ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານປະເທດ ໂອ້ລົມພະນັກງານສະຖານທູດ ແລະ ຄົນເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ ຝຣັ່ງ

Oct 8, 2024

ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 19 ລະຫວ່າງວັນທີ 4 ຕຸລາ 2024, ທີ່ນະຄອນຫລວງປາຣີ ສ ຝຣັ່ງ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໂອ້ລົມພະນັກງານສະຖານທູດ ແລະ ຄົນເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ ຝຣັ່ງ.
ໃນການໂອ້ລົມຄັ້ງນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ແຈ້ງຈຸດປະສົງຂອງການເດີນ ທາງມາເຂົ້າຮ່ວມກອງປະຊຸມ ສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 19 ເພື່ອສະແດງໃຫ້ເຫັນວ່າ ສປປ ລາວ ຍຶດໝັ້ນຕາມຈຸດປະສົງຂອງອົງການຝຣັ່ງໂກໂຟນີ ຄື: ເພື່ອສົ່ງເສີມຄວາມຫລາກຫລາຍດ້ານວັດທະນະທຳ ແລະ ພາສາຝຣັ່ງ, ເພື່ອສົ່ງເສີມສັນຕິພາບ, ປະຊາທິປະໄຕ ແລະ ສິທິມະນຸດ, ເພື່ອສະໜັບສະໜູນການສຶກສາ, ການຄົ້ນຄວ້າ ແລະ ການພັດທະນາ ໃນຖານະທີ່ ສປປ ລາວ ເປັນ 1 ໃນ 4 ປະເທດຂອງທະວີບອາຊີ ທີ່ເປັນສະມາຊິກສົມບູນຂອງອົງການຝຣັ່ງໂກໂຟນີສາກົນ. ພ້ອມນີ້, ທ່ານປະທານປະເທດ ຍັງໄດ້ເລົ່າສະພາບບ້ານເມືອງຂອງລາວ ສູ່ຄົນເຊື້ອຊາດລາວຟັງ ເຊິ່ງໂດຍລວມປະເທດລາວ ຍັງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ຢ່າງໃດກໍຕາມ, ຍ້ອນສະພາບການລະບາດຂອງເຊື້ອພະຍາດໂຄວິດ-19, ສະພາບເສດຖະກິດໂລກມີຄວາມຫຍຸ້ງ ຍາກ ແລະ ເກີດຄວາມເຄັ່ງຕຶງໃນໂລກ ສົ່ງຜົນກະທົບໜັກໜ່ວງຕໍ່ ສປປ ລາວ ເປັນຕົ້ນ ເງິນເຟີ້, ເງິນກີບອ່ອນຄ່າ, ຄ່າຄອງຊີບສູງ ແລະ ອື່ນໆ ເຊິ່ງສະພາບດັ່ງກ່າວ ເປັນຄວາມຫຍຸ້ງຍາກຊົ່ວຄາວ, ລັດຖະບານ ກໍາລັງພະຍາຍາມອອກມາດຕະການ, ຫາວິທີແກ້ໄຂ ແລະ ການສະໜັບສະໜູນຂອງເພື່ອນມິດສາກົນ, ສປປ ລາວ ຈະສາມາດຜ່ານຜ່າໄປໄດ້ ເພື່ອກ້າວໄປສູ່ການສ້າງພື້ນຖານເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຢ່າງແທ້ຈິງ.
ໂອກາດນີ້, ທ່ານປະທານປະເທດ ຍັງໄດ້ອວຍພອນໃຫ້ຄົນເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ຝຣັ່ງ ເກືອບ 4 ແສນຄົນ ມີສຸຂະພາບເຂັ້ມແຂງ, ມີຄວາມສາມັກຄີ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ດໍາລົງຊີວິດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຂອງປະເທດທີ່ຕົນອາໄສຢູ່, ຮັກສາມູນເຊື້ອຂອງບັນພະບູລຸດລາວ, ສຶກສາອົບຮົມລູກຫລານ ຄົນຮຸ່ນໃໝ່ໃຫ້ມີຄວາມຮູ້, ຄວາມສາມາດ, ເປັນແບບຢ່າງ ແລະ ມີຊື່ສຽງເດັ່ນຂຶ້ນ ເຊິ່ງຜ່ານມາ, ລູກຫລານຂອງຄົນເຊື້ອຊາດລາວ ທີ່ອາໄສຢູ່ປະເທດຕ່າງໆ ກໍໄດ້ເປັນຕົວແທນທີມຊາດລາວ ເຂົ້າຮ່ວມແຂ່ງຂັນກິລາ ໃນລະດັບຕ່າງໆ ທັງພາກພື້ນ ແລະ ສາກົນ ອັນໄດ້ນໍາເອົາຜົນງານ ແລະ ຊື່ສຽງມາສູ່ປະເທດລາວ. ພ້ອມນີ້, ທ່ານປະທານປະເທດ ຍັງໄດ້ຮຽກຮ້ອງໃຫ້ຄົນເຊື້ອຊາດລາວ ທີ່ອາໄສຢູ່ຝຣັ່ງ ຖ້າມີໂອກາດໃຫ້ກັບໄປຊ່ວຍພັດທະນາປະເທດຂອງຕົນເອງ ໃຫ້ຫລາຍເທົ່າທີ່ຈະຫລາຍໄດ້ ແລະ ຫັນໄປລົງທຶນຢູ່ລາວຕື່ມອີກ ເພາະປັດຈຸບັນ, ລັດຖະບານລາວ ກໍາລັງແກ້ໄຂນະໂຍບາຍໃຫ້ແກ່ການລົງທຶນ ສໍາລັບຄົນລາວທີ່ອາໄສຢູ່ຕ່າງປະເທດ.
ຂ່າວ-ພາບ: ພອນໄຊ