ໃນຕອນບ່າຍວັນທີ 11 ກັນຍາ 2024, ທີ່ສະພາແຫ່ງຊາດ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈິ່ນ ແທັງ ເມີ້ນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາ ແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມລັດຖະກິດ ທີ່ ສສ ຫວຽດນາມ ໃນວັນທີ 10-13 ກັນຍາ 2024.
ໂອກາດນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ເຈິ່ນ ແທັງ ເມີ້ນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານສະພາ ແຫ່ງຊາດຫວຽດນາມຄົນໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອ ທີ 7 ຂອງສະພາແຫ່ງຊດ ຊຸດທີ 15 ທີ່ຈັດຂຶ້ນໃນທ້າຍເດືອນພຶດສະພາ 2024 ຜ່ານມາ, ພ້ອມທັງໄດ້ແຈ້ງຈຸດປະສົງຂອງການ ເດີນທາງຢ້ຽມຢາມລັດຖະກິດ ທີ່ ສສ ຫວຽດນາມ ຄັ້ງນີ້ ເຊິ່ງເປັນການສະແດງເຖິງເຈດຈໍານົງອັນແຮງກ້າ ແລະ ແນວທາງອັນສະເໝີຕົ້ນສະເໝີປາຍຂອງສອງພັກ, ສອງລັດ ໃນການປົກປັກ ຮັກສາ ແລະ ເສີມຂະຫຍາຍສາຍພົວພັນສອງປະເທດ ໃຫ້ໝັ້ນຄົງຂະໜົງແກ່່ນຕະຫລອດໄປ. ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງ ແລະ ຮອບດ້ານ ທີ່ເພື່ອນຫວຽດນາມອ້າຍນ້ອງຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສະພາບການໂດຍຫຍໍ້ຂອງ ສປປ ລາວ ແລະ ການກະກຽມການເປັນປະທານໝູນວຽນອາຊຽນ ກໍຄື ກອງປະຊຸມໄອປາ (AIPA) ປີ 2024 ຂອງ ສປປ ລາວ.
ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງສອງປະເທດ ລາວ-ຫວຽດນາມ ທີ່ສືບຕໍ່ໄດ້ຮັບການພັດ ທະນາຢ່າງຕໍ່ເນື່ອງ ແລະ ກ້າວເຂົ້າສູ່ລວງເລິກ ໂດຍມີການພົບປະ ແລະ ແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ການຮ່ວມມືດ້ານການຄ້າ-ການລົງທຶນສອງຝ່າຍ ສືບຕໍ່ຂະຫຍາຍຕົວ ໂດຍສະເພາະມູນຄ່າການຄ້າສອງສົ້ນໃນ 7 ເດືອນຕົ້ນປີ 2024 ບັນລຸໄດ້ 1,1 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 17% ຖ້າທຽບໃສ່ໄລຍະດຽວກັນຂອງປີ 2023 ແລະ ການລົງ ທຶນຂອງຫວຽດນາມ ກໍຢູ່ໃນແຖວໜ້າຂອງການລົງທຶນຕ່າງປະ ເທດ ຢູ່ລາວ. ພ້ອມນັ້ນ, ສອງສະພາແຫ່ງຊາດ ລາວ-ຫວຽດນາມ ກໍມີການພົວພັນຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເປັນຢ່າງດີ; ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືກັນໃນຕໍ່ໜ້າ ໂດຍສະເພາະການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການທີ່ມີລັກສະນະຍຸດທະສາດ ທີ່ການນໍາຂອງສອງປະເທດໄດ້ຕົກລົງເຫັນດີຮ່ວມກັນ ໃຫ້ເປັນຮູບປະທໍາໂດຍໄວ.
ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມ ຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອຢ່າງລໍ້າຄ່າ ແລະ ທັນການ ບໍ່ວ່າຈະຢູ່ໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ໃນພາ ລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສົມດັ່ງຄໍາເວົ້າທີ່ວ່າ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງກໍບິແບ່ງກັນກິນ” ໂດຍ ສະເພາະ ການຊ່ວຍເຫລືອຂອງສະພາແຫ່ງ ຊາດຫວຽດນາມ ໂດຍສະເພາະໂຄງການຫໍສະພາແຫ່ງຊາດ ເຊິ່ງເປັນສັນຍາຕົວແທນ ແຫ່ງ ສາຍພົວພັນທີ່ມີລັກສະນະພິເສດຂອງສອງປະເທດ ລາວ -ຫວຽດນາມ.
ໃນຂະນະດຽວກັນ, ສະຫາຍ ເຈິ່ນ ແທັງ ເມິ້ນ ກໍາມະການກົມການ ເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້, ເຊິ່ງຈະປະກອບສ່ວນສໍາຄັນເຂົ້າໃນການຮັດ ແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ ໃຫ້ຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ນອກຈາກນີ້, ສະຫາຍຍັງໄດ້ໃຫ້ຮູ້ວ່າ ມີຄວາມຍິນດີທີ່ຈະນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຫວຽດນາມ ເດີນ ທາງມາເຂົ້າຮ່ວມກອງປະຊຸມສຸດຍອດ AIPA ແລະ ເດີນທາງຢ້ຽມຢາມ ສປປ ລາວ ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ໃນວັນດຽວກັນ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະກໍໄດ້ໄປວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ແລະ ສຸສານ ປະທານໂຮ່ຈີ່ມິນ ເພື່ອສະແດງຄວາມເຄົາລົບແລະລະນຶກເຖິງຄຸນງາມຄວາມດີຂອງປະທານ ໂຮໂຮ່ຈີ່ມິນ ຜູ້ນໍາທີ່ຍິ່ງໃຫຍ່ ແລະ ອ້າຍນ້ອງທະຫານນັກຮົບທີ່ໄດ້ຕໍ່ສູ້ເສຍສະຫລະເລືອດເນື້ອເພື່ອປະເທດ ຊາດ ແລະປະຊາຊົນໃນສະໄໝສົງຄາມ.






