ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານສະພາແຫ່ງຊາດຫວຽດນາມ ເຂົ້າວາງພວງມາລາໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

Aug 9, 2026

ວັນທີ 9 ສິງຫາ 2026, ສະຫາຍ ເຈີນ ແທງ ເໝີ້ນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໄດ້ເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 .

ການເຂົ້າວາງພວງມາລາ ແລະ ໄວ້ອາໄລ ໃນຄັ້ງນີ້ ເປັນການສະແດງເຖິງຄວາມເຄົາລົບຮັກ ແລະ ຄວາມອາໄລອາວອນຢ່າງສຸດຊຶ້ງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ການຈາກໄປຂອງຜູ້ນໍາທີ່ສໍາຄັນຂອງ ສປປ ລາວ, ສະທ້ອນໃຫ້ເຫັນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ມິດຕະພາບອັນແໜ້ນແຟ້ນ ລະຫວ່າງ ພັກ, ລັດ ແລະ ປະຊາຊົນ ລາວ-ຫວຽດນາມ.
ໃນໂອກາດດຽວກັນນີ້, ສະຫາຍ ພົນໂທ ເລວັນຕຽນ ກຳມະການສູນກາງພັກຄອມມູນິດຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເເຫ່ງ ສສ ຫວຽດນາມ, ສະຫາຍ ພົນໂທ ຫວຽນເຈື່ອງຖັງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມດ້ວຍຄະນະ ກໍໄດ້ເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ເຊັ່ນດຽວກັນ.


ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ. ຄະນະຮັບຜິດຊອບພິທີຊາປະນະກິດສົບລະດັບຊາດຕົກລົງໄວ້ທຸກເປັນເວລາ 05 ວັນ ໂດຍເລີ່ມແຕ່ວັນທີ 08-12 ສິງຫາ 2026 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ພິທີສົ່ງສະການຢ່າງເປັນທາງການ ຈະໄດ້ຈັດຂຶ້ນ ໃນວັນທີ 12 ສິງຫາ 2026, ຢູ່ສະໜາມຫຼວງ ຫຼື ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ.

ພາບ: ຂັນໄຊ-ເກດສະໜາ