ວັນທີ 2 ທັນວາ 2025, ທີ່ສະພາແຫ່ງຊາດ ທ່ານ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ນິໂກລາຍ ຊູຣະວາໂລບ ຮອງປະທານສະພາສູງ ສະພາສະຫະພັນ ແຫ່ງສະຫະພັນລັດເຊຍ ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງ ສະຫະພັນລັດເຊຍ ມາເຂົ້າຮ່ວມການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ.

ໃນການພົບປະຄັ້ງນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການມາເຂົ້າຮ່ວມ ພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງ ທ່ານ ນິໂກລາຍ ຊູຣະວາໂລບ ຮອງປະທານສະພາສູງ ສະພາສະຫະພັນ ແຫ່ງ ສະຫະພັນລັດເຊຍ ແລະ ຄະນະໃນຄັ້ງນີ້, ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດ.

ປະທານສະພາແຫ່ງຊາດ ໄດ້ຕີລາຄາສູງຕໍ່ຜົນການພົບປະລະຫວ່າງ ທ່ານ ນິໂກລາຍ ຊູຣະວາໂລບ ແລະ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ. ສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນໃນການປະຕິບັດໜ້າທີ່ດ້ານນິຕິບັນຍັດ, ພ້ອມກັນທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ເປັນເອກະພາບກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງອົງການນິຕິບັນຍັດ ຂອງສອງປະເທດ ກໍຄື ສອງຄະນະມິດຕະພາບລັດຖະສະພາ ລາວ-ລັດເຊຍ, ລັດເຊຍ-ລາວ.
ທ່ານ ນິໂກລາຍ ຊູຣະວາໂລບ ຮອງປະທານສະພາສູງ ສະພາສະຫະພັນ ແຫ່ງ ສະຫະພັນລັດເຊຍ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ປະທານສະພາແຫ່ງຊາດລາວ, ສະແດງຄວາມຊົມເຊີຍ ບັນດາຜົນສຳເລັດ ແລະ ຜົນງານທີ່ ສປປ ລາວ ຍາດມາໄດ້ ຕະຫຼອດໄລຍະ 50 ປີ ທີ່ຜ່ານມາ, ພ້ອມທັງອວຍພອນວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ. ໃນການພົບປະກັນນີ້, ຮອງປະທານສະພາສູງສະຫະພັນລັດເຊຍ ໄດ້ແຈ້ງສະພາບການພົ້ນເດັ່ນ ຂອງລັດເຊຍ ໃຫ້ປະທານສະພາແຫ່ງຊາດລາວໄດ້ຮັບຊາບ. ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຮ່ວມກັບ ຄະນະມິດຕະພາບລັດຖະສະພາ ລາວ-ລັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຂອງສອງປະເທດ ກໍຄືສອງອົງການນິຕິບັນຍັດໃຫ້ເປັນຮູບປະທຳຍິ່ງໆຂຶ້ນ.
ປະທານສະພາແຫ່ງຊາດ ໄດ້ຝາກຄໍາອວຍພອນໄຊອັນປະເສີດ ແລະ ເຊື້ອເຊີນ ທ່ານ ນາງ ວາເລັນຕິນາ ມັດວິຢຽນໂກ ປະທານສະພາສູງ ສະພາສະຫະພັນ ແຫ່ງ ສະຫະພັນ ລັດເຊຍ ມາຢ້ຽມຢາມ ສປປ ລາວ ໃນວັນເວລາທີ່ສອງຝ່າຍເຫັນວ່າມີຄວາມເໝາະສົມ.

ຕອນທ້າຍ ປະທານສະພາແຫ່ງຊາດລາວ ໄດ້ມອບຫຼຽນກາລະນຶກ 50 ປີ ສະພາແຫ່ງຊາດລາວ ໃຫ້ທ່ານ ນິໂກລາຍ ຊູຣາວະໂລດ, ຮອງປະທານສະພາສູງ ສະພາສະຫະພັນ ແຫ່ງ ສະຫະພັນ ລັດເຊຍ.
ທ່ານ ນິໂກລາຍ ຊູຣະວາໂລບ ໄດ້ອວຍພອນໃຫ້ສະພາແຫ່ງຊາດລາວ ປະສົບຜົນສໍາເລັດໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ທີ່ຈະມີຂຶ້ນໃນຕົ້ນປີໜ້ານີ້.

ໃນວັນດຽວກັນ, ພົນໂທ ສຸວອນ ເລືອງບຸນມີ, ຮອງປະທານສະພາແຫ່ງຊາດ ໄດ້ພົບປະສອງຝ່າຍ ກັບ ທ່ານ ນິໂກລາຍ ຊູຣະວາໂລບ, ຮອງປະທານສະພາສູງ ສະພາສະພັນ ແຫ່ງ ສະຫະພັນລັດເຊຍ, ຊຶ່ງສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມກັນລະຫວ່າງ ສອງປະເທດ ເວົ້າລວມ ເວົ້າສະເພາະລະຫວ່າງສອງອົງການນິຕິບັນຍັດກໍຄື ລະຫວ່າງ ຄະນະມິດຕະພາບລັດຖະສະພາສອງປະເທດ, ເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບເປັນຮູບປະທຳ. ສອງຝ່າຍ ເຫັນດີເປັນເອກະພາບສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ກໍຄື ລະຫວ່າງ ສອງອົງການນິຕິບັດຍັດ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາສັນຍາ ແລະ ສົນທິສັນຍາ ທີ່ສອງລັດຖະບານ ໄດ້ລົງນາມຮ່ວມກັນໃຫ້ເປັນຮູບປະທຳ ເປັນຕົ້ນ:ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການຂົນສົ່ງ, ການພັດທະນາຊັບພະຍາກອນມະນຸດ, ອຸດສາຫະກຳ, ດ້ານພະລັງງານ ແລະອື່ນໆ ໃຫ້ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ ຕາມທ່າແຮງຕົວຈິງ ຂອງສອງປະເທດ, ສືບຕໍ່ຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເພື່ອປະກອບສ່ວນເຂົ້າໃນພາລະກິດຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂ່າວ,ພາບ: ນັກຂ່າວສະພາແຫ່ງຊາດ


