ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ

Sep 4, 2025

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ, ໃນວັນທີ 03 ກັນຍາ 2025, ພະນະທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ ທີ່ ສະໜາມຫຼວງທຽນອັນເໝິນ, ນະຄອນຫຼວງປັກກິ່ງ, ສປ ຈີນ.
May be an image of 2 people and text
ສປ ຈີນ ໄດ້ຈັດພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ ຂຶ້ນຢ່າງຍິ່ງໃຫຍ່ ໂດຍມີຈຸດປະສົງເພື່ອຫວນຄືນມູນເຊື້ອອັນພິລະອາດຫານຂອງກອງທັບ ແລະ ປະຊາຊົນຈີນ ຮ່ວມກັບບັນດາປະເທດຕ່າງໆໃນໂລກ ໃນການຕໍ່ສູ້ເພື່ອຕ້ານການຮຸກຮານຂອງຕ່າງປະເທດ ໃນສະໄໝສົງຄາມໂລກ ຄັ້ງທີ 2 ຈົນສາມາດຍາດໄດ້ໄຊຊະນະ, ເສລີພາບ, ເອກະລາດ ແລະ ນຳເອົາຄວາມຜາສຸກມາສູ່ປະເທດຊາດ ກໍ່ຄືປະຊາຊົນຈີນ ແລະ ບັນດາປະເທດຕ່າງໆໃນໂລກ. ໃນພິທີຄັ້ງນີ້ ໄດ້ມີປະມຸກລັດ ແລະ ຜູ້ແທນຂັ້ນສູງຈາກປະເທດຕ່າງໆຫຼາຍກວ່າ 26 ປະເທດ ເຂົ້າຮ່ວມ ເຊັ່ນ: ຣັດເຊຍ, ກູບາ, ສປປ ເກົາຫຼີ, ມົງໂກລີ, ເນປານ, ບັນດາປະເທດໃນຂົງເຂດຕາເວັນອອກກາງ ແລະ ອາຟຣິກາ, ບັນດາປະເທດສະມາຊິກອາຊຽນ ເຊັ່ນ: ສປປ ລາວ, ສສ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ກໍາປູເຈຍ, ສິງກະໂປ, ບຣູໄນ ດາລູຊາລາມ ແລະ ຕີມໍແລັດສະເຕ, ລວມທັງຜູ້ຕາງໜ້າຈາກບັນດາພັກການເມືອງຂອງຕ່າງປະເທດ, ເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະ ມວນຊົນຈີນ ເຂົ້າຮ່ວມຫຼາຍກວ່າ 50.000 ຄົນ, ພ້ອມທັງໄດ້ຈັດການເດີນສວນສະໜາມຢ່າງຍິ່ງໃຫຍ່ຂອງກອງກໍາລັງເລົ່າຮົບຕ່າງໆ ລວມທັງໝົດ 45 ກ້ອນກໍາລັງ. ພ້ອມນັ້ນ, ພະນະທ່ານ ສີ ຈິ້ນຜິງ ພ້ອມດ້ວຍພັນລະຍາ ຍັງໄດ້ເປັນເຈົ້າພາບຈັດງານລ້ຽງຮັບຮອງໃຫ້ແກ່ຄະນະຜູ້ແທນ ແລະ ການນໍາຂັ້ນສູງຂອງຕ່າງປະເທດທີ່ເຂົ້າຮ່ວມໃນງານຄັ້ງນີ້ຢ່າງສົມກຽດ.
May be an image of 2 people and text May be an image of 9 people, the Temple of Heaven and text
ໄຊຊະນະສົງຄາມຕ້ານຟາດຊິດ ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ຕໍ່ປະຊາຊົນໃນທົ່ວໂລກ ທີ່ຮັກຫອມສັນຕິພາບ ແລະ ມີຄວາມປາດຖະໜາໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ ແລະ ນຳເອົາຄວາມຜາສຸກມາສູ່ປະຊາຊົນ. ໄຊຊະນະດັ່ງກ່າວ ເປັນສັນຍາລັກແຫ່ງສັນຕິພາບ, ອິດສະລະພາບ ແລະ ເປັນການເຕືອນໃຫ້ມວນມະນຸດ ຮັບຮູ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍ ຈາກສົງຄາມ. ສປປ ລາວ ເປັນປະເທດໜຶ່ງ ທີ່ໄດ້ຮັບຜົນກະທົບຢ່າງໃຫ່ຍຫຼວງຈາກສົງຄາມໃນໄລຍະຜ່ານມາ ແລະ ການເຂົ້າຮ່ວມພິທີດັ່ງກ່າວ ກໍ່ເປັນການສືບຕໍ່ປະຕິບັດນະໂຍບາຍອັນສະເໝີຕົ້ນສະເໝີປາຍ ໃນການຮ່ວມມືກັບປະເທດຕ່າງໆໃນໂລກ ເພື່ອສົ່ງເສີມສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາ ແນ່ໃສ່ປະກອບສ່ວນສ້າງໃຫ້ພາກພື້ນ ແລະ ສາກົນ ໃຫ້ມີສັນຕິພາບ ແລະ ຄວາມສະຫງົບສຸກ ແລະ ເຫັນໄດ້ເຖິງຄວາມໂຫດຮ້າຍຂອງສົງຄາມ. ນອກຈາກນີ້, ຍັງເປັນການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ເຂົ້າສູ່ລວງເລິກ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບຫຼາຍຂື້ນ.
May be an image of 4 people, the Temple of Heaven and text May be an image of crowd
May be an image of 3 people, jeep and text that says '文 VAIII NR121 文 VRII2 * VRI22 R1D2 WATIS 文 WR114' May be an image of 1 person and aircraft
May be an image of 2 people and text
ຂ່າວ ແລະ ພາບ : ກົມການຂ່າວ, ກະຊວງການຕ່າງປະເທດ