ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ

Sep 12, 2024

ໃນຕອນບ່າຍຂອງວັນທີ 11 ກັນຍາ 2024, ທີ່ ສະພາແຫ່ງ ຊາດ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈິ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມລັດຖະກິດ ທີ່ ສສ. ຫວຽດນາມ ໃນວັນທີ 10-13 ກັນຍາ 2024.
ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ແລະ ຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ເຈິ່ນ ແທັງ ເມີ້ນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະ ທານສະພາແຫ່ງຊາດຫວຽດນາມຄົນໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊດ ຊຸດທີ 15 ທີ່ຈັດຂຶ້ນໃນທ້າຍເດືອນພຶດສະພາ 2024 ຜ່ານມາ, ພ້ອມທັງໄດ້ແຈ້ງຈຸດປະ ສົງຂອງການເດີນທາງຢ້ຽມຢາມລັດຖະກິດ ທີ່ ສສ. ຫວຽດນາມ ຄັ້ງນີ້, ເຊິ່ງເປັນການສະແດງເຖິງເຈດຈໍານົງອັນແຮງກ້າ ແລະ ແນວ ທາງອັນສະເໝີຕົ້ນສະເໝີປາຍຂອງສອງພັກ, ສອງລັດ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນສອງປະເທດ ໃຫ້ໝັ້ນຄົງຂະໜົງແກ່່ນຕະຫຼອດໄປ. ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ທີ່ເພື່ອນຫວຽດນາມອ້າຍນ້ອງຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສະພາບການໂດຍຫຍໍ້ຂອງ ສປປ ລາວ ແລະ ການກະກຽມການເປັນປະທານໝູນວຽນອາຊຽນ ກໍຄືກອງປະຊຸມໄອປ້າ (AIPA) ປີ 2024 ຂອງ ສປປ ລາວ.
ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງສອງປະເທດ ລາວ-ຫວຽດນາມ ທີ່ສືບຕໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ກ້າວເຂົ້າສູ່ລວງເລິກ ໂດຍມີການພົບປະ ແລະ ແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ການຮ່ວມມືດ້ານການຄ້າ-ການລົງທຶນສອງຝ່າຍ ສືບຕໍ່ຂະຫຍາຍຕົວ ໂດຍສະເພາະມູນຄ່າການຄ້າສອງສົ້ນໃນ 7 ເດືອນຕົ້ນປີ 2024 ບັນລຸໄດ້ 1,1 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 17% ຖ້າທຽບໃສ່ໄລຍະດຽວກັນຂອງປີ 2023 ແລະ ການລົງທຶນຂອງຫວຽດນາມ ກໍຢູ່ໃນແຖວໜ້າຂອງການລົງທຶນຕ່າງປະເທດ ຢູ່ລາວ. ພ້ອມນັ້ນ, ສອງສະພາແຫ່ງຊາດ ລາວ- ຫວຽດນາມ ກໍມີການພົວພັນຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເປັນຢ່າງດີ. ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືກັນໃນຕໍ່ໜ້າ ໂດຍສະເພາະການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການທີ່ມີລັກສະນະຍຸດທະສາດ ທີ່ການນໍາຂອງສອງປະເທດໄດ້ຕົກລົງເຫັນດີຮ່ວມກັນ ໃຫ້ເປັນຮູບປະທໍາໂດຍໄວ.
ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງລໍ້າຄ່າ ແລະ ທັນການ ບໍ່ວ່າຈະຢູ່ໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສົມດັ່ງຄໍາເວົ້າທີ່ວ່າ “ເຂົ້າເມັດຫັກ ຜັກເສັ້ນນຶ່ງກໍບິແບ່ງກັນກິນ” ເວົ້າລວມ, ເວົ້າສະເພາະ ການຊ່ວຍເຫຼືອຂອງສະພາແຫ່ງຊາດຫວຽດນາມ ໂດຍສະເພາະໂຄງການຫໍສະພາແຫ່ງຊາດ, ເຊິ່ງເປັນສັນຍາຕົວແທນ ແຫ່ງ ສາຍພົວພັນທີ່ມີລັກສະນະພິເສດຂອງສອງປະເທດ ລາວ-ຫວຽດນາມ.
ໃນຂະນະດຽວກັນ, ສະຫາຍ ເຈິ່ນ ແທັງ ເມິ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້, ເຊິ່ງຈະປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ນອກຈາກນີ້, ສະຫາຍຍັງໄດ້ໃຫ້ຮູ້ວ່າ ມີຄວາມຍິນດີທີ່ຈະນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຫວຽດນາມ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດ AIPA ແລະ ເດີນທາງຢ້ຽມຢາມ ສປປ ລາວ ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ໃນວັນດຽວກັນ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ກໍ່ໄດ້ໄປວາງພວງມາລາ ຢູ່ ອະນຸສາວະລີນັກຮົບນິລະນາມ ແລະ ສຸສານ ປະ ທານໂຮ່ຈີ້ມິນ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງຄຸນງາມຄວາມດີຂອງປະທານ ໂຮຈິ້ມິນ ຜູ້ນໍາທີ່ຍິ່ງໃຫຍ່ ແລະ ອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນໃນສະໄໝສົງຄາມ.