ວມກັບຂະແໜງການອື່ນໆ ເພື່ອຊ່ວຍສູນກາງພັກ ແລະ ລັດຖະບານຍູ້ແຮງຈັດຕັ້ງຜັນຂະຫຍາຍ ໃຫ້ເປັນຮູບປະທຳຕົວຈິງ.
ສະຫາຍໄດ້ເນັ້ນໃຫ້ປັບປຸງໂຄງສ້າງການຜະລິດສິນຄ້າ, ປັບປຸງແຜນນະໂຍບາຍ ພັດທະນາການຄ້າ, ແຜນນະໂຍບາຍພັດທະນາອຸດສາຫະກຳ, ພັດທະນາ ແລະ ສົ່ງ ເສີມການສົ່ງອອກສິນຄ້າ, ພັດທະນາຕະຫລາດ ແລະ ການຄຸ້ມຄອງສິນຄ້າ-ລາຄາ, ເພີ່ມທະວີການພົວພັນຮ່ວມມືທາງການຄ້າກັບຕ່າງປະເທດ ໃຫ້ມີປະສິດທິຜົນ ແລະ ປັບປຸງລະບົບການຄຸ້ມຄອງ-ບໍລິຫານ ຂອງຂະແໜງອຸດສາຫະກຳ ແລະ ການຄ້າໃຫ້ມີປະສິດທິພາບ-ປະສິດທິຜົນ, ສ້າງໃຫ້ກາຍເປັນອົງການບໍລິການຮັບໃຊ້ ແລະ ສາມາດກວດສອບຈາກປະຊາຊົນໄດ້ຢ່າງແທ້ຈິງ ໂດຍສະເພາະ ໃຫ້ຫັນວຽກງານການຄ້າໃຫ້ຕິດພັນກັບຄວາມຕ້ອງການຂອງຕະຫລາດ, ຫັນໄປສູ່ການເປັນເສດຖະກິດການຄ້າ ທີ່ໃຊ້ພາກບໍລິການເປັນຕົວຂັບເຄື່ອນ, ຫັນຈາກການຄຸ້ມຄອງ ແລະ ຄວບຄຸມໄປສູ່ການສົ່ງເສີມ ແລະ ອຳນວຍຄວາມສະດວກທາງດ້ານການຄ້າ, ພ້ອມທັງສົ່ງ ເສີມ-ພັດທະນາ ພາກການຜະລິດໃຫ້ມີການສ້າງມູນຄ່າເພີ່ມ ດ້ວຍການສົ່ງເສີມພັດທະນາທຸລະກິດການຄ້າ ແລະ ຜູ້ປະກອບການຜະລິດ ໃຫ້ກ້າວໄປສູ່ການຜະລິດທີ່ເປັນເອກະລັກ ແລະ ສ້າງກາໝາຍສິນຄ້າທີ່ເປັນຍີ່ຫໍ້ຂອງຕົນເອງທີ່ສາມາດສ້າງມູນຄ່າເພີ່ມໄດ້ສູງຂຶ້ນ ແລະ ມີຄວມຍືນຍົງ, ເປັນມິດກັບສິ່ງແວດລ້ອມ ໂດຍເນັ້ນການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ,
ພ້ອມນີ້ຕ້ອງມີການປະດິດສ້າງ ແລະ ນຳໃຊ້ນະວັດຕະກຳເຂົ້າໃນຂະບວນການຜະລິດຂອງຕົນ ແລະ ສົ່ງເສີມການສ້າງຜູ້ປະ ກອບການຫຸ່ນໃໝ່ ທີ່ໃຊ້ນະວັດຕະກຳ ແລະ ການຄົ້ນຄວ້າ ໃນການພັດທະນາ ເພື່ອສ້າງມູນຄ່າເພີ່ມທາງການຄ້າ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.
