ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ລາຊະອານາຈັກ ກຳປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ຢູ່ ລາຊະອານາຈັກກຳປູເຈຍ ໃນວັນທີ 6-7 ກຸມພາ 2026.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໃນຕອນເຊົ້າຂອງວັນທີ 7 ກຸມພາ 2026 ທີ່ ພະລາຊະວັງ. ຫຼັງຈາກນັ້ນ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ, ໃນນາມຮັກສາການແທນພະມະຫາກະສັດ ແຫ່ງ ລາຊະອານາຈັກ ກຳປູເຈຍ. ໃນໂອກາດພົບປະຄັ້ງນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບດ້ວຍນ້ຳໃຈໄມຕີຈິດມິດຕະພາບອັນອົບອຸ່ນຂອງ ສົມເດັດ ອັກຄະມະຫາເສນາບໍດີ ຮຸນເຊນ ໃນນາມຮັກສາການແທນພະມະຫາກະສັດແຫ່ງ ລາຊະອານາຈັກ ກໍາປູເຈຍ ແລະ ປະຊາຊົນກໍາປູເຈຍ ໃນຄັ້ງນີ້ ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ເຖິງ ພະບາດສົມເດັດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ລາຊະອານາຈັກ ກຳປູເຈຍ ແລະ ພະມານດາ ໂມນີນຽດ ສີຫານຸ ດ້ວຍຄວາມເຄົາລົບຮັກຢ່າງຍິ່ງ. ພ້ອມດຽວກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ແຈ້ງສະພາບການພັດທະນາຂອງ ສປປ ລາວ ໃຫ້ຊາບໂດຍຫຍໍ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ປະທັບໃຈ ທີ່ເຫັນວ່າ ລາຊະອານາຈັກ ກໍາປູເຈຍ ມີການພັດທະນາແບບກ້າວກະໂດດ, ປະຊາຊົນມີຄວາມຜາສຸກ ແລະ ມີຄວາມຢູ່ດີກິນດີ.

ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນຖານເພື່ອນມິດສະໜິດສະໜົມ, ບ້ານໃກ້ເຮືອນຄຽງ “ບ້ານພີ່ເມືອງນ້ອງ, ບ້ານແກ່ວເມືອງດອງ” ທີ່ມີຮີດຄອງປະເພນີຄ້າຍຄືກັນ ແລະ ມີມູນເຊື້ອການພົວພັນອັນດີງາມມາແຕ່ບູຮານນະການ ກໍຄືການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກ ກໍາປູເຈຍ ໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ. ພິເສດ, ໃນປີ 2026 ນີ້ ເປັນປີຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ແລະ ຄົບຮອບ 7 ປີ ທີ່ສອງປະເທດໄດ້ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ຊຶ່ງສອງປະເທດ ຈະໄດ້ຮ່ວມກັນຈັດກິດຈະກໍາສະເຫຼີມສະຫຼອງເນື່ອງໃນປີທີ່ມີຄວາມໝາຍສໍາຄັນນີ້.

ໃນໂອກາດນີ້, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ, ຮັກສາການແທນພະມະຫາກະສັດ ແຫ່ງ ລາຊະອານາຈັກ ກຳປູເຈຍ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນແຮງຊຸກດັນອັນສໍາຄັນ ທີ່ຈະເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອທີ່ດີງາມ ລະຫວ່າງ ລາວ-ກໍາປູເຈຍ ໄດ້ຮັບການເສີມຂະຫຍາຍ ໃຫ້ແຕກດອກອອກຜົນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ. ພ້ອມດຽວກັນນີ້, ກໍໄດ້ແຈ້ງຊາບວ່າ ພະບາດສົມເດັດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ລາຊະອານາຈັກ ກຳປູເຈຍ ຍິນດີສະເດັດຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນເດືອນ ມິຖຸນາ 2026 ທີ່ຈະມາເຖິງນີ້ ຕາມການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ໄດ້ເຊື້ອເຊີນ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ເດີນທາງມາເຂົ້າຮ່ວມກອງປະຊຸມສູດຍອດ ຝຣັງໂກໂຟນນີຄັ້ງທີ 20 ຊຶ່ງລາຊະອານາຈັກ ກໍາປູເຈຍ ຈະເປັນເຈົ້າພາບໃນກາງເດືອນພະຈິກ 2026.

ໃນຕອນທ້າຍ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈພະມາຫາກະສັດ, ລັດຖະບານ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ທັງໃນໄລຍະການຕໍ່ສູ້ເພື່ອເອກະລາດແຫ່ງຊາດ ກໍຄືການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ ພ້ອມທັງໄດ້ສະແດງຄວາມຍິນດີທີ່ຈະໄດ້ຮ່ວມກັບລັດຖະບານ ແລະ ປະຊາຊົນລາວ ຕ້ອນຮັບການສະເດັດຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ລາຊະອານາຈັກ ກຳປູເຈຍ ໃນເດືອນມິຖຸນາ 2026 ທີ່ຈະມາເຖິງນີ້ ພ້ອມທັງຕອບຮັບການເຊື້ອເຊີນເຂົ້າຮ່ວມກອງປະຊຸມສຸດຍອດ ຝຣັງໂກໂຟນນີຄັ້ງທີ 20 ຊຶ່ງລາຊະອານາຈັກ ກໍາປູເຈຍ ຈະເປັນເຈົ້າພາບໃນກາງເດືອນພະຈິກ 2026 ນີ້.

ໃນວັນດຽວກັນ, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ນຳພາຄະນະ ວາງພວງມາລາ ທີ່ ອານຸສາວະລີເອກະລາດ ແລະ ອານຸສາວະລີ ພະບາດສົມເດັດ ພະໂນໂຣດົມ ສີຫານຸ, ອະດີດພະມະຫາກະສັດ ແຫ່ງກຳປູເຈຍ ພ້ອມທັງໄດ້ເຂົ້າຮ່ວມງານລ້ຽງອາຫານທ່ຽງຢ່າງເປັນທາງການ ຊຶ່ງຈັດເປັນກຽດໂດຍ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ, ໃນນາມຮັກສາການແທນພະມະຫາກະສັດ ແຫ່ງ ລາຊະອານາຈັກ ກຳປູເຈຍອີກດ້ວຍ.


