ວັນທີ 3 ຕຸລາ 2024 ທ່ານ ໄຊສົມພອນ ພົມວິຫານ ປະ ທານສະພາແຫ່ງຊາດ ພ້ອມດ້ວຍຄະນະນໍາຈາກສະພາ ແຫ່ງຊາດ ແລະ ການນໍາກະຊວງກະສິກໍາ ແລະ ປ້າໄມໄດ້ເຄື່ອນໄຫວຕິດຕາມການຟື້ນຟູສະພາບຫຼັງໄພພິບັດນໍ້າຖ້ວມຢູ່ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໂດຍໃຫ້ການຕ້ອນຮັບຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.
ທ່ານ ປະທານສະພາແຫ່ງຊາດໄ ດ້ຮັບຟັງລາຍງານໃຫ້ຊາບຕໍ່ກັບສະພາບໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມໂດຍລວມຂອງເມືອງຫາດ ຊາຍຟອງ ພ້ອມນີ້ຍັງໄດ້ຮັບຟັງລາຍງານສະພາບຄວາມເສຍຫາຍທີ່ເກີດຈາກໄພ ພິບັດນໍ້າຖ້ວມທີ່ສ້າງຄວາມເສຍຫາຍເປັນຈໍານວນຫຼາຍ ໂດຍສະເພາະພື້ນທີ່ທໍາການຜະລິດ ເປັນຕົ້ນນາເຂົ້າ ສວນຜັກ ແລະ ອາຄານບ້ານເຮືອນຂອງປະຊາຊົນທີ່ໄດ້ຮັບຜົນກະທົບ 4.154 ຄອບຄົວ ລວມທັງ ໝົດ 40 ບ້ານ ເນື້ອທີ່ການຜະ ລິດເສຍຫາຍ 1.503,49 ເຮັກ ຕາ ນອກນັ້ນຍັງມີ 9 ບ້ານ 223 ຄອບຄົວ ທີ່ຍັງສືບຕໍ່ໄດ້ຮັບຜົນກະທົບ ໂດຍພາຍຫຼັງທີ່ນໍ້າບົກແຫ້ງແລ້ວຍ້ອນສະພາບນໍ້າອັ່ງຂັງ.
ໃນໂອກາດນີ້ ທ່ານ ປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍຊົນເຊີຍການນໍາເມືອງຫາດຊາຍຟອງທີ່ໄດ້ພ້ອມກັນສຸມໃສ່ແກ້ໄຂບັນຫາໄພນໍ້າຖ້ວມເພື່ອປ້ອງກັນພື້ນທີ່່ບໍ່ໃຫ້ເສຍ ຫາຍ ແລະ ບໍ່ໃຫ້ໄດ້ຮັບຜົນຫຼາຍໂດຍສະເພາະການໃຫ້ຄວາມ ຊ່ວຍເຫຼືອຕໍ່ປະຊາຊົນ ພ້ອມນີ້ທ່ານປະທານສະພາຍັງໄດ້ນໍາເງິນມາມອບໃຫ້ເມືອງຫາດຊາຍຟອງ 200 ລ້ານກີບ ເພື່ອຊຸກຍູ້ເຂົ້າ ໃນວຽກງານຟື້ນຟູສະພາບຫຼັງໄພພິບັດນໍ້າຖ້ວມໃຫ້ໄດ້ຮັບຜົນດີ.
ຈາກນັ້ນຄະນະ ໄດ້ສືບຕໍ່ໄປເລາະຕິດຕາມເບິ່ງຄວາມເສຍຫາຍຂອງປະຕູນໍ້າຈຸດຫ້ວຍເດື່ອ ເຊິ່ງເປັນຈຸດຫຼໍ່ແຫຼມທີ່ມີຄວາມສ່ຽງລວມທັງສະພາບເສັ້ນທາງດັ່ງກ່າວຄວນສະເໜີໃຫ້ມີການສ້ອມແປງເນື້ອງຈາກເສັ້ນເປ່ເພຫຼາຍສົມຄວນ ແລະ ຕໍ່ມາກໍ່ໄດ້ໄປຕິດ ຕາມເບິ່ງສະພາບນໍ້າອັ່ງຂັງຢູ່ບ້ານດອນເກີດ ແລະ ມອບນໍ້າດື່ມໃຫ້ຄອບຄົວທີ່ໄດ້ຜົນກະທົບຈາກນໍ້າຖ້ວມບ້ານດອນເກີດ ຕື່ມອີກ.