ສຳລັບເປົ້າໝາຍຍຸດທະສາດການພັດທະນາ ແລະ ການສົ່ງເສີມການສົ່ງອອກສິນຄ້າໃນຕໍ່ໜ້າ ແມ່ນຕ້ອງໄດ້ສຸມໃສ່ພັດທະນາ ແລະ ສົ່ງເສີມການສົ່ງອອກສິນຄ້າ ທີ່ເປັນທ່າແຮງ ຫລື ສິນຄ້າປາຍແຫລມຂອງເຮົາໃຫ້ຊັດເຈນ, ມີຄວາມໜັກແໜ້ນ, ສາມາດແຂ່ງຂັນ, ເຈາະ ແລະ ຍາດໄດ້ສ່ວນແບ່ງຕະຫລາດ ຫລື ໃຫ້ມີຕະຫລາດສົ່ງອອກສິນຄ້າຫລັກໃດໜຶ່ງ ທີ່ມີຄວາມຍືນຍົງ, ມີຈັງຫວະການເຕີບໂຕທີ່ໝັ້ນຄົງ, ເຮັດໃຫ້ກິດຈະການສົ່ງອອກເປັນກິດຈະການສຳຄັນໜຶ່ງ ໃນການສະໜອງວຽກເຮັດງານທຳ ແລະ ສ້າງລາຍຮັບເງິນຕາ ຄໍ້າປະກັນການພັດທະນາເສດຖະກິດຂອງຊາດ ອີກທາງໜຶ່ງ ແລະ ເພື່ອບັນລຸເປົ້າໝາຍດັ່ງກ່າວ, ຕ້ອງເອົາໃຈໃສ່ ຕໍ່ສິນຄ້າສຳເລັດຮູບ ແລະ ເຄິ່ງສຳເລັດຮູບ, ການສົ່ງອອກວັດຖຸດິບແມ່ນເນັ້ນໃສ່ສິນຄ້າທີ່ເປັນປາຍແຫລມ ຫລື ໄດ້ປຽບ, ສິນຄ້າຕະຫລາດຊ່ອງຫວ່າງ, ສິນຄ້າທີ່ຜູ້ລົງທຶນຕ່າງປະເທດມີຕະຫລາດຄໍ້າປະກັນ, ສິນຄ້າສົ່ງອອກພາຍໃຕ້ລະບົບສິດທິພິເສດທາງການຄ້າ ແລະ ສິນຄ້າສົ່ງອອກກັບທີ່.
ສະຫາຍ ທອງລຸນ ສີສຸລິດ ເນັ້ນຫນັກຕື່ມວ່າ: ຕ້ອງຫັນອຸດ ສາຫະກຳ ທີ່ຍັງອ່ອນນ້ອຍ ແຕ່ມີໜໍ່ແໜງຈຳນວນໜຶ່ງ ເພື່ອສ້າງໃຫ້ກາຍເປັນອຸດສາຫະກຳຂະໜາດກາງ ແລະ ໃຫຍ່ ຂຶ້ນໃນອະນາຄົດ. ການພັດທະນາອຸດສາຫະກຳ ຢູ່ປະເທດເຮົາຕ້ອງຮູ້ເລືອກເຟັ້ນ ທີ່ເລີ່ມຈາກຄວາມຕ້ອງການຂອງຕະຫລາດພາຍໃນ ແລະ ຕະຫລາດພາຍນອກ ເພື່ອໃຫ້ມີຜະລິດຕະພັນ ອຸດສາຫະກຳອອກສູ່ຕະຫລາດ ເຊັ່ນ: ບາງຜະລິດ ຕະພັນອຸດສາຫະກຳ ແມ່ນຮັບໃຊ້ສະເພາະພາຍໃນ, ຕອບສະໜອງຕະຫລາດພາຍໃນ ເປັນຕົ້ນຕໍ, ແຕ່ບາງຜະລິດຕະພັນ ກໍມີຄວາມສາມາດເປັນສິນຄ້າສົ່ງອອກໄດ້ ເພື່ອໃຫ້ເຂົ້າເຖິງຕະຫລາດສາກົນ ແລະ ຜະລິດຕະພັນອຸດສາຫະກຳຈຳນວນໜຶ່ງ ໂດຍສະເພາະຜະລິດຕະພັນເກີດຈາກອຸດສາຫະກຳປຸງແຕ່ງຈາກກະສິກຳ ພວກເຮົາຍັງມີທ່າແຮງສົ່ງອອກສູ່ຕະຫລາດໂລກໄດ້. ພ້ອມນີ້, ໃຫ້ສືບຕໍ່ຂະຫຍາຍການພົວພັນການຄ້າ ກັບເພື່ອນມິດຍຸດທະສາດ ແລະ ກັບບັນດາປະເທດໃກ້ຄຽງ ໂດຍການນຳໃຊ້ຮູບແບບການພົວພັນການຄ້າ ທັງລະບົບການຄ້າລະດັບຊາດ ແລະ ການຄ້າຊາຍແດນ ໃຫ້ຫັນເຂົ້າສູ່ລະບົບການຄ້າທີ່ຖືກຕ້ອງ.
ນອກຈາກນີ້ ຕ້ອງຮັບປະກັນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຕາມແນວຊາຍແດນ. ເປີດກວ້າງການພົວພັນຮ່ວມມືດ້ານການຄ້າ ກັບບັນດາປະເທດຕ່າງໆໃນໂລກ, ເລືອກເຟັ້ນຮູບແບບການ ຊື້-ຂາຍ ທີ່ຮັບປະກັນຜົນປະໂຫຍດ ຂອງປະເທດເຮົາ ແລະ ສູ້ຊົນຊື້-ຂາຍ ແບບໂດຍກົງ ກັບແຕ່ລະປະເທດ ໂດຍບໍ່ຜ່ານປະເທດທີສາມ ເທົ່າທີ່ມີເງື່ອນໄຂ ແລະ ອື່ນໆ.





