ໃນແລງຂອງວັນທີ 12 ກັນຍາ 2024, ທີ່ ນະຄອນໂຮ່ຈີມິນ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ວັນ ເນນ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນໂຮ່ຈີມິນ ແລະ ຄະນະ ໃນໂອກາດເດີນທາງຢ້ຽມ ຢາມລັດຖະກິດ ທີ່ ສສ. ຫວຽດນາມ ໃນວັນທີ 10-13 ກັນຍາ 2024.
ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີ ທີ່ໄດ້ມີໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງລາວ ຢ້ຽມຢາມນະຄອນໂຮ່ຈີມິນ ໃນຄັ້ງນີ້, ເຊິ່ງເປັນນະຄອນທີ່ໃຫຍ່ທີ່ສຸດ ແລະ ມີການພັດທະນາທີ່ຈະເລີນທີ່ສຸດຂອງຫວຽດນາມ, ເປັນສູນກາງການຄ້າ, ເສດຖະກິດ, ການບັນເທິງ, ທັງເປັນສູນກາງທາງດ້ານການສຶກສາ ແລະ ວັດທະນະ ທໍາສັງຄົມ ອັນດັບທີສອງຂອງຫວຽດນາມ. ສະຫາຍ ເລຂາທິ ການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຟັງການ ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນພາຍໃນນະຄອນໂຮ່ຈີມິນ ແລະ ກໍໄດ້ແຈ້ງສະພາບການພົ້ນເດັ່ນໂດຍຫຍໍ້ພາຍໃນ ສປປ ລາວ, ພ້ອມທັງໄດ້ຕີລາຄາສູງ ແລະ ສະ ແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດຫຼາຍດ້ານ ທີ່ອົງຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈີມິນ ຍາດມາໄດ້ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ກໍຄື ມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນໂຮ່ຈີມິນ ຄັ້ງທີ XI ລວມທັງບັນດາໝາກຜົນຂອງການພົວພັນຮ່ວມມື ລະຫວ່າງນະຄອນໂຮ່ຈີມິນ ກັບບັນດາແຂວງຂອງລາວ ເປັນຕົ້ນແມ່ນ ແຂວງຫຼວງພະບາງ (ແຮກສ່ຽວ), ນະຄອນຫຼວງ ວຽງຈັນ (ແຮກສ່ຽວ), ແຂວງຈໍາປາສັກ (ແຮກສ່ຽວ), ແຂວງອຸດົມໄຊ, ແຂວງຫົວພັນ ແລະ ແຂວງອັດຕະປື ໃນໄລຍະຜ່ານມາ.
ໃນຂະນະດຽວກັນ, ສະຫາຍ ເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນ ວັນ ເນນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມນະຄອນໂຮ່ຈີມິນ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະຜູ້ແທນຂັ້ນສູງ ໃນຄັ້ງນີ້, ເຊິ່ງສະແດງໃຫ້ເຫັນເຖິງເຈດຈໍານົງອັນແຮງກ້າ ແລະ ແນວທາງອັນສະເໝີຕົ້ນສະເໝີປາຍຂອງສອງພັກ, ສອງລັດ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
ໃນຕອນທ້າຍ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ອົງຄະນະພັກ ແລະ ປະຊາຊົນນະຄອນໂຮ່ຈີມິນ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໂດຍສະເພາະ ບັນດາແຂວງຂອງລາວ ບໍ່ວ່າຈະເປັນການຊ່ວຍ ເຫຼືອທາງດ້ານພື້ນຖານໂຄງລ່າງ, ການກໍ່ສ້າງຊັບພະຍາກອນມະ ນຸດ ແລະ ອື່ນໆ, ພ້ອມທັງໄດ້ສະເໜີໃຫ້ສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອບັນດາທ້ອງຖິ່ນຂອງລາວ ໃນທຸກຂົງເຂດໃຫ້ຫຼາຍຂຶ້ນຕື່ມ ໂດຍສະເພາະແມ່ນດ້ານການສຶກສາ, ການກໍ່ສ້າງຊັບພະຍາ ກອນມະນຸດ, ວັດທະນະທໍາສັງຄົມ, ການຄ້າ, ການລົງທຶນ ທີ່ສອງຝ່າຍມີທ່າແຮງບົ່ມຊ້ອນ, ພິເສດ ໃນໂອກາດປີທ່ອງທ່ຽວລາວ 2024 ນີ້ ກໍສະເໜີຊ່ວຍຊຸກຍູ້ພາກທຸລະກິດທ່ອງທ່ຽວຂອງ ນະຄອນໂຮ່ຈີມິນ ຮ່ວມມືກັບພາກທຸລະກິດທ່ອງທ່ຽວຂອງລາວ ໃນການດຶງດູດ ແລະ ນໍາເອົານັກທ່ອງທ່ຽວ ແລກປ່ຽນຢ້ຽມຢາມ ສປປ ລາວ ໃຫ້ເພີ່ມຂຶ້ນ, ເພື່ອສືບຕໍ່ເພີ່ມພູນຄູນສ້າງສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ.
ໃນໂອກາດຢ້ຽມຢາມນະຄອນໂຮ່ຈີມິນ ຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ກໍ່ໄດ້ໄປຢ້ຽມຢາມອະດີດການນໍາຂັ້ນສູງຂອງ ສສ. ຫວຽດນາມ ຄື: ສະຫາຍ ຫງວຽນ ມິງ ຈຽດ ແລະ ສະຫາຍ ເຈືອງ ເຕີ້ນ ຊາງ, ອະດີດປະທານປະເທດ ແຫ່ງ ສສ. ຫວຽດນາມ, ພ້ອມທັງໄດ້ໄປຢ້ຽມຢາມ ທ່າເຮືອຫໍມັງກອນ ແລະ ກໍ່ໄດ້ເຂົ້າຮ່ວມພິທີລະດົມທຶນຊ່ວຍເຫລືອປະຊາຊົນທາງພາກເຫນືອຂອງຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພະຍຸຫມາຍເລກ 3 (Yaki) ທີ່ຈັດຂຶ້້ນໂດຍຄະນະກໍາມະການແນວໂຮມປະເທດຫວຽດນາມ ນະຄອນ ໂຮ່ ຈີ້ ມິນ, ຄະນະພັກນະຄອນ ໂຮ່ຈິ້ມິນ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ອີກດ້ວຍ.
ທີ່ມາ: ກົມການຂ່າວ, ກະຊວງຕ່າງປະເທດ






